ນັກ​ຊ່ຽວຊານ​ລັດ​ເຊຍ ຕີ​ລາຄາ​ສູງ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ ​ແລະ ໝັ້ນຄົງ

18:00 | 14/05/2022

ຍ​ສ​ໝ - ໂດຍເຕື້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານ Bredikhin ໃຫ້ຂໍ້ສັງເກດວ່າ, ຕ້ອງຕັ້ງໜ້າຊຸກຍູ້ຂະບວນການເຈລະຈາກ່ຽວກັບການຮັບຮອງເອົາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຢືນ​ຢັນ ແລະ ຜັນຂະຫຍາຍແນວທາງພົວພັນຕ່າງ​ປະ​ເທດ​ຢ່າງ​ສະ​ເໝີຕົ້ນສະເໝີປາຍຂອງ​ຫວຽດ​ນາມ ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຢືນ​ຢັນ ແລະ ຜັນຂະຫຍາຍແນວທາງພົວພັນຕ່າງ​ປະ​ເທດ​ຢ່າງ​ສະ​ເໝີຕົ້ນສະເໝີປາຍຂອງ​ຫວຽດ​ນາມ
ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ
ນັກ​ຊ່ຽວຊານ​ລັດ​ເຊຍ ຕີ​ລາຄາ​ສູງ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ ​ແລະ ໝັ້ນຄົງ
ພາບ​ປະ​ກອບ: TTXVN

​ໃນ​ບົດ​ຂຽນ “​ທະ​ເລ​ຕາ​ເວັນ​ອອກ - ສະຖານະ​ການ ​ແລະ ວິທີ​ການ​​ສຳ​ຜັດຂອງ​ລັດ​ເຊຍ” ​ທີ່ໄດ້​ລົງ​ພິມ​ໃນ​ວັນ​ທີ 11 ພຶດ​ສ​ະ​ພາ ຢູ່ເວ​ັບ​ໄຊ​ວິ​ເຄາະ​ດ້ານ​ການ​ເມືອງ​ຂອງ​ສະພາ​ການ​ຕ່າງປະ​ເທດ ລັດ​ເຊຍ ກ່ຽວ​ກັບ​ວຽກ​ງານ​ສາກົນ (RIAC), ນັກ​ຊ່ຽວຊານ Anton Viktorovich Bredikhin, ປະ​ລິນ​ຍາ​ເອກດ້ານ​ປະຫວັດສາດ, ສະມາຊິກ​ສະພາ​ວິທະຍາສາດ ສູນ​ວິ​ທະ​ຍາ​ສາດ​ສັງ​ຄົມ “ບັນ​ຫາ​ການ​ເມືອງ​ສັງ​ຄົມ​ສ້າງຕັ້ງ EAEU”, ຕີ​ລາ​ຄາ​ສູງ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ໃນ​ນັ້ນ​ມີ​ເສດ​ຖະ​ກິດ​ທະ​ເລ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ດ້ວຍທິດນຳ "ສັນຕິພາບ - ມິດຕະພາບ, ການ​ຮ່ວມ​ມື - ພັດທະນາ". ສະຫະພັນເສດຖະກິດເອີຣົບ (EAEU).

ໂດຍເຕື້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານ Bredikhin ໃຫ້ຂໍ້ສັງເກດວ່າ, ຕ້ອງຕັ້ງໜ້າຊຸກຍູ້ຂະບວນການເຈລະຈາກ່ຽວກັບການຮັບຮອງເອົາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). ສຳລັບ​ການ​ຂັດ​ແຍ້​ງກັນ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້, ບັນດາ​ເອກະສານ​ນິຕິ​ກຳ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ​ແມ່ນ​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.