ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ

22:00 | 17/05/2022

ທ່ານພົນຈັດຕະວາ ເລເຕິນເຕີຍ ຢັ້ງຢືນວ່າ ກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ກຽມພ້ອມໃຫ້ການຮ່ວມມືກັບກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນ.

ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ ຫວຽດ​ນາມ - ລາວ
ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ
ການພົບປະເຈລະຈາ  ລະຫວ່າງສອງຝ່າຍ
ການພົບປະເຈລະຈາ ລະຫວ່າງສອງຝ່າຍ

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫຼວງວຽງຈັນ, ທ່ານເລເຕິນເຕີຍ ຫົວໜ້າກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບທ່ານ ວົງສັກ ພັນທະວົງ ຫົວໜ້າກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ລາວ. ທີ່ການພົບປະເຈລະຈາ, ທ່ານ ເລເຕິນເຕີຍ ໄດ້ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງ ທ່ານ ວົງສັກ ພັນມະວົງ, ທ່ານກໍ່ເນັ້ນໜັກວ່າ ບັນດາເນື້ອໃນຂໍ້ຕົກລົງຮ່ວມມືໃໝ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ໂດຍປະທານສະພາແຫ່ງຊາດ ສອງປະເທດ ລົງນາມໃນຕອນເຊົ້າວັນທີ 16 ພຶດສະພາແມ່ນການກຳນົດທິດສຳຄັນທີ່ສຸດໃນການຜັນຂະຫຍາຍບັນດາການເຄື່ອນໄຫວໃນການຮ່ວມມືລະຫວ່າງກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສອງປະເທດ. ທ່ານພົນຈັດຕະວາ ເລເຕິນເຕີຍ ຢັ້ງຢືນວ່າ ກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ກຽມພ້ອມໃຫ້ການຮ່ວມມືກັບກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.