ຢັ້ງຢືນເຄື່ອງໝາຍ Festival ເຫວ້

12:33 | 17/05/2022

ນັບແຕ່ປີ 2022 Festivalເຫວ້ ຈະຖືກຈັດຂຶ້ນຕາມຮູບແບບໃໝ່ ໂດຍງານ Festival ສີ່ລະດູ. ບັນດາການເຄື່ອນໄຫວງານບຸນ, ເຫດການວັດທະນະທຳສິລະປະ ແລະ ທ່ອງທ່ຽວຈະແກ່ຍາວໃນຕະຫຼອດສີ່ລະດູ, ໃນນັ້ນຈຸດທີ່ພົ້ນເດັ່ນແມ່ນສັບປະດາ Festival ເຫວ້ 2022 ໃນທ້າຍເດືອນ ມິຖຸນາ. ວິທີການໃໝ່ນີ້ແມ່ນໄດ້ຮັບຄວາມສົນໃຈຈາກວົງຄະນາຍາດ.

ຖະໜົນຍ່າງກາງຄືນພະລາດຊະວັງ ເຫວ໊ - ເຂດທ່ອງທ່ຽວ ເຫວ້ ເປັນເອກະລັກໃນຍາມຄ່ຳຄືນ ຖະໜົນຍ່າງກາງຄືນພະລາດຊະວັງ ເຫວ໊ - ເຂດທ່ອງທ່ຽວ ເຫວ້ ເປັນເອກະລັກໃນຍາມຄ່ຳຄືນ
ໄຂ Festival ເຂົ​້າ​ສານ ຫວຽດ​ນາມ ຄັ້​ງ​ທີ V ໄຂ Festival ເຂົ​້າ​ສານ ຫວຽດ​ນາມ ຄັ້​ງ​ທີ V
ພາບປະກອບ
ພາບປະກອບ

ວິທີຈັດຕັ້ງ Festival ເຫວ້ ສີ່ລະດູ ຈະມີຫຼາຍຈຸດໃໝ່ ດ້ວຍບັນດາງານບຸນຖືກດຳເນີນຕະຫຼອດປີຄື ງານບຸນຕະຫຼາດບ້ານນາ, ງານບຸນຂົວ ແທັງຕວ່ານ;ງານບຸນໝູ່ບ້ານບູຮານ ເຟືອກຕິກ, ວັນບຸນອາຫານການກິນ... ພາຍຫຼັງຖືກຕັດຕອນເປັນເວລາສອງປີຍ້ອນພະຍາດໂຄວິດ - 19, ນີ້ແມ່ນປີທຳອິດທີ່ ເຫວ້ ໄດ້ຈັດຕັ້ງ Festivalຕາມແຜນການ Festival ສີ່ລະດູ, ໃນນັ້ນຈຸດທີ່ພົ້ນເດັ່ນແມ່ນສັບປະດາFestival ເຫວ້ 2022 ໃນທ້າຍເດືອນ ມິຖຸນາ. ມາຮອດປັດຈຸບັນ 5 ປະເທດໄດ້ຈົດທະບຽນແຕ່ງຕັ້ງຄະນະສິລະກອນມາເຂົ້າຮ່ວມສັບປະດາ Festival ເຫວ້2022 ເຊິ່ງລວມມີ ຝລັ່ງ ເບນຊິກ ແອັດສະປາຍ ອິດສະລະແອນ ສີລັງກາ. ທ່ານ ຮວິ່ງຕ໊ຽນດາດ ຜູ້ອຳນວຍການສູນ Festival ເຫວ້ ໃຫ້ຮູ້ວ່າ ບໍລິເວນດຳເນີນສັບປະດາ Festival ເຫວ້ 2022 ຖືກເປີດກວ້າງຕາມທິດ ຕິດພັນກັບຊຸມຊົນ, ບັນດາລາຍການບໍ່ເຕົ້າໂຮມຢູ່ເຂດມໍລະດົກພະລາດສະວັງ ເຫວ້ ອີກແລ້ວ, ແຕ່ຖືກດຳເນີນຢູ່ຕາມບໍລິເວນຊຸມຊົນລຽບຕາມສອງຟາກຝັ່ງແມ່ນນ້ຳ ເຮືອງ. ທ່ານ ດາດ ໃຫ້ຮູ້ວ່າ:

“ເມື່ອກ່ອນນີ້ໃນງານ Festival ທີ່ດຳເນີນໃນຮອບໜຶ່ງອາທິດ ເຊິ່ງຈະເລັ່ງໃສ່ບັນດາສິ່ງທີ່ຍອດຍິ່ງທີ່ສຸດ ມີຄວາມເປັນເອກະລັກທີ່ສຸດຂອງ ເຫວ້ ເພື່ອຊໍ່ສະແດງໃຫ້ມວນຊົນໄດ້ຮູ້ ປັດຈຸບັນດ້ວຍແບບວິທີດຳເນີນສີ່ລະດູ ກໍ່ຈະເລືອກເອົາບັນດາການເຄື່ອນໄຫວທີ່ອາດສາມາດຍົກລະດັບ ເພື່ອກາຍເປັນງານບຸນ ຫຼື ເຫດການຕ່າງຫາກ ເຊິ່ງແກ່ຍາວໃນປີ. ດ້ວຍວິທີເຮັດໃໝ່ນີ້ ຈະສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວໄດ້ຊົມໃຊ້ບັນດາຄຸນຄ່າວັດທະນະທຳຂອງທ້ອງຖິ່ນ”.

ນັກຄົ້ນຄວ້າ ຫງວຽນຊວັນຮວາ ຖືວ່າ Festival ເຫວ້ ແມ່ນ Festivalທີ່ສົມບູນທີ່ສຸດໃນຈຳນວນ Festival ຢູ່ຫວຽດນາມ, ດັ່ງນັ້ນນັບແຕ່ບາດກ້າວເລີ່ມດຳເນີນຂອງຮູບແບບໃໝ່ Festival ສີ່ລະດູ, ທາງທ້ອງຖິ່ນພວມມີບັນດານະໂຍບາຍສົ່ງເສີມສຳລັບບັນດາຫົວໜ່ວຍບໍລິການ ເພື່ອພ້ອມກັບບັນດາການເຄື່ອນໄຫວຂອງ Festival ຖືກຈັດຂຶ້ນຢ່າງມີຄຸນນະພາບດີກວ່າ. ທ່ານ ຮວາ ໃຫ້ຮູ້ວ່າ:

“ຕາມຂ້າພະເຈົ້າແລ້ວ Festival ສີ່ລະດູ, ບັນຫາກໍ່ບໍ່ພຽງແຕ່ມີບັນດາການດຳເນີນຊີວິດເທົ່ານັ້ນ ແຕ່ຕ້ອງສ້າງໃຫ້ມີຮູບການບໍລິການໃຫ້ແກ່ນະຄອນ Festival. ບັນດາຮູບການເຫຼົ່ານັ້ນບໍ່ພຽງແຕ່ແມ່ນງານບຸນ ນັ້ນແມ່ນໂອກາດເພື່ອການເຄື່ອນໄຫວດຶງດູດແຂກທ່ອງທ່ຽວມາເຕົ້າໂຮມຫຼາຍກວ່າ ແລະ ເພື່ອໃຫ້ການບໍລິການຂອງ ເຫວ້ ພັດທະນາດີກວ່າ”.

ຜ່ານໄລຍະ 20 ປີດ້ວຍການຈັດ Festival ເຫວ້ 10 ຄັ້ງ ແລະ Festival ອາຊີບຫັດຖະກຳເຫວ້ 7 ຄັ້ງ, ຮູບແບບ Festival ໄດ້ຖືກສ້າງເປັນຮູບປະທຳ ກາຍເປັນງານບຸນສິລະປະໃຫຍ່ຂອງປະເທດຊາດ, ໄດ້ຮັບຄວາມສົນໃຈຈາກປະຊາຊົນ ແລະ ເພື່ອນມິດສາກົນ. ຈາກຜົນສຳເລັດຂອງ Festival ເຫວ້ ຄັ້ງຕ່າງໆນັ້ນ, ຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ເຫວ້ ນັບມື້ນັບເພີ່ມຂຶ້ນ. ຖ້າວ່າໃນ Festival ຄັ້ງທຳອິດເມື່ອປີ 2000 ມີພຽງແຂກທ່ອງທ່ຍວມາຢ້ຽມຢາມ ເຫວ້ 900.000 ເທື່ອຄົນເທົ່ານັ້ນ, ມາຮອດປັດຈຸບັນທົ່ວແຂວງ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 4.000.000 ເທື່ອຄົນ. ທ່ານ ຫງວຽນແທັງບິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:

“ຜ່ານການຈັດ Festival, ພວກເຮົາປະຕິບັດວຽງການໂຄສະນາເຜີຍແຜ່ແນະນຳວັດທະນະທຳ ໃຫ້ແກ່ເພື່ອນມິດສາກົນຮັບຊາບ. Festival ເຫວ້ ໄດ້ກາຍເປັນເຄື່ອງໝາຍໃຫຍ່ ແລະ ມີຊື່ສຽງໃນປະຊາຄົມໂລກ. ອາດຈະຢັ້ງຢືນໄດ້ວ່າ Festival ເຫວ້ ໄດ້ສ້າງຄຸນຄ່າຢ່າງໃຫຍ່ຫຼວງໃນການໂຄສະນາທາງດ້ານວັດທະນະທຳກໍ່ຄືພັດທະນາການທ່ອງທ່ຽວຂອງ ເທື່ອທຽນເຫວ້ ໃນໄລຍະທີ່ຜ່ານມາ”.

Festival ແມ່ນການເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກຳໄລ, ການຈັດຕັ້ງການເຄື່ອນໄຫວ Festival ບໍ່ເພື່ອແນໃສ່ຈຸດປະສົງດຳເນີນທຸລະກິດທາງດ້ານສິລະປະ ຮັບໃຊ້ການບັນເທີງເທົ່ານັ້ນ ແຕ່ຍັງມຸ່ງໄປສູ່ເປົ້າໝາຍອະນຸລັກ ເສີມຂະຫຍາຍທ່າແຮງທາງດ້ານຄຸນຄ່າມໍລະດົກວັດທະນະທຳ ເຫວ້ ກະຕຸ້ນການພັດທະນາ ບັນດາຂະແໜງເສດຖະກິດ ທ່ອງທ່ຽວ ບໍລິການ; ເພີ່ມທະວີໂອກາດສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ປະຊາຊົນ. ດັ່ງນັ້ນການເຄື່ອນໄຫວFestival ພວມຖືກຫັນເປັນວຽກງານຂອງສັງຄົມເທື່ອລະກ້າວ ຕາມທິດເປີດຫຼາຍໂອກາດເພື່ອໃຫ້ຊາວທ້ອງຖິ່ນເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນຖານະເປັນເຈົ້າກຳລົງທຶນ, ປະຕິບັດ ແລະ ຊົມໃຊ້ບັນດາໝາກຜົນ Festival. ຜ່ານນັ້ນທັງເສີມຂະຫຍາຍບັນດາຄຸນຄ່າມໍລະດົກ ວັດທະນະທຳ ທັງເພີ່ມທະວີການພົວພັນແລກປ່ຽນຮ່ວມມືສາກົນ ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງແຂວງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.