ຍີ່ປຸ່ນ ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ ກິລາ Baseball

10:11 | 17/03/2022

ຍ​ສ​ໝ - ສະ​ມາ​ຄົມ PONY Baseball ຍີ່​ປຸ່ນ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ແລະ ໜູນຊ່ວຍ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ Baseball...

ສະຫາຍ ຫວູຫາຍຮ່າ ຕ້ອນຮັບທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສະຫາຍ ຫວູຫາຍຮ່າ ຕ້ອນຮັບທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ
Zhi Shan Foundation ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1,5 ຕື້​ດົ່ງ​ໃຫ້​ແກ່​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແຂວງ​ເທື່ອ​ທຽນ​ເຫ້ວ Zhi Shan Foundation ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1,5 ຕື້​ດົ່ງ​ໃຫ້​ແກ່​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແຂວງ​ເທື່ອ​ທຽນ​ເຫ້ວ
ຍີ່ປຸ່ນ ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ ກິລາ Baseball
ບັນ​ດາ​ຜູ້​ແທນ​ຢູ່​ພິ​ທີ​ມອບຂອງ​ຂວັນ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ຖົງ​ມື ​ແລະ ບານ Baseball ​ໃຫ້​ແກ່​ບັນດາ​ສະ​ໂມ​ສອນ​ Baseball ​ເດັກນ້ອຍ​ ຫວຽດນາມ ຢູ່​ນະຄອນຫຼວງ​ໂຕ​ກຽວ, ຕອນ​ເຊົ້າ​ວັນ​ທີ 14 ມີນາ, ທ່ານ​ຜູ້​ຕາງ​ຫນ້າ Jin Matsubara, ປະທານ​ສະມາຄົມ Baseball PONY ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ສະມາຄົມ​ພ້ອມ​ແລ້ວ​ທີ່​ຈະ​ເຊື້ອ​ເຊີນ ​ແລະ ໜູນ​ຊ່ວຍ​ທິມ Baseball U-14 ຫວຽດນາມ (​ໃນ​ນັ້ນ​ມີ​ນັກ​ກິລາ 15 ຄົນ ​ແລະ ພະນັກງານ​ຄູ​ຝຶກ 3 ຄົນ) ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ PONY Baseball ອາຊີ-ປາຊີ​ຟິກ ​ໃນ​ປີ 2023.

ຕາມ​ທ່ານ Matsubara ​ແລ້ວ, ສະມາຄົມ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ນັກ​ຊ່ຽວຊານ​ Baseball ​ມາ​ຍັງຫວຽດນາມ ​ເພື່ອ​ໜູນ​ຊ່ວຍ​ການ​ຝຶກ​ແອບໃຫ້​ນັກ​ກິລາ, ຄູ​ເຝິກ ​ແລະ ກຳມະການ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ຝ່າຍ ຫວຽດນາມ, ພ້ອມ​ທັງ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການຈັດ​ຕັ້ງ​ການ​ແຂ່ງຂັນ​ Baseball PONY ຢູ່ ​ພາກ​ພື້ນອາຊີ - ປາຊີ​ຟິກໃນອະນາຄົດ.

ທີ່​ພິທີ​ມອບ​ລາງວັນ, ສະມາຄົມ​ Baseball PONY ຍີ່ປຸ່ນ ​ໄດ້​ມອບ​ຖົງ​ມື​ 300 ອັນ ​ແລະ ບານ Baseball 30 ກັບ​ໃຫ້​ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ​ເພື່ອ​ສົ່ງຕໍ່ໃຫ້​ບັນດາ​ສະ​ໂມ​ສອນ​ Baseball ​ເດັກນ້ອຍ​ຢູ່ ຫວຽດນາມ. ​ໃນ​ພິທີ​ມອບ​, ທ່ານ​ສະມາຊິກ​ສະພາຕຳ່ Jin Matsubara ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຊຸກຍູ້​ການ​ເຄື່ອນ​ໄຫວ​ກິລາ Baseball ຢູ່ ຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.