ພິທີແຫ່ທວນໄຟ Sea Games 31

11:56 | 07/05/2022

ພິທີເດີນຂະບວນຂໍໄຟແມ່ນເລີ່ມຈາກໂຮງກິລາ ຈິ້ງຮ່ວາຍດຶກ, ດ້ວຍລົດໃຫຍ່ 2 ຄັນຕ່າງສົ່ງນັກກິລາ 11 ຄົນດີເດັ່ນເພື່ອເປັນສັນຍາລັກໃຫ້ 11 ປະເທດເຂົ້າຮ່ວມ Sea Games 31.

ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ
ຄະນະກິລາຫວຽດນາມ ໄດ້ມີລາຍຊື່ຄົນເຂົ້າຮ່ວມ SEA Games 31 ດ້ວຍຊະມາຊິກ 1.341 ຄົນ ຄະນະກິລາຫວຽດນາມ ໄດ້ມີລາຍຊື່ຄົນເຂົ້າຮ່ວມ SEA Games 31 ດ້ວຍຊະມາຊິກ 1.341 ຄົນ
undefined

ພິທີຂໍໄຟເພື່ອຈູດໃນ Sea Games 31 ດຳເນີນໃນເວລາ 17 ໂມງຢູ່ຫໍພິພິທະພັນ ໂຮ່ຈີມິນ ນະຄອນຫຼວງ ຮ່າໂນ້ຍ.(ພາບປະກອບ: TTXVN)

ພິທີຂໍໄຟເພື່ອຈູດໃນງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (Sea Games 31) ດຳເນີນໃນເວລາ 17 ໂມງຂອງວັນທີ 06 ພຶດສະພາ, ຢູ່ຫໍພິພິທະພັນ ໂຮ່ຈີມິນ ນະຄອນຫຼວງ ຮ່າໂນ້ຍ. ພິທີເດີນຂະບວນຂໍໄຟແມ່ນເລີ່ມຈາກໂຮງກິລາ ຈິ້ງຮ່ວາຍດຶກ, ດ້ວຍລົດໃຫຍ່ 2 ຄັນຕ່າງສົ່ງນັກກິລາ 11 ຄົນດີເດັ່ນເພື່ອເປັນສັນຍາລັກໃຫ້ 11 ປະເທດເຂົ້າຮ່ວມ Sea Games 31.

ຄະນະນັກກິລາໄປສຸສານປະທານ ໂຮ່ຈີມິນ ເພື່ອວາງພວງມາລາອາໄລຫາ, ຫຼັງຈາກນັ້ນສືບຕໍ່ເດີນທາງໄປເຂດຫໍພິພິທະພັນ ໂຮ່ຈີມິນ ປະຕິບັດພິທີຂໍໄຟ. ໄຟດັ່ງກ່າວຈະໄດ້ຈູດຢູ່ຖານທວນໄຟຢູ່ສະໜາມກິລາ ມິ້ດິ່ງ ໃນພິທີໄຂ Sea Games 31 ເຊິ່ງດຳເນີນໃນຕອນຄ່ຳວັນທີ 12 ພຶດສະພາ.

ໃນຂະນະນັ້ນ, ພິທີຊັກທຸງບັນດາຄະນະນັກກິລາທີ່ເຂົ້າຮ່ວມ Sea Games 31 ຈະໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 11 ພຶດສະພາ ຢູ່ເຂດກິລາປະສົມແຫ່ງຊາດ ມີ້ດິ່ງ (ຮ່າໂນ້ຍ). ພາກສ່ວນເຂົ້າຮ່ວມຂອງແຕ່ລະຄະນະນັກກິລາຂອງປະເທດເຂົ້າຮ່ວມພິທີຊັກທຸງລວມມີສະມາຊິກ 31 ຄົນ, ເປັນສັນຍາລັກໃຫ້ Sea Games 31 ຄັ້ງ, ພ້ອມກັບຜູ້ຕາງໜ້າສະຖານທູດຂອງ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ປະຈຳ ຮ່າໂນ້ຍ.

ນອກນັ້ນ, ສູນສື່ມວນຊົນ (MPC- Media Press Center) ແລະ ສູນໂທລະພາບສາກົນ (IBC- International Broadcasting Convention) ຂອງ Sea Games 31 ຈະເປີດນຳໃຊ້ນັບແຕ່ວັນທີ 09 ພຶດສະພາ. ສູນສື່ມວນຊົນຕັ້ງຢູ່ ສູນກອງປະຊຸມແຫ່ງຊາດ ມີ້ດິ່ງ, ເມືອງ ນາມຕືລຽມ, ຮ່າໂນ້ຍ. ທີ່ Sea Games 31 ຈະມີນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດປະມານ 3.000 ຄົນເຂົ້າຮ່ວມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.