ສື່ມວນ​ຊົນ​ສາ​ກົນປະ​ທັບ​ໃຈ​ເມື່ອ​ທິມ​ບານ​ເຕະ​ຊາຍ U23 ຫວຽດ​ນາມ ​ສາ​ມາດຄອງ​ແຊັມ ຊີ​ເກມ 31 ຢ່າງ​ສຳ​ເລັດ​ຜົນ

15:15 | 23/05/2022

ESPN ຖືວ່າ ໄຊຊະນະນີ້, ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນທິມທີ່ເຂັ້ມແຂງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ
ຂີດໝາຍປະຫວັດສາດຂອງການຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຂີດໝາຍປະຫວັດສາດຂອງການຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ
undefined
ທິມບານເຕະຊາຍ U23 ຫວຽດນາມ ຮ້ອງເພງຊາດ ພາຍຫຼັງໄດ້ຮັບຫຼຽນຄຳ (ພາບ: TTXVN)

ວັນທີ 22 ພຶດສະພາ, ເວັບໄຊ ESPN ຂອງ ອາເມລິກາ ໄດ້ລົງບົດຂຽນພາຍຫຼັງໄຊຊະນະຂອງທິມບານເຕະຊາຍ U23 ຫວຽດນາມ ຕໍ່ທິມບານເຕະ ໄທ ດ້ວຍ 1 – 0 ໃນຮອບຊີງຊະນະເລີດຢູ່ ຊີເກມ 31 ໃນທັນທີ. ບົດຂຽນດັ່ງກ່າວມີຫົວຂໍ້ “ຫວຽດນາມ ຮັກສາຫຼຽນຄຳໄດ້ຢ່າງສຳເລັດຜົນຕໍ່ທິມບານເຕະ ໄທ”, ESPN ຖືວ່າ ໄຊຊະນະນີ້, ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນທິມທີ່ເຂັ້ມແຂງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບົດຂຽນດັ່ງກ່າວກໍໄດ້ທົບທວນຄືນຜົນງານຕ່າງໆ ເຊິ່ງນັກກິລາຂອງຄູຝຶກ Park Hang – seo ບັນລຸໄດ້ໃນຊຸມປີຜ່ານມາ.

ສຳນັກຂ່າວສານ AFP (ຝລັ່ງ) ກໍໄດ້ໃຫ້ຂ່າວກ່ຽວກັບບັນຍາກາດທີ່ຟົດຟື້ນຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນອື່ນໆ ພາຍຫຼັງທິມບານເຕະ ຫວຽດນາມ ເອົາຊະນະ ຕໍ່ທິມບານເຕະ ໄທ.

ສ່ວນໜັງສືພິມ Chosun ຂອງ ສ.ເກົາຫຼີ ໄດ້ຂຽນວ່າ ທິມບານເຕະ U23 ຫວຽດນາມ ຄອງແຊັມ ຊີເກມ 31 ແມ່ນເໝາະສົມທີ່ສຸດ, ຂະນະທີ່ສາມາດຮັກສາປະຕູໄດ້ຢ່າງສິ້ນເຊີງໃນຕະຫຼອດງານແຂ່ງຂັນ. ໜັງສືພິມ MK ມີບົດຂຽນວ່າ “ຍຸດທະສາດ ຂອງຄູຝຶກ Park Hang – seo ໄດ້ປະກົດຄືນໃໝ່. ເປັນຄັ້ງທີ 2 ຢ່າງຕໍ່ເນື່ອງທີ່ ຫວຽດນາມ ຄອງແຊັມ ໃນກິລາບານເຕະຊາຍໃນຊີເກມ”. ສຳນັກຂ່າວສານ Yonhap ກໍມີບົດຂຽນຍ້ອງຍໍຊົມເຊີຍຄູຝຶກ Park Hang – Seo ທີ່ຊ່ວຍທິມບານເຕະ U23 ຫວຽດນາມ ຮັກສາຫຼຽນຄຳໃນຊີເກມ 31 ຢ່າງສຳເລັດຜົນ.

"ຫວຽດນາມ ຊະນະ​ໃນ​ນາທີ 83" ​ແມ່ນ​ຫົວ​ຂໍ້​ທີ່​ໜັງສືພິມ​ສະຫຍາມ​ກິລາ (​ໄທ) ​ໃຊ້​ໃນ​ການ​ລາຍ​ງານ​ສົດ​ການ​ແຂ່ງຂັນ​ລະຫວ່າງ U23 ​ໄທ ​ແລະ U23 ຫວຽດນາມ ​ໃນ​ການ​ແຂ່ງຂັນ​ບານ​ເຕະ​ຊາຍ​ຮອບ​ສຸດ​ທ້າຍ​ທີ່​ສະໜາມ​ກິລາ​ແຫ່ງ​ຊາດ ໝີດີງ. ຕາມ​ບົດ​ຂຽນ​ແລ້ວ, ໃນ​ນາ​ທີ 83 ລູກປະຕູຂອງ ເຍີມແມັ້ງຢູງ ໄດ້ນຳ​ເອົາ​ຫລຽນ​ຄຳ​ທີ 2 ຕິດ​ຕໍ່​ກັນ​ໃຫ້​ແກ່​ບານ​ເຕະ​ຫວຽດ​ນາມ.

vovworld.vn

ເຫດການ
302 Found

Found

The document has moved here.