ຄະນະກິລາຫວຽດນາມ ໄດ້ມີລາຍຊື່ຄົນເຂົ້າຮ່ວມ SEA Games 31 ດ້ວຍຊະມາຊິກ 1.341 ຄົນ

11:05 | 06/05/2022

ຍສມ - ວັນທີ 27 ເມສາ ຜ່ານມາ, ທ່ານລັດຖະມົນຕີ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮູ່ງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຄະນະກິລາ ຫວຽດນາມ ເຂົ້າຮ່ວມ SEA Games 31 ດ້ວຍສະມາຊິກ 1.341 ຄົນ, ໃນນັ້ນ ມີພະນັກງານ 30 ຄົນ, ທ່ານໝໍ 31 ຄົນ, ນັກກິລາປະມານ 950 ຄົນ ແລະ ຄູເຝິກ, ຜູ້ຊ່ຽວຊານຫຼາຍຄົນ...

SEA Games 31: ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ SEA Games 31: ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ
ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31 ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31
ຄະນະກິລາຫວຽດນາມ ໄດ້ມີລາຍຊື່ຄົນເຂົ້າຮ່ວມ SEA Games 31 ດ້ວຍຊະມາຊິກ 1.341 ຄົນ
ພາບປະກອບ: TTXVN

ຫົວໜ້າ​ຄະນະ​​ກິລາ​ຫວຽດນາມ ​ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່ກິລາ​ ແລະ ກາ​ຍະ​ກຳ, ທ່ານ ​ເຈີນ​ດຶກ​ເຟີນ. ຮອງ​ຫົວໜ້າຄະນະ 2 ທ່ານ​ ແມ່ນ ທ່ານ ຮ່ວາງ​ກັວກ​ວິງ (ຫົວໜ້າ​ກົມກິລາ​ລະດັບສູງ I), ທ່ານ ໂງ​ອິກ​ກວນ (ຫົວໜ້າ​ກົມກິລາລະດັບສູງ II).

ຄະນະ​ກິລາ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ SEA Games 31 ​ໂດຍ​ມີ​ເປົ້າ​ໝາຍຄືຕ້ອງຢືນ​ອັນ​ດັບ​ໜຶ່ງ​ໃນ​ຕາຕະລາງ​ຈັດອັນ ດັບຫຼຽນກາ ພາຍຫຼັງທີ່​ຢືນອັນດັບທີສອງ​ໃນ​ງານ​ມະຫາ​ກຳ​ກິລາ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເມື່ອ 2 ປີ​ກ່ອນທີ່ຈັດ​ຢູ່​ຟີ​ລິບ​ປິນ.

ທີມແລ່ນ ແລະ ລານ ໄດ້ປະກອບສ່ວນສະມາຊິກເຂົ້າຮ່ວມງານຄັ້ງນີ້ຫຼາຍທີ່ສຸດ, ລວມມີ 86 ຄົນ, ດ້ວຍນັກກິລາ 65 ຄົນ. ນີ້​ແມ່ນ​ຫນຶ່ງ​ໃນ “ບໍ່​​ຄຳ” ຂອງ​​ກິ​ລາ​ຫວຽດ​ນາມ ໃນ​ສະ​ໜາມ​ຫຼິ້ນ​ຂອງ​ພາກ​ພື້ນ.

​ ໃນ​ SEA Games 31, ຄະນະ​​ກິລາ​ໄທ​ມີ​ສະມາຊິກ​ປະມານ 870 ຄົນ, ມາ​ເລ​ເຊຍ ​ແລະ​ ຟີ​ລິບ​ປິນ ມີ​ນັກ​ກິລາ​ປະມານ 650 ຄົນ.

ຕອນ​ຄ່ຳ​ວັນ​ທີ 28 ​ເມສາ​, ຄະນະ​​ກິລາ​ຫວຽດນາມ​ ໄດ້​ຈັດ​ພິທີ​ຈັດສົ່ງ​ຄົນ​ເຂົ້າ​ຮ່ວມ​ SEA Games 31 ຢູ່​ສູນ​ຝຶກ​ແອບກິລາ​ ແຫ່ງ​ຊາດ​ ຮ່າ​ໂນ້ຍ.

SEA Games 31 ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 12 ຫາ ວັນທີ 23 ພຶດສະພາ ຢູ່​ຮ່າ​ໂນ້ຍ ​ແລະ 11 ​ແຂວງ​ໃກ້​ຄຽງ ດ້ວຍ 40 ປະເພດກິລາ, ​ໃນ​ນັ້ນ​ມີ 526 ເນື້ອ​ໃນ.

ຫອມມາລາ

ເຫດການ
302 Found

Found

The document has moved here.