ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

14:17 | 28/04/2022

ຍສໝ - ໂລຍເອີມເທື້ອງ- ວັດເກົ່າແກ່ຢູ່ກວາງນິງ, ພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວ ໄດ້ຮູ້ເຖິງ ບໍ່ພຽງແຕ່ມີຄວາມສັກສິດເທົ່ານັ້ນ, ຫາກຍັງເປັນສະຖານທີ່ທີ່ມີຄວາມສວຍງາມທາງທຳມະຊາດອັນໃຫຍ່ໂຕມະໂຫຖານ ແລະ ພູຜາແມ່ນໍ້າລໍາເຊທີ່ຈັບໃຈອີກດ້ວຍ.

ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ
ວັນ​ບຸນ​ບາ​ທູ​ບົ່ນ ໄດ້​ຮັບ​ຮອງ​ເອົາ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ ວັນ​ບຸນ​ບາ​ທູ​ບົ່ນ ໄດ້​ຮັບ​ຮອງ​ເອົາ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ
ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ວັດໂລຍເອີມເທື້ອງ (ຊື່ເປັນໜັງສືຫານແມ່ນ ລິງທຶວກີເຊີຍໂລຍເອີມຕື້) ຕັ້ງຢູ່ພູລິງທຶວ (ຕາແສງ ດ້າຍອ່ຽນ ນະຄອນຮ້າລອງ) ໄດ້ກໍ່ສ້າງແບບອີງຫຼັງໃສ່ພູ ແລະ ຢູ່ໃນຄວາມສູງຫຼາຍກວ່າ 500m ເມື່ອທຽບໃສ່ກັບລະດັບນໍ້າທະເລ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ການເດີນທາງໄປວັດ ຕ້ອງຂີ່ເຮືອໄປແຕ່ທ່າເຮືອ ຜ່ານບຶງອ່ຽນເລີບ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ການຂີ່ເຮືອຢູ່ບຶງອ່ຽນເລີບ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ສໍາຜັດເຖິງ​ຄວາມ​ສວຍ​ງາມ​ແບບ​ທຳ​ມະ​ຊາດ, ກັບ​​ພູ​ເຂົາທີ່ໄດ້​ອ້ອມ​ຮອບ​ໄປ​ດ້ວຍ​ໜ້າ​ນ້ຳ​ທີ່​ເຫຼື້ອມ​ຍິບຍັບໃນ​ທຸກໆ​ຕອນ​ເຊົ້າ​ຫຼື​ຍາມຕາ​ເວັນຄ້ອຍຄໍ່າ... ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ທິວ​ທັດ​ທຳ​ມະ​ຊາດຢູ່​ອ້ອມ​ຮອບ​ວັດ ໂລຍເອີມເທື້ອງ ມີ​ລະ​ບົບ​ນິ​ເວດ​ທີ່​ອຸ​ດົມ​ສົມ​ບູນ, ຫຼາຍຮູບຫຼາຍແບບ. ເມື່ອຢືນ​ຢູ່​ເທິງເປີ້ນ​ພູ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ຊົມ​​​ພາບ​ທີ່​ມີ​ສະ​ເໜ່​ຂອງ​ບຶງ​ອ່ຽນ​ເລີ​ບ ທັງໝົດ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ເສັ້ນທາງທີ່ນອນຢູ່ເບື້ອງຂວາຂອງຕີນພູເຂົາມີ ຫ້ວຍນ້ໍາໃສອິ່ງຕິ່ງ. ສະຖານ​ທີ່​ແຫ່ງ​ນີ້ເປັນຈຸດທ່ອງທ່ຽວທີ່ມີຄວາມດຶງດູດຢູ່ສະເໝີສໍາລັບ​ນັກ​ທ່ອງ​ທ່ຽວ​ມັກ​ຖ່າຍຮູບ​ ແລະ​ ຈັດ​ໄປປິກນິກໃນ​ລະດູ​ຮ້ອນ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ຢູ່ໃນສອງ​ຟາກ​ທາງ​ທີ່ພາໄປ​ຂຶ້ນ​ວັດ​ແມ່ນ​ຕົ້ນ​ແປກ​ໃຫຍ່ອາຍຸຫຼາຍປີ, ທັດສະນີຍະພາບສວຍງາມຊວນຝັນເໝືອນດັ່ງດາລາດ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ເມື່ອໄປ​ຮອດ​ປະຕູ​ວັດ, ນັກ​ທ່ອງ​ທ່ຽວ​ຈະ​ຍ່າງໄປ​ຕາມພະລານຫີນກ້ອນໃຫຍ່ທີ່ມີໄຄຫີນ​​ເພື່ອຂຶ້ນ​ໄປ​ວັດ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ວັດ ໂລຍເອີມເທື້ອງ ໄດ້ຮັບການບູລະນະ ຫຼາຍເທື່ອແລ້ວ ແຕ່ຍັງຄົງຮັກສາສະຖາປັດຕະຍະກຳພື້ນເມືອງຫຼາຍຢ່າງໄວ້ໄດ້. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ການນອນຢູ່​ກາງ​ປ່າໄມ້​ຂຽວ​ສົດງົດງາມ ກໍຄືຈຸດ​​​ເກົ່າ​ແກ່ທີ່ສະຫງ່າ​ຂອງ​ຫຼັງຄາວັດ ໂລຍເອີມເທື້ອງ ໄດ້​ສ້າງ “ຄວາມ​ປະ​ທັບ​ໃຈ” ໃຫ້​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ... ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ວັດຍັງ​ບໍ່ທັນ​ມີ​ຫໍ​ລະ​ຄັງ, ດັ່ງ​ນັ້ນ ລະຄັງຈຶ່ງ​ຍັງ​​ຕັ້ງ​ໄວ້ຢູ່​ໃນ​ເດີ່ນ​ວັດ​ຊົ່ວ​ຄາວ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ສວນທາດນອນຢູ່ໃນປ່າໄມ້ບູຮານ ແລະ ມີທາດບັນພະບຸລຸດ ປະມານ 20 ທາດ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ຈຸດ​ພິ​ເສດ​ ເມື່ອ​ມາ​ເຖິງ​ວັດ ໂລຍເອີມເທື້ອງ, ຊາວ​ພຸດ ​ຫຼື ​ນັກ​ທ່ອງ​ທ່ຽວ ​ມັກ​ນຳ​ດິນ​ຈີ່​ແດງ​ຈຳນວນ​ໜຶ່ງ ເພື່ອ​ມາ​ເຮັດ​ບຸນ​ກໍ່​ສ້າງ​ວັດ. ພາບ: VOV

ວັດ ໂລຍເອີມເທື້ອງ- ວັດເກົ່າແກ່ງຽບຂຶມຢູ່ກາງພື້ນທີ່ສີຂຽວ

ບຸນ​ວັດ ໂລຍເອີມເທື້ອງ​ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ເດືອນຈຽງ ຂອງ​ທຸກໆ​ປີ ເຊິ່ງໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ແລະ ຊາວ​ພຸດ​ເປັນ​ຈຳນວນ​ຫຼວງ​ຫຼາຍມາ​​ວັດ​ເພື່ອ​ຖະຫວາຍ​ທູບ​ທຽນ ແລະ ພາວະນາຂໍຄວາມສະຫງົບ ແລະ ຢູ່ເຢັນເປັນສຸກ. ພາບ: VOV

ຫອມມາລາ

ເຫດການ
302 Found

Found

The document has moved here.