ເສີມຂະຫຍາຍຈິດໃຈຂອງບັ້ນຮົບດ້ຽນບຽນຝູໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ

18:19 | 07/05/2019

ຍສໝ - ໄຊຊະນະດ້ຽນບຽນຝູ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທື່ອນ” ແມ່ນໝາກຜົນຂອງການຊີ້ນຳນຳພາຢ່າງຖືກຕ້ອງ ແລະ ຄວາມເກັ່ງກ້າສາມາດຂອງພັກ ແລະ ປະທານໂຮ່ຈິມິນ.

ເສີມຂະຫຍາຍຈິດໃຈຂອງບັ້ນຮົບດ້ຽນບຽນຝູໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ

ເສີມຂະຫຍາຍຈິດໃຈຂອງບັ້ນຮົບ ດ້ຽນບຽນຝູ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພາບ: TTXVN

ໄຊຊະນະດ້ຽນບຽນຝູແມ່ນການເຕົ້າໂຮມຍອດຍິ່ງແຫ່ງຄວາມຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະຂອງທົ່ວປວງຊົນ, ທົ່ວກອງທັບບົນເສັ້ນທາງຕໍ່ສູ້, ປະຕິບັດຄວາມມຸ່ງມາດປາດຖະໜາກ່ຽວກັບສັນຕິພາບ, ເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

ຈິດໃຈຂອງໄຊຊະນະອັນຍິ່ງໃຫຍ່ນີ້ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສືບທອດກັນມາ, ເສີມຂະຫຍາຍກຳລັງແຮງໃນການຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດ, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສ້າງຜົນງານອັນໃຫຍ່ຫລວງຫລາຍຢ່າງ, ມີຄວາມໝາຍປະຫວັດສາດໃນພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ການສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, ເສີມຂະຫຍາຍມູນເຊື້ອຮັກຊາດ, ມີຈິດໃຈເອກອ້າງທະນົງໃຈຕໍ່ປະເທດຊາດ, ມີເຈດຈຳນົງຕັດສິນໃຈສູ້ຮົບ, ຄວນຕັດສິນໃຈຍາດເອົາໄຊຊະນະຢ່າງເດັດຂາດນັ້ນ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ຮ່ວມແຮງຮ່ວມໃຈສູ້ຊົນປະຕິບັດພາລະກິດປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາຢ່າງມີໄຊ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.