ສາຍພົວພັນພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ຈະພັດທະນາຢ່າງບໍ່ຢຸດຢັ້ງ

00:54 | 14/05/2019

ຍສໝ - ທ່ານ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວຫນ້າຄະນະການພົວພັນຕ່າງປະເທດສູນກາງພັກປະຊາທິປະໄຕປະຊາຊົນລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງສໍານັກຂ່າວສານຫວຽດນາມປະຈໍາ ສປປ ລາວໃນໂອກາດການເດີນທາງໄປຢ້ຽມຢາມສັນທະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງຈະມີຂຶ້ນໃນ ລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້ ກ່ຽວກັບການພົວພັນລະຫວ່າງສອງປະເທດ, ກ່ຽວກັບຄວາມຫມາຍຂອງການຢ້ຽມຢາມ ແລະ ສິ່ງທີ່ສອງປະເທດຄວນຈະເຮັດເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົບພັນພິເສດນີ້.

ສາຍພົວພັນພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ຈະພັດທະນາຢ່າງບໍ່ຢຸດຢັ້ງ

ທ່ານ ນາງ ສູນທອນ ໄຊຍະຈັກ

ທ່ານ ນາງ  ສູນທອນ ໄຊຍະຈັກ ໄດ້ໃຫ້ຮູ້ວ່າ ຕະຫຼອດໄລຍະປະຫວັດສາດ, ປະຊາຊົນລາວ ແລະ ຫວຽດນາມໄດ້ມີການພົນພັນມິດຕະພາບອັນດີງາມຢ່າງສະເຫມີ, ປະຊາຊົນຂອງສອງປະເທດໄດ້ມີການສູ້ຮົບຮ່ວມກັນເພື່ອຍາດເອກະລາດມາໃຫ້ແກ່ປະເທດຊາດ. ໂດຍສະເພາະແມ່ນຕັ້ງແຕ່ພັກກອມມູນິດອິນດູຈີນໄດ້ສ້າງຕັ້ງຂຶ້ນໂດຍ ປະທານ ໂຮ່ ຈິ ມິງ ໃນປີ 1930 ແລະ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ປະຊາຊົນລາວ ແລະ ຫວຽດນາມໄດ້ຄຽງບ່າຄຽງໄລ່ກັນຢູ່ສະເໝີ, ຮ່ວມເປັນຮ່ວມຕາຍໃນຂຸມຕະຄອງດຽວກັນບົນຈິດໃຈ “ເຂົ້າເມັດຫັກ, ຜັກເສັ້ນດຽວ ກໍ່ບິແບ່ງກັນ”, ປະຊາຊົນຂອງສອງປະເທດໄດ້ຮ່ວມກັນສ້າງລະບົບໃຫມ່ຕາມເປົ້າຫມາຍສັງຄົມນິຍົມ.
ໃນພາລະກິດຂອງການສູ້ຮົບໃນໄລຍະຍາວ, ປະຊາຊົນຂອງສອງປະເທດໄດ້ຮ່ວມກັນໃນການເສີມຂະຫາຍການພົວພັນມູນເຊື້ອອັນດີງາມ. ໂດຍ ປະທານ ໂຮ່ ຈິ ມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ສ້າງຕັ້ງຂຶ້ນ, ປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນອັນພິເສດທີ່ຫາຍາກ, ປ່ອງໃສ, ຮັບເອົາການເສຍສະຫຼະເພື່ອເອກະລາດຂອງສອງປະເທດ. ການພົວພັນນີ້ໄດ້ກາຍເປັນມໍລະດົກທີ່ລໍ້າຄ່າຂອງສອງປະເທດ, ເປັນກົດເກນແຫ່ງການຄົງຕົວ ແລະ ການພັດທະນາຂອງການປະຕິວັດສອງປະເທດ, ເປັນຫນຶ່ງໃນປັດໃຈເຊິ່ງຕັດສິນໃນການໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ.
ຫຼັງຈາກທີ່ທັງສອງປະເທດໄດ້ຮັບການປົດປ່ອຍຢ່າງສົມບູນ, ສາຍພົວພັນຂອງສອງປະເທດໄດ້ກ້າວເຂົ້າສູ່ໃນໄລຍະໃຫມ່, ໄລຍະເວລາຂອງການປັກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະເວລາແຫ່ງສັນຕິພາບ. ພວກຂາພະເຈົ້າມີຄວາມພູມໃຈທີ່ເຫັນວ່າເຖິງວ່າສະຖານະການໃນພາກພື້ນ ແລະ ໃນໂລກມີຄວາມສັບສົນ, ຫັນປ່ຽນຢ່າງໄວວາ ແລະ ບໍ່ສາມາດຄາດຄະເນໄດ້, ສະຖານະການພາຍໃນຂອງແຕ່ລະປະເທດຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແຕ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ນັບມື້ນັບມີການພັດທະນາຢ່າງບໍ່ຢຸດຢັ້ງທັງທາງເລີກ ແລະ ທາງກວ້າງໃນຫຼາຍໆຂົງເຂດເປັນຕົ້ນຄື: 
  
  
ການຮ່ວມມືດ້ານການເມືອງແມ່ນໄດ້ຮັບການພັດທະນາເຂົ້າໃນທາງເລິກ ແລະ ສ້າງຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ. ການນໍາຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ບັນດາທ້ອງຖິ່ນ, ບັນດາອົງການ, ຂະແໜງການຂອງສອງປະເທດໄດ້ມີການແລກປ່ຽນຢ້ຽມຢາມຢ່າງເປັນທາງການ ແລະ ພາຍໃນເຊິ່ງກັນ ແລະ ກັນ.  ໃນປີ 2016, ທັງສອງຝ່າຍໄດ້ອອກຖະແຫຼງການຮ່ວມສອງປະເທດໃນການຢ້ຽມຢາມຢ່າງເປັນທາງການຂອງການນໍາຂັ້ນສູງສຸດຂອງສອງພັກ, ສອງລັດ ລາວ - ຫວຽດນາມ.  ໃນປີ 2017, ທັງສອງຝ່າຍໄດ້ສະເຫຼີມສະຫຼອງວັນທີ່ມີຄວາມໝາຍດ້ານປະຫວັດຊາດສອງວັນ, ການນໍາຂັ້ນສູງຂອງສອງປະເທດກໍ່ມີການແລກປ່ຽນການຢ້ຽມຢາມ ເຊິງກັນ ແລະ ກັນ ແລະ ໃນປີ 2018 ຜ່ານມາ, ການນໍາຂັ້ນສູງຂອງສອງປະເທດກໍ່ໄດ້ພົບປະ ແລະ ໄດ້ຢ້ຽມຢາມເຂິ່ງກັນ ແລະ ກັນ. ນີ້ກໍ່ໄດ້ສະແດງໃຫ້ເຫັນເຖິງລັກສະນະພິເສດຂອງສາຍພົວພັນລະຫວ່າງສອງປະເທດ; ສອງຝ່າຍກໍ່ໄດ້ຖືສໍາຄັນ ແລະ ແລກປ່ຽນປະສົບການກ່ຽວກັບດ້ານການທິດສະດີ, ກໍ່ສ້າງພະນັກງານຂອງພັກ, ການແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນຄວາມຄິດເຫັນກ່ຽວກັບບັນດາບັນຫາທີ່ເຊິ່ງມີລັກສະນະດ້ານຍຸດທະສາດ.
  
  
ການຮ່ວມມືດ້ານເສດຖະກິດໄດ້ມີຄວາມຄືບຫນ້າທີ່ດີ, ຫວຽດນາມເປັນປະເທດທີ່ຢູ່ໃນກຸ່ມບັນດາປະເທດທີ່ມີການລົງທຶນຫຼາຍທີ່ສຸດໃນລາວ, ມູນຄ່າການຄ້າລະຫວ່າງສອງປະເທດໄດ້ເພີ່ມຂຶ້ນໃນແຕ່ລະປີ. ການຮ່ວມມືໃນຂົງເຂດການຕ່າງປະເທດ, ການປ້ອງກັນຊາດ - ຄວາມປອດໄພ, ການສຶກສາ - ກິລາ, ວັດທະນະທໍາ, ສາທາລະນະສຸກ, ຄົມມະນາຄົມ - ການຂົນສົ່ງ, ເຕັກນິກ - ​ວິທະຍາສາດ, ກະສິກໍາ ແລະ ບັນດາຂົງເຂດອື່ນໆແມ່ນກໍາລັງໄດ້ຮັບການເພີ່ມທະວີຢ່າງຕັ້ງຫນ້າ. ສອດຄ່ອງກັບຕົວຈິງ ແລະ ນັບມື້ນັບມີປະສິດຕິຜົນເຊິ່ງປະກອບສ່ວນອັນສໍາຄັນຕໍ່ການພັດທະນາເສດຖະກິດ - ສັງຄົມຂອງລາວ.
  
  
ພັກ,​ ລັດ ສປປ ລາວ ຕີລາຄາສູງ ແລະ ຖືເປັນສໍາຄັນຕໍ່ການເດີນທາງມາຢ້ຽມຢາມສັນທະວະໄມຕີຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ  ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ສສ ຫວຽດນາມໃນຄັ້ງນີ້ ແລະ ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ທີ່ ສະຫາຍ ຫງວຽນ ຟູ ຈ້ອງ ໄດ້ເລືອກປະເທດລາວເປັນປະເທດທໍາອິດທີ່ຈະມາຢ້ຽມຢາມຫຼັງຈາກໄດ້ຮັບຕໍາແໜ່ງເປັນເລຂາທິການໃຫຍ່, ປະທານປະເທດຫວຽດນາມ. 
  
  
ພວກຂ້າພະເຈົ້າກໍ່ເຊື່ອວ່າການຢ້ຽມຢາມລາວໃນຄັ້ງນີ້ຂອງສະຫາຍ ຫງວຽນ ຟູ ຈ້ອງ ຈະປະສົບຜົນສໍາເລັດຢ່າງຈົບງາມ; ການຢ້ຽມຢາມນີ້ຈະເປັນໂອກາດທີ່ດີເພື່ອບັນດາການນໍາຂັ້ນສູງສຸດສອງພັກ, ສອງລັດຈະດໍາເນີນການແລກປ່ຽນການຮ່ວມມືໃນບັນດາຂົງເຂດ ລະຫວ່າງ ສອງພັກ, ສອງລັດ ແລະ ບັນດາຂະແຫນງການຂອງທັງສອງຝ່າຍ, ເພື່ອນໍາເອົາສາຍພົວພັທີ່ຫາຍາກນີ້ກ້າວຂຶ້ນສູ່ລະດັບໃໝ່.
  
ສະຖານະການໂລກໄດ້ມີການປ່ຽນແປງຢ່າງໄວວາ, ສະລັບສັບຊ້ອນ ແລະ ບໍ່ສາມາດຄາດຄະເນໄດ້, ທີ່ກໍາລັງສົ່ງຜົນກະທົບຕໍ່ການພັດທະນາຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ, ລວມທັງສອງປະເທດຂອງພວກເຮົາ, ບວກກັບກົນອຸບາຍຂອງກໍາລັງສັດຕູທີ່ຢາກທັບມ້າງ ແລະ ໃສ່ຮ້າຍປ້າຍສີໃນການພົວພັນອັນພິເສດ ລາວ - ຫວຽດນາມ, ພວກຂ້າພະເຈົ້າເຫັນວ່າສອງພັກ ແລະ ສອງລັດຕ້ອງມີຄວາມຮັບຜິດຊອບໃນການເຜີຍແຜ່ໃຫ້ປະຊາຊົນຂອງສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມເພື່ອໃຫ້ເຂົ້າໃຈກ່ຽວກັບມູນເຊື້ອ, ຄວາມເປັນມາຂອງສາຍພົວພັນອັນພິເສດ ລະຫວ່າງ ລາວ - ຫວຽດນາມ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ.
  
  
ສືບຕໍ່ເພີ່ມທະວີໃນການຮ່ວມມື, ການປະສານສົມທົບຢ່າງໃກ້ຊິດໃນດ້ານປ້ອງກັນຊາດ - ຄວາມປອດໄພ, ການພົວພັນຕ່າງປະເທດເພື່ອທັບມ້າງກົນອຸບາຍຕ່າງໆທີ່ຢາກໃສ່ຮ້າຍປ້າຍສີໃນການພົວພັນມິດຕະພາບລາວ - ຫວຽດນາມ; ຊຸກຍູ້ການການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພັດທະນາດ້ານພື້ນຖານໂຄງລ່າງ, ການສຶກສາ, ວັດທະນະທໍາ ແລະ ບັນດາຂົງເຂດອື່ນໆໃຫ້ນັບມື້ນັບມີປະສິດທິຜົນ, ມີຄຸນນະພາບ ແລະ ເປັນຮູບປະທໍາ, ເພື່ອຮ່ວມກັນໃນການພັດທະນາປະເທດຊາດ, ປະກອບສ່ວນໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມໃຫ້ມີຄວາມໝັ້ນຄົງຢູ່ແຕ່ລະປະເທດໃນສະພາບການທີ່ສອງປະເທດພວກເຮົາທີ່ກໍາລັງມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງຄືໃນປັດຈຸບັນ.
  
  
ໃນນາມພັກ, ລັດ ແລະ ປະຊາຊົນ ສປປ ລາວ, ຂ້າພະເຈົ້າຂໍຂອບອົບຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ສໍາລັບການຊ່ວຍເຫລືອອັນຍິ່ງໃຫຍ່, ລໍ້າຄ່າ, ມີປະສິດທິຜົນ ແລະ ທັນເວລາ ໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນລາວ. ຂໍອວຍພອນໃຫ້ແກ່ປະຊາຊົນຫວຽດນາມອ້າຍນ້ອງເຊິ່ງພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມຈົ່ງປະສົບຜົນສໍາເລັດໃໝ່, ຍິ່ງໃຫຍ່ກວ່າເກົ່າໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຊຸດທີ XII ຂອງ ພັກກອມມູນິດ, ບັນລຸເປົ້າຫມາຍປະຊາຊົນທີ່ອີ່ມໜໍາສໍານານ, ປະເທດພັດທະນາ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີອັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ - ຫວຽດນາມ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

(ໄຊພອນ)

ເຫດການ
302 Found

Found

The document has moved here.