ດານັງ: ມີຫຼາຍກິດຈະກໍາມ່ວນຊື່ນ ແລະ ບັນເທີງ ເນື່ອງໃນໂອກາດວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ

10:10 | 27/04/2022

ຍ​ສ​ໝ - ບັນດາກິດຈະກຳດຳເນີນແຕ່ວັນທີ 20 ເມສາ ຫາວັນທີ 3 ພຶດສະພາ; ​ໃນ​ນັ້ນ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ລວມມີ 22 ລາຍການ​ຄື: ​ມາຍາກົນ, ດົນຕີ, ການ​ຟ້ອນ​ຕາມ​ຖະໜົນ​ດ້ວຍ​ຊຸດ​ອາພອນ​ສົມທົບ​ກັບ​ບັນດາ​ລາຍການ​ສະ​ແດງ​ດົນຕີ​ປະເພດເປົ່າ, ບັນດາ​ບົດ​ປະພັນ​ດົນຕີ​ຫວຽດນາມ ​ແລະ ສາກົນ...

ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ
ພັກວັນບຸນ ວັນທີ 30 ເມສາ - 1 ພຶດສະພາ 2022: ຫາດຊາຍທະເລທີ່ບໍ່ຄວນພາດ ພັກວັນບຸນ ວັນທີ 30 ເມສາ - 1 ພຶດສະພາ 2022: ຫາດຊາຍທະເລທີ່ບໍ່ຄວນພາດ
ດານັງ: ມີຫຼາຍກິດຈະກໍາມ່ວນຊື່ນ ແລະ ບັນເທີງ ເນື່ອງໃນໂອກາດວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ
ພາບ​ປະ​ກອບ: TTXVN

ທ່ານ​ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ ​ແລະ ກິລາ ດານັງ ​ໃຫ້​ຮູ້​ວ່າ: ​ເພື່ອ​ສະ​ເຫຼີ​ມສະຫຼອງ 47 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 – 30 ​ເມສາ 2022) ​ແລະ ວັນ​ກຳມະກອນ​ສາກົນ ​(​ວັນ​ທີ 1 ​ພຶດສະພາ​), ນະຄອນ​ໄດ້​ຈັດ​ຕັ້ງ​ກິດຈະກຳ​ວັດທະນະທຳ, ສິລະ​ປະ ​ແລະ ກິລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ຢ່າງ​ເພື່ອ​ສ້າງ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃຫ້​ແກ່​ປະຊາຊົນ​ ແລະ​ ຜູ້​ມາ​ຢ້ຽມຢາມ.

ການເຄື່ອນໄຫວດຳເນີນແຕ່ວັນທີ 20 ເມສາ ຫາວັນທີ 3 ພຶດສະພາ; ໃນນັ້ນ, ການສະແດງສິລະປະ ປະກອບມີ 22 ລາຍການ.

ຕາມ​ສູນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະຄອນ​ດາ​ນັງ, ດ້ວຍ​ຫົວ​ຂໍ້ “ມ່ວນ​ຊື່ນ​ນະຄອນ​ດາ​ນັງ”, ນະຄອນ​ສະ​ເໜີ​ບັນດາ​ການ​ເຄື່ອນ​ໄຫວທີ່ເປັນໜ້າສົນໃຈ ​ຢູ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ ການລະຫຼິ້ນທີ່​ມ່ວນ​ຊື່ນ ​ເພື່ອ​ກຽມພ້ອມ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ.

​ເນື່ອງ​ໃນ​ໂອກາດ​ນີ້, ສວນສາທາລະນະ​ອາຊີ (ດາ​ນັງ) ​ໄດ້​ເປີດ​ບໍລິການ​ນັກ​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ເມສາ - 1 ພຶດສະພາ, ​ແລະ ປີ້​ເຂົ້າ​ຊົມ​ທັງ​ໝົດ​ແມ່ນ​ບໍ່​ເສຍ​ຄ່າ​ສຳລັບ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ.

ບັນດາ​ເຂດ, ສະຖານ​ທີ່​ທ່ອງ​ທ່ຽວ, ອະນຸສາວະລີ​ແຫ່ງ​ຊາດ, ຈຸດ​ຊົມ​ວິວ​ພິ​ເສດ ຫງູແຫ່ງເຊີນ, ຫໍພິພິທະ​ພັນ ດາ​ນັງ, ຫໍພິພິທະ​ພັນ​ວິຈິດ​ສິນ, ຫໍພິພິທະ​ພັນ​ປະຕິມາ​ກຳ​ ຈຳ ສືບ​ຕໍ່​ເປີດ​ປະຕູ​ໃຫ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ໂດຍ​ບໍ່​ເສຍ​ຄ່າ.

ບັນດາທຸລະກິດທ່ອງທ່ຽວ, ການຂົນສົ່ງ, ສະຖານທີ່ພັກ, ຣີສອດ ແລະ ແຫຼ່ງທ່ອງທ່ຽວຕ່າງໆ ກໍ່ໄດ້ກະກຽມເງື່ອນໄຂ, ວັດຖຸອຸປະກອນ, ຊັບພະຍາກອນມະນຸດ ເພື່ອຮັບປະກັນການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ໃຫ້ດີທີ່ສຸດ ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວໃນໄລຍະວັນພັກບຸນທີ່ຈະມາເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.