ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ

06:50 | 25/04/2022

ຢູ່ສູນພົວພັນແລກປ່ຽນວັດທະນະທຳເຂດຖະໜົນເກົ່າ ຮ່າໂນ້ຍ, ໄດ້ຈັດງານວາງສະແດງເອກະສານດ້ວຍຫົວຂໍ້ວ່າ “ນັກເສບດົນຕີ ແລະ ດົນຕີພື້ນເມືອງ ຫວຽດນາມ”.

ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ສື່ມວນຊົນລາວໃຫ້ຂ່າວ ແລະ ບົດກ່ຽວກັບປີສາມັກຄີມິດຕະພາບລາວ - ຫວຽດນາມ, ຫວຽດນາມ - ລາວ 2022 ສື່ມວນຊົນລາວໃຫ້ຂ່າວ ແລະ ບົດກ່ຽວກັບປີສາມັກຄີມິດຕະພາບລາວ - ຫວຽດນາມ, ຫວຽດນາມ - ລາວ 2022
ເຄື່ອງດົນຕີທີ່ວາງສະແດງຢູ່ສາລາບ້ານ ກິມເງິນ
ເຄື່ອງດົນຕີທີ່ວາງສະແດງຢູ່ສາລາບ້ານ ກິມເງິນ

ຕອນບ່າຍວັນທີ 22 ເມສາ, ຢູ່ສາລາບ້ານ ກິມເງິນ (ເມືອງ ຮ່ວານກຽມ), ຄະນະຄຸ້ມຄອງໜອງ ຮ່ວານກຽມ ແລະ ຖະໜົນເກົ່າ ຮ່າໂນ້ຍ ໄດ້ໄຂການເຄື່ອນໄຫວວັດທະນະທຳຂ່ຳນັບຮັບຕ້ອນ 47 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022) ແລະ ວັນກຳມະກອນສາກົນ 01 ພຶດສະພາ. ທ່ານນາງ ເຈິ່ນທິຖຸຍລານ, ຮອງຫົວໜ້າຄະນະຄຸ້ມຄອງໜອງ ຮ່ວານກຽມ ແລະ ຖະໜົນເກົ່າ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ອາຊີບເຮັດເຄື່ອງດົນຕີ ດ່າວຊາ ມີມາກວ່າ 200 ປີແລ້ວ. ພວກຂ້າພະເຈົ້າເຊື້ອເຊີນບັນດານັກສິລະປະກອນມາແຫ່ງນີ້ ທັງວາງສະແດງບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ, ທັງແນະນຳຂັ້ນຕອນການເຮັດເຄື່ອງດົນຕີ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກ ແລະ ຊອກຮູ້ມໍລະດົກວັດທະນະທຳ ຫວຽດນາມ. ພວກຂ້າພະເຈົ້າປາດຖະໜາຢາກໂຄສະນາໃຫ້ແກ່ປະຊາຊົນ ເພື່ອຮ່ວມແຮງຮ່ວມໃຈອະນຸລັກຮັກສາມໍລະດົກວັດທະນະທຳອາຊີບ”.

ໃນຂະນະນັ້ນ, ຢູ່ສູນພົວພັນແລກປ່ຽນວັດທະນະທຳເຂດຖະໜົນເກົ່າ ຮ່າໂນ້ຍ, ໄດ້ຈັດງານວາງສະແດງເອກະສານດ້ວຍຫົວຂໍ້ວ່າ “ນັກເສບດົນຕີ ແລະ ດົນຕີພື້ນເມືອງ ຫວຽດນາມ”; ສູນວັດທະນະທຳສິລະປະ, ວາງສະແດງເອກະສານ ແລະ ວັດຖຸພັນ “ຄວາມຊົງຈຳເຮືອນເລກທີ 22 ຖະໜົນ ຮ່າງບວມ” ແລະ “ຄວາມຊົງຈຳແມ່ນ້ຳ ໂຕ”, ແນະນຳກ່ຽວກັບເຂດຖະໜົນໂດດເດັ່ນທີ່ສຸດຂອງນະຄອນຕັ້ງຢູ່ແຄມແມ່ນ້ຳ…

ການເຄື່ອນໄຫວວັດທະນະທຳຢູ່ເຂດຖະໜົນເກົ່າ ຮ່າໂນ້ຍ ດຳເນີນແຕ່ວັນທີ 22 ເມສາ ຫາວັນທີ 31 ພຶດສະພາ 2022.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.