ນັກ​ຊ່ຽວຊານ​ກາ​ນາ​ດາ​ ຢັ້ງ​ຢືນ ຫວຽດ​ນາມ ຈະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ດູດ​ດື່ມ

14:00 | 16/04/2022

ຍ​ສ​ໝ - ທ່ານ Luis Silva, ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ພົວ​ພັນ​ລັດ​ຖະ​ບານ, ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ຈະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ດູດ​ດື່ມ​ສຳ​ລັບ​ກາ​ນາ​ດາ, ໃນ​ສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ສອງ​ປະ​ເທດ.

ກາ​ນາ​ດາ​ຖື​ເປັນ​ສຳ​ຄັນ ແລະ ຢາກ​ເປີດກວ້າງ​ການ​ພົວ​ພັນຮ່ວມ​ມື​ກັບ ຫວຽດ​ນາມ ກາ​ນາ​ດາ​ຖື​ເປັນ​ສຳ​ຄັນ ແລະ ຢາກ​ເປີດກວ້າງ​ການ​ພົວ​ພັນຮ່ວມ​ມື​ກັບ ຫວຽດ​ນາມ
ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ
ນັກ​ຊ່ຽວຊານ​ກາ​ນາ​ດາ​ ຢັ້ງ​ຢືນ ຫວຽດ​ນາມ ຈະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ດູດ​ດື່ມ
ພາບ​ປະ​ກອບ: TTXVN

ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ອິນ​ໂດ​ເນເຊຍ ແລະ ຫ​ວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 9 – 14 ເມ​ສາ ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກາ​ນາ​ດາ Melanie Joly ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ກາ​ນາ​ດາ, ກໍ່​ຄື​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ປະ​ເທດ​ນີ້, ໃນ​ສະ​ພາບ​ການ Ottawa ພວມ​ກໍ່​ສ້າງ​ຍຸດ​ທະ​ສາດ ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ທີ່​ມີ​ມູນ​ຄ່າ​ນັບ​ຮ້ອຍ​ຕື້ CAD ເພື່ອ​ແນ​ໃສ່​ຫັນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ເປັນຫຼາຍ​ຮູບ​ແບບ​ບໍ່​ພຽງ​ແຕ່​ຢູ່​ອາ​ຊີ​ເທົ່າ​ນັ້ນ ຫາ​ຍັງ​ບືນ​ຕົວ​ອອກ​ສູ່​ເຂດ​ປາ​ຊີ​ຟິກ​ອີກ​ດ້ວຍ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ແລະ ການ​ໜູນ​ຊ່ວຍ​ສາ​ກົນ​ໃຫ້​ແກ່​ພາກ​ພື້ນ.

ແລກ​ປ່ຽນ​ກັບນັກ​ຂ່າວ​ສຳ​ນັກ​ຂ່າ​ວ​ສານ​ຫວຽດ​ນາມ ປະ​ຈຳ Ottawa ແລ້ວ, ທ່ານ Luis Silva ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ລັດ​ຖະ​ບານ ຢັ້ງ​ຢືນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Joly ແມ່​ນ​ສັນ​ຍານ​ທີ່​ສະ​ແດງ​ໃຫ້​ເຫັນ ກາ​ນາ​ດາ ​ຖື​ການ​ພົວ​ພັນ​ສອງ​ຝ່າຍ​ກັບ​ຫວຽດ​ນາມ ເປັນ​ສຳ​ຄັນ.

ຕົ້ນ​ປີ​ນີ້, ກາ​ນາ​ດາ ແລະ ຫວຽດ​ນາມ ໄດ້​ສ້າງ​ຕັ້ງຄະ​ນະ​ກຳ​ມະ​ການ​ປະ​ສົມ​ງານ​ດ້ານ​ເສດ​ຖະ​ກິດ (JEC) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ.

ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ກາ​ນາ​ດາ ຈະ​ອີງ​ໃສ່​ການ​ຄ້າ​ສາ​ກົນຫຼາຍ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ມາດ​ຕະ​ສ່ວນ​ການ​ຄ້າ​ໃນ GDP ຂອງ ກາ​ນາ​ດາ​ ໄດ້ຫຼຸດ​ແຕ່ 65% ໃນ​ປີ 2016 ລົງ 60%ໃນ​ປີ 2021.

ໃນ​ຂະ​ນະ​ນັ້ນ, ຫວຽດ​ນາມ ແມ່ນ​ຕະຫຼາດ​ພວມ​ພັດ​ທະ​ນາສຳລັບ​ການ​ຄ້າ ແລະ ການ​ລົງ​ທຶນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ Luis Silva ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ຈະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ດຶງ​ດູດ​ສຳ​ລັບ​ກາ​ນາ​ດາ, ໃນ​ສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ມາ​ໃຫ້​ທັງ​ສອງ​ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.