ເອື້ອ​ຍ​ຄູທີ່​ສຸມ​ຈິດ​ສຸມ​ໃຈ​ກັບ​ວຽກ​ງານ​ເປັນ​ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ອີ​ຕາ​ລີ

06:12 | 22/04/2022

ຍ​ສ​ໝ - ໂດຍ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ເບື້ອງ​ຕົ້ນ, ໝາກ​ຜົນ​ຂອງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ​ຄູ​ສອນ ບິກ​ເຮືອງ ແລະ ນັກ​ຮຽນ​ ແມ່ນໃນ​ທ້າຍ​ເດືອນ​ພຶດ​ສະ​ພາ ຈະມາເຖິງ ນັກສຶກສາລະດັບ​ປະ​ລິນ​ຍາ​​ຕີ ພາ​ສາ​ຫວຽດ ຊຸດ​ທຳ​ອິດ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ Ca' Foscari ຈະ​ຮຽນ​ຈົບ.

ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່ຈັບອົກຈັບ​ໃຈ​ໃນ​ວັນ​ປຶ້ມ ແລະວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 1 ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່ຈັບອົກຈັບ​ໃຈ​ໃນ​ວັນ​ປຶ້ມ ແລະວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 1
ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ
ເອື້ອ​ຍ​ຄູທີ່​ສຸມ​ຈິດ​ສຸມ​ໃຈ​ກັບ​ວຽກ​ງານ​ເປັນ​ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ອີ​ຕາ​ລີ
ເອື້ອຍ​ຄູ​ເຮືອງ​ເຂ​ົ້​າ​ຮ່ວມ​ການ​ສະ​ແດງ​ສິ​ລ​ະ​ປະ (ພາ​ບ: TTXVN)

ທ້າຍ​ເດືອນ​ກຸມ​ພາ​ຜ່ານ​ມາ, ບັນ​ດາ​ເພື່ອນ​ມິດ​ອີ​ຕາ​ລີທີ່ມັກ​ຮັກ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່ຫຼັກ​ສູດ​ການ​ຮຽນ “ວັນ​ນະ​ຄະ​ດີ ຫວຽດ​ນາມ” ທີ່ເປັນເອກະລັກສະເພາະ ເຊິ່ງແນະ​ນຳ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ໂດຍ​ນ້ອງໆ​ນັກ​ສຶກສາຊາວ​ອີ​ຕາ​ລີ ທີ່ພວມ​ຮ່ຳ​ຮຽນ​ພາ​ສາ​ຫວຽດ ຢູ່​ພາກວິ​ຊາ ອາ​ຊີ ແລະ ອາ​ຟ​ຼິກ​ກາ​ເໜືອ, ມະ​ຫາ​ວິ​ທະ​ຍາ​ໄລ Ca' Foscari ຢູ່​ນະ​ຄອນ Venice ຈັດ​ຕັ້ງ ແລະ ສະ​ແດງ​ໂດຍ​ກົງ.

ເຖິງວ່າ​ບໍ່​ໄດ້​ບຳ​ລຸ​ງ​ສ້າງ​ດ້ານ​ວິ​ຊາ​ການ​ກ່ຽວ​ກັບ​ການ​ສິດ​ສອນ ​ຢ່າງ​ລະອຽດ ແຕ່ ເອື້ອຍ​ເຮືອງ​ ຍາມ​ໃດ​ກໍ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຕໍ່​ວຽກ​ງານ​ການສິດ​ສອນ​ພາ​ສາ​ຫວຽດ.

ເມື່ອແບ່ງ​ປັນ​ກັບ​ນັກ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ, ເອື້ອຍ​ຄູ​ເຮືອງ​ ໃຫ້​ຮູ້​ວ່າ ລາວ​ເລີ່ມ​ສອນ​ພາ​ສາ​ຫວຽດ ແຕ່​ປີ 2005 ຢູ່ ບ​ຣາ​ຊິນ, ເມື​່ອ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ອ​ີ​ຕາ​ລີ - ບ​ຣາ​ຊິນ.

ນັບ​ແຕ່​ຄາວ​ນັ້ນ, ລາວ​ເລີ່ມ​ຄົ້ນ​ຄ້​ວາ​ວິ​ທີ​ການ​ສິດ​ສອນ​ພາ​ສາ​ຫວຽດ. ໂດຍ​ແມ່ນ​ຄົນ​ທີ່​ໄດ້​ຮຽນຫຼາຍ​ພາ​ສາ​ຄື: ລັດ​ເຊຍ, ຝ​ລັ່ງ, ອ​ີ​ຕາ​ລີ ແລະ ອັງ​ກິດ, ລາວ​ໄດ້​ກັບ​ມາ​ຮ່ຳ​ຮຽນ ແລະ ສອນ​ພາ​ສາຫວຽດ​ ຄື​ຜູ້​ເປັນ​ລູກທີ່​ໄດ້​ກັ​ບ​ຄືນ​ມາຫາ​ແມ່, ກັບ​ຄືນຫາ​ກົກ​ເຄົ້າ​ເຫງົ້າ​ກໍ. ລາວ​ແບ່ງ​ປັນ​ວ່າ:

ເມື່ອ​ກັບ​ຄືນມາ​ອີ​ຕາລີ, ຂ້າ​ພະ​ເຈົ້າ​ໄດ້​ສອນ​ພາ​ສາ​ຫວຽດ​ ໃຫ້​ສະ​ມາ​ຄົມ​ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ອີ​ຕາລີ - ຫວຽດ​ນາມ, ຄື​ເປັນຄູ​ສອນອາ​ສາໝັກ​​. ຮອດ​ປີ 2018, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສະ​ໝັກ​ເຂົ້າ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ Ca' Foscari ຢູ່ venezia ເປັນ​ຄູ​ສອນ​ພາ​ສາ. ຂ້າ​ພະ​ເຈົ້າ ແລະ ​ຫົວ​ໜ້າ​ຂະແໜງວິ​ຊາ​ພາ​ສາ, ຮອງ​ສາດ​ສະ​ດາ​ຈານ Richard ໄດ້​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ສ້າງວິ​ຊາ​ໃໝ່​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ Ca' Foscari, ເຖິ​ງວ່າ​ໂຮງ​ຮຽນ​ໄດ້​ມີ​ພາກວິ​ຊາ​ອາ​ຊີ​ທີ່​ມາ​ແຕ່​ດົນ​ນານ​ແລ້ວກໍ່ຕາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.