ກະຊວງພາຍໃນ ເຜີຍແຜ່ດຳລັດວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ

22:17 | 08/08/2019

ໃນວັນທີ 8 ສິງຫາ 2019 ນີ້, ກະຊວງພາຍໃນ ໄດ້ຈັດຕັ້ງເຜີຍແຜ່ດຳລັດ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມເປັນເອກະພາບ ໃນທົ່ວກະຊວງ, ໃຫ້ກຽດເຜີຍແຜ່ ໂດຍທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ, ມີບັນດາຫົວໜ້າກົມ, ຮອງກົມ, ສະຖາບັນ ແລະ ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກະຊວງພາຍໃນ ເຜີຍແຜ່ດຳລັດວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ

ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ.(ພາບ: ຂປລ)

ໃນໂອກາດນີ້, ທ່ານ ສີພຸກ ວົງພັກດີ ໄດ້ຍົກໃຫ້ຮູ້ວ່າ: ດຳລັດວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາການ ເຄື່ອນໄຫວວຽກງານແຂ່ງຂັນ ແລະ ຍ້ອງຍໍ ເພື່ອເປັນການຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ສ້າງເງື່ອນໄຂ ອຳນວຍຄວາມສະດວກໃນການຊຸກຍູ້ ສົ່ງເສີມບັນດາຫົວຄິດປະດິດສ້າງ ແລະ ຜົນງານດີເດັ່ນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃຫ້ເຂົ້າຮ່ວມ ໃນວຽກງານແຂ່ງຂັນ ແລະ ຍ້ອງຍໍໃຫ້ເປັນ ຂະບວນແຂງແຮງ, ກວ້າງຂວາງ ແລະ ເລິກເຊິ່ງ ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງດໍາລັດວ່າດ້ວຍ ການແຂ່ງຂັນ ແລະ ຍ້ອງຍໍ ປະກອບມີ 12 ໝວດ ແລະ 70 ມາດຕາ.

ກະຊວງພາຍໃນ ເຜີຍແຜ່ດຳລັດວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ

ບັນຍາກາດກອງປະຊຸມ.

ການແຂ່ງຂັນແມ່ນການເຄື່ອນໄຫວ ທີ່ມີການຈັດຕັ້ງຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ເພື່ອປຸກລະດົມ ເຕົ້າໂຮມກຳລັງແຮງແຂ່ງຂັນ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຈັດຕັ້ງປະຕິບັດໜ້າທີ່ວຽກງານ ສ້າງຜົນງານດີເດັ່ນ ແລະ ການຍ້ອງຍໍ ແມ່ນການສັນລະເສີນຄຸນງາມຄວາມດີ ແລະ ຈົດຈຳບຸກຄົນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ/ຫລ້າ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.