ໃນຂອບເຂດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ໃນປີ 2022, ໃນເວລາ 9 ໂມງຂອງວັນທີ 7 ເມສາ (ກົງກັບ 7 ເດືອນ 3 ຕາມຈັນທະປະຕິທິນ), ຢູ່ 7 ຕາແສງ, ເທດສະບານເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ໄດ້ຈັດຕັ້ງພິທີກໍາແຫ່ວໍ ໄປວິຫານຮຸ່ງ, ນະຄອນຫວຽດຈີ່ (ຝູເຖາະ).
ນີ້ແມ່ນໜຶ່ງໃນບັນດາພິທີກໍາພື້ນເມືອງໃນໂຄງການໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານ ບຸນ ວິຫານຮຸ່ງ ປະຈໍາປີ ແລະ ໄດ້ຮັກສາມາແຕ່ດົນນານ, ຜ່ານນັ້ນ ກໍເຊີດຊູຄຸນຄ່າສາສະໜາໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ ຝູເຖາະ, ເຊິ່ງດຶງດູນັກທ່ອງທ່ຽວຈາກທຸກແຖບຖິ່ນ ມາໄຫວ້ບູຊາເປັນຈໍານວນຫຼວງຫຼາຍ.
ພິທີກໍາແຫ່ວໍໄປວິຫານຮຸ່ງ ແມ່ນການເຄື່ອນໄຫວມີລັກສະນະຊຸມຊົນພ້ອມຄວາມເຊື່ອຖືໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ແຂວງຝູເຖາະ; ເພື່ອສະແດງໃຫ້ເຫັນສິນທຳ ກິນເຂົ້າຄິດເຖິງຄຸນນາ, ກິນປາຄິດເຖິງຄຸນນ້ຳ ແລະ ຄວາມເຄົາລົບນັບຖືຕໍ່ບັນພະບຸລຸດຂອງຊາດຫວຽດນາມ, ພ້ອມກັນນັ້ນກໍສະແດງໃຫ້ເຫັນນ້ຳໃຈສາມັກຄີຊາດ.
![]() |
ພິທີແຫ່ວໍ ຢູ່ແຕ່ລະຕາແສງ, ເທດສະບານຢູ່ເຂດອ້ອມແອ້ມເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດວິຫານຮຸ່ງ. ພາບ: TTXVN |

ບູນມີ