ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ຢູ່ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວິ​ຫານ ຮຸ່ງ

13:48 | 22/04/2021

ຕອນເຊົ້າວັນທີ 21 ເມສາ ເຊິ່ງກົງກັບວັນທີ 10 ເດືອນສາມ ໄລ່ຕາມຈັນທະປະຕິທິນ, ຢູ່ເຂດປູຊະນີຍະສະຖານວິຫານ ຮຸ່ງ, ນະຄອນ ຫວຽດຈີ່, ແຂວງ ຝູທໍ້ ໄດ້ດຳເນີນພິທີຖະຫວາຍທູບທຽນອາໄລຫາ, ຈາລຶກຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ
ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ, ກຳ​ປູ​ເຈຍ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ, ກຳ​ປູ​ເຈຍ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ຢູ່ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວິ​ຫານ ຮຸ່ງ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ຢູ່ ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ (ພາບ: vov.vn)

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ. ວັນບູຊາເຈົ້າຊີວິດຮຸ່ງ ແມ່ນວັນທົ່ວປວງຊົນທັງຊາດພ້ອມກັນຍ້ອງຍໍຊົມເຊີຍຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ. ປີ 2021 ນີ້, ພິທີບູຊາເຈົ້າຊີວິດຮຸ່ງ ຖືກດຳເນີນເປັນເວລາ 2 ວັນ, ວັນທີ 17 ເມສາ ແລະ ວັນທີ 21 ເມສາ. ຂັ້ນຕອນຈັດພິທີຖືກດຳເນີນແຕ່ວັນທີ 17 ເມສາ. ພາຍຫຼັງທຳພິທີກຳຢູ່ວິຫານເທື້ອງ ສຳເລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະທຳພິທີ ໄດ້ວາງພວງມາລາຢູ່ ສຸສານ ເຈົ້າຊີວິດຮຸ່ງ ແລະ ຖະຫວາຍດອກໄມ້ຢູ່ຕໍ່ໜ້າ ພາບແກະຄວັດສະຫຼັກປະທານໂຮ່ຈີມິນ ພວມໂອ້ລົມກັບບັນດານັກຮົບ ກອງກຳລັງ ຕຽນຟອງ.

ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມຕາແສງຊົນນະບົດໃໝ່ ຕື໊ຊ໊າ, ເມືອງ ເລິມທາວ, ແຂວງ ຝູທໍ້. ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ແຂວງ ຝູທໍ້ ຈົ່ງຄົ້ນຄວ້ານຳຕາແສງຊົນນະບົດໃໝ່ທີ່ເປັນແບບຢ່າງກາຍເປັນຕົວເມືອງໃໝ່, ສອດຄອ່ງກັບການວາງແຜນຜັງ, ຮັດກຸມ, ແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ຮັກສາວັດທະນະທຳຊົນນະບົດໃຫ້ເປັນຢ່າງດີ.

ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ

ຍ​ສໝ - ​ທີ່​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບ, ທ່ານ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້​ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ທີ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ອາ​ຍຸ​ການ​ຢູ່ ຫວຽດ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້ຕີ​ລາ​ຄາ​ສູງ​ການ​ສົມ​ທົບ​ຂອງ​ສະ​ຖານ​ທູດ ອາ​ເມ​ລິ​ກາ.

ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ, ກຳ​ປູ​ເຈຍ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ, ກຳ​ປູ​ເຈຍ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ແຂວງ​ກຽນ​ຢາງ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ແຂວງ ໄດ້​ມອບ​ຂອງ​ຂວັນ 69 ພູດ ແລະ ທຶນ​ການ​ສຶກ​ສາ 12 ທູນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ.

ສະ​ມາ​ຄົມ​ຕິດ​ຕໍ່ພົວ​ພັນ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ປະ​ເທດ​ພ້ອມ​ກັບ​ຄະ​ນະ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຖະ​ຫວາຍ​ທູບ​ທຽນ​ບັນ​ດາ​ເຈົ້າ​ຊີ​ວິດຮ ສະ​ມາ​ຄົມ​ຕິດ​ຕໍ່ພົວ​ພັນ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ປະ​ເທດ​ພ້ອມ​ກັບ​ຄະ​ນະ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຖະ​ຫວາຍ​ທູບ​ທຽນ​ບັນ​ດາ​ເຈົ້າ​ຊີ​ວິດຮ

ຍ​ສ​ໝ - ໃນ​ບັນ​ຍາ​ການ​ສົມ​ກຽດ​ບົນ​ພູ​ເງຍ​ລິງ, ຕໍ່​ໜ້າ​ບັນ​ດາ​ວິນ​ຍານ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດຮຸ່ງ, ບັນ​ດາ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ ໄດ້​ຖະ​ຫວາຍ​ທູບ​ທຽນ ສະ​ແດງ​ຄວາມ​ຮູບຸນ​ຄຸນ​ຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນພະບຸລຸດ, ສະ​ແດງ​ໃຫ້​ເຫັນ ​ສິນ​ທຳ​ທີ່​ວ່າ "ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ" ຂອງ​ຊາດ, ພາ​ວະ​ນາ​ຂໍໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ສາ​ມັກ​ຄີ, ບືນ​ຕົ​ວ​ຂຶ້ນ​ຢ່າງ​ແຮງ ປະ​ກອບ​ສ່ວນ​ເຂົ້າ​ກຳ​ລັງ​ແຮງ​ຢ່າງ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

vovworld.vn

ເຫດການ
302 Found

Found

The document has moved here.