ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10 ຄົນ

13:37 | 26/03/2022

ຍ​ສ​ໝ - ວັນທີ 19 ເດືອນ ທັນວາ ສູນ​ກາງຄະນະຊາວໜຸ່ມ​​ສົມທົບ​ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ກັບການຮ່ວມເດີນທາງຂອງນໍ້າຊາ Dr Thanh ​ໄດ້​ຈັດ​ພິທີ​ມອບ​ລາງວັນລູກ​ໂລກທອງຄໍາ ປີ 2021 ​ແລະ ລາງວັນ​ນັກ​ສຶກສາ​ຍິງ​ດີ​ເດັ່ນ​ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີ​.

ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD
ຊົມ​ເຊີຍ​ທ່ານ​ໝໍ​ໜຸ່ມ​ຫວຽດ​ນາມ 10 ຄົນ ຊົມ​ເຊີຍ​ທ່ານ​ໝໍ​ໜຸ່ມ​ຫວຽດ​ນາມ 10 ຄົນ

ລາງວັນລູກ​ໂລກທອງຄໍາ ປີ 2021 ​ໄດ້​ຮັບ​ການ​ພິຈາລະນາ ​ແລະ ມອບ​ໃຫ້​ບັນດາ​ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ດ້ານ​​ເຕັກ​ໂນ​ໂລ​ຊີ, ​ແມ່ນ​ພົນລະ​ເມືອງຫວຽດນາມ ​ທີ່​ມີ​ອາຍຸ​ບໍ່ເກີນ 35 ປີ ເຊິ່ງພວມ​ຮ່ຳຮຽນ, ຄົ້ນ​ຄ້ວາ, ​ເຮັດ​ວຽກ​ຢູ່​ພາຍ​ໃນ ຫຼື ຕ່າງປະ​ເທດ. ນີ້​ກໍແມ່ນ​ຄັ້ງ​ທີ 10 ​ຕິດ​ຕໍ່​ກັນທີ່ນໍ້າຊາ Dr Thanh ​ຮ່ວມເດີນທາງກັບ​ລາງວັນ​ທີ່ຊົງຄຸນຄ່າ​ ສໍາລັບບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ​ໜຸ່ມຂອງຫວຽດນາມ.

ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ
ລາງວັນລູກ​ໂລກທອງຄໍາ ປີ 2021 ​ໄດ້​ຮັບ​ການ​ພິຈາລະນາ ​ແລະ ມອບ​ໃຫ້​ບັນດາ​ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ດ້ານ​​ເຕັກ​ໂນ​ໂລ​ຊີ, ​ແມ່ນ​ພົນລະ​ເມືອງຫວຽດນາມ ​ທີ່​ມີ​ອາຍຸ​ບໍ່ເກີນ 35 ປີ ເຊິ່ງພວມ​ຮ່ຳຮຽນ, ຄົ້ນ​ຄ້ວາ, ​ເຮັດ​ວຽກ​ຢູ່​ພາຍ​ໃນ ຫຼື ຕ່າງປະ​ເທດ.

ພາຍຫຼັງ​ເກືອບ 3 ເດືອນ​ແຫ່ງ​ການ​ປຸກລະດົມ, ຄະນະ​ກຳມະການ​ຈັດ​ຕັ້ງ​ລາງວັນ​ໄດ້​ຮັບ​ສໍາເນົາເອກະສານ 66 ຊຸຸດ​ຈາກການສະເໜີຂອງ 27 ສໍານັກງານ, ໜ່ວຍງານ, ອົງການ ​ແລະ ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ເມື່ອປຽບທຽບກັບຫຼາຍປີກ່ອນ, ຈໍານວນ​ສໍາເນົາເອກະສານເພີ່ມຂຶ້ນ, ໂດຍສະເພາະແມ່ນຜູ້ທີ່ກໍາລັງຮໍ່າຮຽນ ຫຼື ເຮັດວຽກຢູ່ຕ່າງປະເທດ.

ລາງວັນວິທະຍາສາດ ແລະ ເຕັກໂນໂລຊີ ລູກ​ໂລກທອງຄໍາ ປີ 2021 ໄດ້ມອບໃຫ້ຜູ້ທີ່ມີຄວາມເກັ່ງກ້າສາມາດໜຸ່ມ 10 ຄົນທີ່ດີເດັ່ນທີ່ສຸດ, ໃນນັ້ນ 3 ບຸກຄົນໃນຂົງເຂດໄອທີ, ຫັນເປັນດິຈິຕອນ ແລະ ອັດຕະໂນມັດ; 3 ບຸກ​ຄົນ​ໃນ​ຂົງເຂດ​ເຕັກ​ໂນ​ໂລ​ຊີ​ການ​ແພດ​ ແລະ ​ການ​ຢາ; 1 ບຸກຄົນໃນຂົງເຂດເຕັກໂນໂລຊີຊີວະສາດ; 1 ບຸກຄົນໃນຂົງເຂດເຕັກໂນໂລຊີສິ່ງແວດລ້ອມ ແລະ 2 ບຸກຄົນໃນຂົງເຂດເຕັກໂນໂລຊີວັດສະດຸໃໝ່.

ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ
ສໍາລັບ​ລາງວັນ​ນັກ​ສຶກ​ສາ​ຍິງ​ດີ​ເດັ່ນ​ດ້ານ​ວິ​ທະ​ຍາ​ສາດ​ ແລະ​ ເຕັກ​ໂນ​ໂລ​ຊີ​ປີ 2021, ມີນັກສຶກສາ 20​​ ຄົນຢູ່ໃນ​ສີ 4 ​ຂະແໜງຄື​ ໄອທີ, ໄຟ​ຟ້າ, ເອ​ເລັກ​ໂຕຣ​ນິກ​ ແລະ​ ກົນ​ຈັກ.

ແຕ່ລະບຸກຄົນຮັບລາງວັນໄດ້ຮັບຂັນລູກໂລກທອງຄໍາ, ໃບຢັ້ງຢືນລາງວັນ ແລະ ຫຼຽນກາ “ໄວໜຸ່ມປະດິດສ້າງ” ຈາກສູນກາງຄະນະຊາວໝຸ່ມ ແລະ ເງິນລາງວັນ 20 ລ້ານດົງ.

ສໍາລັບ​ລາງວັນ​ນັກ​ສຶກ​ສາ​ຍິງ​ດີ​ເດັ່ນ​ດ້ານ​ວິ​ທະ​ຍາ​ສາດ​ ແລະ​ ເຕັກ​ໂນ​ໂລ​ຊີ​ປີ 2021, ມີນັກສຶກສາ 20​​ ຄົນຢູ່ໃນ​ສີ 4 ​ຂະແໜງຄື​ ໄອທີ, ໄຟ​ຟ້າ, ເອ​ເລັກ​ໂຕຣ​ນິກ​ ແລະ​ ກົນ​ຈັກ. ບັນດາ​ນັກສຶກສາ​ຍິງ​​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກສູນກາງຄະນະຊາວໝຸ່ມ ​ແລະ ​ເງິນ​ລາງວັນ 6,5 ລ້ານ​ດົ່ງ.

ທ່ານນາງ ເຈີນອວຽນເຟືອງ ຮອງຜູ້ອໍານວຍການໃຫຍ່ ກຸ່ມເຕີນຫຽບຟາດ ໃຫ້ຮູ້ວ່າ “10 ປີຮ່ວມເດີນທາງກັບລາງວັນລູກ​ໂລກທອງຄໍາ, ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງຕໍ່ກັບລາຍການ​ດັ່ງກ່າວ ​ເພາະວ່າ​ນີ້​ແມ່ນ​ສະໜາມ​ຫຼິ້ນ​ທີ່​ມີ​ຄວາມ​ໝາຍ ​ແລະ ສະຕິ​ປັນຍາ ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງ​ບັນດາ​ຜູ້ເກັ່ງກ້າສາມາດ​ໄວໜຸ່ມ ຫວຽດນາມ”.

ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ
ທ່ານນາງ ເຈີນອວຽນເຟືອງ ຮອງຜູ້ອໍານວຍການໃຫຍ່ ກຸ່ມເຕີນຫຽບຟາດ ໃຫ້ຮູ້ວ່າ “10 ປີຮ່ວມເດີນທາງກັບລາງວັນລູກ​ໂລກທອງຄໍາ, ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງຕໍ່ກັບລາຍການ​ດັ່ງກ່າວ ​ເພາະວ່າ​ນີ້​ແມ່ນ​ສະໜາມ​ຫຼິ້ນ​ທີ່​ມີ​ຄວາມ​ໝາຍ ​ແລະ ສະຕິ​ປັນຍາ ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງ​ບັນດາ​ຜູ້ເກັ່ງກ້າສາມາດ​ໄວໜຸ່ມ ຫວຽດນາມ”.

ໃນຖານະເປັນວິສາຫະກິດໜຶ່ງ​, ພວກ​ຂ້າພະເຈົ້າ​​ເຂົ້າ​ໃຈ​ ແລະ​ ເຫັນໄດ້ເຖິງຄວາມສໍາຄັນຂອງ 100 ປີ​​ແຫ່ງການສ້າງຄົນ​. ລາງວັນລູກໂລກທອງຄໍາ​ແມ່ນ​ໂອກາດ​ເພື່ອ​ໃຫ້ເຕີນຫຽບຟາດສາມາດ​ເຊື່ອມ​​ຕໍ່ກັບບັນດາຜູ້ເກັ່ງກ້າສາມາດ​ໜຸ່ມ, ​ຮັບ​ຮູ້ບັນດາ​ຫົວຄິດ​ປະດິດ​ສ້າງ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ລຸ້ນໜຸ່ມ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້ເຖິງ​ບັນດາ​ຜົນງານ​ຂອງຕົນມີຄຸນຄ່າຕົວຈິງໃນ​ຊີວິດ, ​ໄດ້​ຮັບ​ການ​ຮັບ​ຮູ້​ບໍ່​ພຽງ​ແຕ່​ຢູ່ຫວຽດນາມ​ເທົ່າ​ນັ້ນ ​ຫາກຍັງ​ໄດ້ຮັບຮູ້ຢູ່​ຕ່າງປະ​ເທດອີກ ແລະ ສ້າງແຮງບັນດານໃຈໃຫ້ໄວໜຸ່ມຄົນອື່ນໆ.

ທ່ານ​ນາງ ເຈີ່ນ​ອວຽນ​ເຟືອງ ໃຫ້ຮູ້ວ່າ “ການຮ່ວມເດີນທາງກັບລາງວັນລູກໂລກທອງຄໍາ ແລະ ລາງວັນນັກສຶກສາຍິງດີເດັ່ນສໍາລັບຜູ້ເກັ່ງກ້າສາມາດໜຸ່ມຂອງປະເທດຊາດ, ຂ້າພະເຈົ້າບໍ່ພຽງແຕ່ຮູ້ສຶກພາກພູມໃຈເທົ່ານັ້ນ ຫາກຍັງຮູ້ສຶກຄືໄດ້ຮັບກໍາລັງໃຈຈາກມານະຈິດ ແລະ ຄວາມມານະພະຍາຍາມຂອງພວກເຂົາ ເຊິ່ງບໍ່ພຽງແຕ່ໃນການຮໍ່າຮຽນ ແຕ່ຍັງເປັນການປະກອບສ່ວນໃຫ້ຊຸມຊົນ ແລະ ສັງຄົມອີກດ້ວຍ. ດ້ວຍ​ຄວາມສາມາດຂອງ​ຕົນ, ພວກເຂົາໄດ້ຄົ້ນຄິດປະດິດສ້າງສິ່ງທີ່ແທດເໝາະກັບ​​ຊີ​ວິດຕົວຈິງ”.

ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ
ລາງວັນວິທະຍາສາດ ແລະ ເຕັກໂນໂລຊີ ລູກ​ໂລກທອງຄໍາ ປີ 2021 ໄດ້ມອບໃຫ້ຜູ້ທີ່ມີຄວາມເກັ່ງກ້າສາມາດໜຸ່ມ 10 ຄົນທີ່ດີເດັ່ນທີ່ສຸດ, ໃນນັ້ນ 3 ບຸກຄົນໃນຂົງເຂດໄອທີ, ຫັນເປັນດິຈິຕອນ ແລະ ອັດຕະໂນມັດ; 3 ບຸກ​ຄົນ​ໃນ​ຂົງເຂດ​ເຕັກ​ໂນ​ໂລ​ຊີ​ການ​ແພດ​ ແລະ ​ການ​ຢາ; 1 ບຸກຄົນໃນຂົງເຂດເຕັກໂນໂລຊີຊີວະສາດ; 1 ບຸກຄົນໃນຂົງເຂດເຕັກໂນໂລຊີສິ່ງແວດລ້ອມ ແລະ 2 ບຸກຄົນໃນຂົງເຂດເຕັກໂນໂລຊີວັດສະດຸໃໝ່.

ຄຽງຂ້າງການຮ່ວມເດີນທາງຢ່າງໝັ້ນຄົງພ້ອມກັບລາງວັນລູກໂລກທອງຄໍາ ແລະ ລາງວັນນັກສຶກສາຍິງດີເດັ່ນດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ກຸ່ມບໍລິສັດເຕີນຫຽບຟາດ ຍາມໃດກໍໄດ້ຮັບຮູ້ວ່າແມ່ນວິສາຫະກິດນໍາໜ້າຂອງ ຫວຽດນາມ ໃນການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າສູ່ການຜະລິດ ແລະ​ ພັດ​ທະ​ນາບັນດາ​ຜະ​ລິດ​ຕະ​ພັນ​ໃຫມ່​. ໃນຕະຫຼອດການດຳເນີນງານ, ວິສາຫະກິດນີ້ເປັນເຈົ້າການໃນການຊອກຫາວິທີແກ້ໄຂດ້ານເຕັກໂນໂລຊີ ແລະ ໄດ້ລົງທຶນຫຼາຍຮ້ອຍລ້ານໂດລາເຂົ້າໃນພື້ນຖານເຕັກໂນໂລຊີການຜະລິດເຄື່ອງດື່ມທີ່ທັນສະໄໝທີ່ສຸດໃນໂລກ ເພື່ອຜະລິດອອກເຄື່ອງດື່ມທີ່ດີຕໍ່ສຸຂະພາບຂອງຜູ້ບໍລິໂພກ.

ລາງວັນລູກໂລກທອງຄໍາ ຈັດຂຶ້ນໂດຍສູນກາງຄະນະຊາວໝຸ່ມ ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິຈາລະນາ ແລະ ມອບລາງວັນແຕ່ລະປີນັບແຕ່ປີ 2003. ພາຍຫຼັງ 17 ປີຂອງການຈັດຕັ້ງ, ມີ 169 ບຸກຄົນໄດ້ຮັບລາງວັນ. ກຸ່ມ​ບໍລິສັດເຕີນຫຽບຟາດ, ​ຍີ່ຫໍ້​ນໍ້າຊາ Dr Thanh ໄດ້ຮ່ວມເດີນທາງພ້ອມກັບລາງວັນ​ນັບ​ແຕ່​ປີ 2011 ຮອດ​ປະຈຸ​ບັນ.

ໄຊພອນ

ເຫດການ
302 Found

Found

The document has moved here.