WB ຄາດຄະເນວ່າ ຫວຽດນາມ ບັນລຸລະດັບເພີ່ມລາຍຮັບ ແລະການຄ້າສູງສຸດໃນ RCEP

15:08 | 03/03/2022

ໃນບົດລາຍງານຫຼ້າສຸດ ທີ່ຫາກໍ່ປະກາດ, ທະນາຄານໂລກ (WB) ຄາດຄະເນວ່າ ຫວຽດນາມ ສາມາດບັນລຸລະດັບເພີ່ມລາຍຮັບ ແລະການຄ້າສູງສຸດໃນຈຳນວນສະມາຊິກສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

WB ຄາດ​ວ່າ ຫວຽດ​ນາມ ຈະ​ບັນ​ລຸ​ລະ​ດັບ​ລາຍ​ຮັບ ແລະ ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ RCEP WB ຄາດ​ວ່າ ຫວຽດ​ນາມ ຈະ​ບັນ​ລຸ​ລະ​ດັບ​ລາຍ​ຮັບ ແລະ ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ RCEP
ນັກຊ່ຽວຊານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກ RCEP ນັກຊ່ຽວຊານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກ RCEP
WB ຄາດຄະເນວ່າ ຫວຽດນາມ ບັນລຸລະດັບເພີ່ມລາຍຮັບ ແລະການຄ້າສູງສຸດໃນ RCEP
ພາບປະກອບ: TTXVN

ເພື່ອຄາດຄະເນບັນດາຜົນກະທົບທາງດ້ານເສດຖະກິດ ແລະການແຈກຢາຍຂອງ RCEP ຢູ່ ຫວຽດນາມ, WB ໄດ້ສ້າງໜຶ່ງເສັ້ນທາງພື້ນຖານ ແລະ 4 ແຜນການປ່ຽນແທນ. ເສັ້ນທາງພື້ນຖານໄດ້ສ່ອງແສງໃຫ້ເຫັນເງື່ອນໄຂດໍາເນີນທຸລະກິດແບບປົກກະຕິຕາມຕາຕະລາງອັດຕາພາສີຂອງບັນດາສັນຍາກ່ອນນີ້, ລວມທັງສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP). ໃນເສັ້ນທາງພື້ນຖານ, ແຕ່ປີ 2020 ຫາປີ 2035, ພາສີສະເລ່ຍດ້ານການຄ້າ ໂດຍຫວຽດນາມ ນຳໃຊ້ແມ່ນຫຼຸດຈາກ 0,8% ລົງ 0,2%, ໃນຂະນະທີ່ອັດຕາພາສີ ເຊິ່ງຫວຽດນາມ ຕ້ອງປະເຊີນໜ້າແມ່ນຫຼຸດຈາກ 0,6% ລົງ 0,1%.

ໃນບົດລາຍງານຂອງ WB ຍົກໃຫ້ເຫັນຢ່າງລະອຽດ: ໃນແຜນການເພີ່ມສະມັດຕະພາບ, ລວມມີທັງການກະທົບຢ່າງຮ້າຍແຮງກ່ຽວກັບສະມັດຕະພາບ, ຫວຽດນາມ ມີລະດັບເພີ່ມຂຶ້ນສູງສຸດໃນບັນດາປະເທດສະມາຊິກ RCEP. ປື້ມປົກຂາວຂອງ WB ໃຫ້ຮູ້ວ່າ ລາຍຮັບຕົວຈິງເພີ່ມຂຶ້ນ 4,9% ເມື່ອທຽບໃສ່ລະດັບພື້ນຖານ, ສູງກວ່າລະດັບເພີ່ມຂຶ້ນຂອງທົ່ວກຸ່ມ. ການຄ້າກໍ່ເພີ່ມຂຶ້ນແຮງສຸດໃນແຜນການນີ້, ດ້ວຍການສົ່ງອອກເພີ່ມຂຶ້ນ 11,4%. ໃນເສັ້ນທາງພື້ນຖານ, ລວມມີບັນດາທ່າອ່ຽງໄລຍະຍາວ ແລະນັບທັງຄໍາໝັ້ນສັນຍາຫັນອັດຕາພາສີທີ່ພວມປະກາດໃຊ້ຢູ່ໃນພາກພື້ນເປັນເສລີ (ຍົກເວັ້ນ RCEP), ລາຍຮັບຕົວຈິງຢູ່ ຫວຽດນາມ ຄາດຄະເນວ່າຈະເພີ່ມຂຶ້ນ 112,7% ໃນໄລຍະ 2020-2035.

la.qdnd.vn

Tags: RCEP WB CPTPP
ເຫດການ
302 Found

Found

The document has moved here.