ທະນາຄານໂລກ: ຫວຽດນາມຢືນອັນດັບທີ 43 ໃນໂລກໃນດ້ານດັດຊະນີປະສິດທິຜົນໂລຈິສຕິກ, ນອນໃນຈຳນວນ 5 ປະເທດແຖວໜ້າ ອາຊຽນ .

00:00 | 06/12/2023

ຍສໝ - ຕາມ​ທະນາຄານ​ໂລກ (WB), ຫວຽດນາມ ຢືນ​ອັນ​ດັບ​ທີ 43 ​ໃນຕາຕະລາງ​ຈັດ​ອັນ​ດັບດັດຊະນີປະສິດທິຜົນໂລຈິສຕິກ(LPI), ນອນໃນຈຳນວນ 5 ປະ​ເທດ​ແຖວໜ້າ​ໃນ​ອາ​ຊຽນ, ຖັດຈາກ ສິງກະໂປ, ມາເລເຊຍ, ໄທ ​ແລະ ​ມີທີ່ຕັ້ງດຽວ​ກັນກັບ​ຟີ​ລິບ​ປິນ.

ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ໄດ້ປຶກສາຫາລືກ່ຽວກັບທະເລຕາເວັນອອກ ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ໄດ້ປຶກສາຫາລືກ່ຽວກັບທະເລຕາເວັນອອກ
ມອບໃບໃບຢັ້ງວິຊາພາສາລາວ ໃຫ້ນາຍທະຫານ, ທະຫານປະຊາຊົນອາຊີບ ຈໍານວນ 43 ຄົນ ມອບໃບໃບຢັ້ງວິຊາພາສາລາວ ໃຫ້ນາຍທະຫານ, ທະຫານປະຊາຊົນອາຊີບ ຈໍານວນ 43 ຄົນ

ຕາມ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດການ​ບໍ​ລິ​ການໂລຈິສຕິກ​ ຫວຽດ​ນາມ (VLA) ແລ້ວ, ຄ່າ​ໂລຈິສຕິກ​ຂອງ​ຫວຽດ​ນາມ ໃນ​ປະ​ຈຸ​ບັນ​ສະ​ເລ່ຍ 16,8-17% GDP, ສູງ​ກວ່າ​ລະດັບສະ​ເລ່ຍລວມ​ຂອງ​ໂລກ​ໂດຍແມ່ນ 10,6%.

​ໃນ​ຂະນະ​ນັ້ນ, ພື້ນຖານ​ໂຄງ​ລ່າງ​ໂລຈິສຕິກ (logitics) ພາຍ​ໃນ​ປະ​ເທດ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ, ຍັງ​ຂາດ​ການ​ປະສານ​ສົມທົບ ​ແລະ ​ເຊື່ອມ​ໂຍງ; ການ​ວາງ​ແຜນ​ຜັງ​ທ່າ​ເຮືອ​ຍັງ​ບໍ່​ພຽງ​ພໍ, ບໍ່​ມີ​ທ່າ​ເຮືອເປັນຫົວໜ່ວຍປະສານ...ສິ່ງນັ້ນ ກໍ່ຂັດຂວາງການຍົກສູງຄວາມແກ່ງແຍ່ງຂອງຂະແໜງການຂົນສົ່ງໃນສະພາບການຂອງການເຊື່ອມໂຍງເສດຖະກິດໂລກທີ່ເຂັ້ມແຂງ.

ທະນາຄານໂລກ: ຫວຽດນາມຢືນອັນດັບທີ 43 ໃນໂລກໃນດ້ານດັດຊະນີປະສິດທິຜົນໂລຈິສຕິກ, ນອນໃນຈຳນວນ 5 ປະເທດແຖວໜ້າ ອາຊຽນ .

ລະດັບຄວາມໄວໃນການເຕີບໂຕສະ​ເລ່ຍ​ຕໍ່​ປີ​ຂອງ​ທ້ອງຕະຫຼາດ​ການຂົນສົ່ງຂອງ​ ຫວຽດນາມ ​ແມ່ນ 14-16%

ເມື່ອວິ​ເຄາະ​ບັນ​ຫາ​ນີ້​ຢ່າງ​ເລິກ​ເຊິ່ງ, ທ່ານ ເລ​ຢຸຍ​ຮ້ຽບ, ປະ​ທານ VLA ໄດ້​ແບ່ງ​ປັນ​ວ່າ ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຮູບ​ແບບ​ການ​ຂົນ​ສົ່ງ​ຍັງ​ຖືກ​ຈຳ​ກັດ. ສາເຫດແມ່ນຍ້ອນຄວາມສາມາດໃນການຂົນສົ່ງທາງນ້ຳຍັງຕ່ຳ ໂດຍການຂົນສົ່ງທາງນ້ຳພາຍໃນ ກວມເອົາ 21,6%; ການ​ຂົນ​ສົ່ງ​ທາງບົກ​ຍັງ​ແມ່ນ​ຮູບ​ແບບ​ການ​ຂົນ​ສົ່ງ​ທີ່​ມີ​ຄວາມ​ແຜ່​ຫຼາຍ​ທີ່​ສຸດ, ກວມ​ເອົາ 73%.

ຍອດ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ​ຂົນ​ສົ່ງ​ທາງ​ທະ​ເລ​ກວມ​ເອົາ​ພຽງ 5,2%, ທາງ​ລົດ​ໄຟ 0,2% ແລະ​ທາງ​ອາ​ກາດ 0,01%. ຜ່ານນັ້ນ, ​ເຮັດ​ໃຫ້ຄ່າໃຊ້ຈ່າຍ​ຂອງໂລຈິສຕິກ​ເພີ່ມ​ຂຶ້ນ, ເຮັດໃຫ້ຫຼຸດຜ່ອນ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ສິນຄ້າ​ ຫວຽດນາມ.

ຕາມ​ທະນາຄານ​ໂລກ (WB), ຫວຽດນາມ ຢືນ​ອັນ​ດັບ​ທີ 43 ​ໃນຕາຕະລາງ​ຈັດ​ອັນ​ດັບດັດຊະນີປະສິດທິຜົນໂລຈິສຕິກ (LPI-Logistics Performance Index), ນອນໃນຈຳນວນ 5 ປະ​ເທດ​ແຖວໜ້າ​ໃນ​ອາ​ຊຽນ, ຖັດຈາກ ສິງກະໂປ, ມາເລເຊຍ, ໄທ ​ແລະ ​ມີທີ່ຕັ້ງດຽວ​ກັນກັບ​ຟີ​ລິບ​ປິນ.

ລະດັບຄວາມໄວໃນການເຕີບໂຕສະ​ເລ່ຍ​ຕໍ່​ປີ​ຂອງ​ທ້ອງຕະຫຼາດ​ການຂົນສົ່ງຂອງ​ ຫວຽດນາມ ​ແມ່ນ 14-16% ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ ຫວຽດນາມ ​ໃນ​ຫຼາຍ​ປີ​ມາ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອຸດສາຫະກຳ​ບໍລິການໂລຈິສຕິກຂອງ ຫວຽດນາມ ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ຂໍ້​ຈຳກັດ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ຜູ້​ໃຫ້​ບໍລິການໂລຈິສຕິກ. ກິດຈະກໍາການຫັນເປັນດິຈິຕອນຂອງທຸລະກິດໂລຈິສຕິກສ່ວນໃຫຍ່ຍັງຢູ່ໃນຂັ້ນຕອນເບື້ອງຕົ້ນ ແລະ ບໍ່ໄດ້ຮັບການເອົາໃຈໃສ່ການລົງທຶນຢ່າງພຽງພໍ.

ຕໍ່ກັບສະພາບການດັ່ງກ່າວ, ທ່ານ ເຈີ່ນຕ໋ວນແອງ, ຫົວໜ້າຄະນະເສດຖະກິດສູນກາງ ຕີລາຄາວ່າ ໂລຈິສຕິກແມ່ນອຸດສາຫະກຳການບໍລິການທີ່ມີບົດບາດສຳຄັນ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ​ເຖິງ​ວ່າ​ຂະ​ແໜງ​ໂລຈິສຕິກຂອງ ​ຫວຽດນາມ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ແຮງ​ໃນ​ໄລຍະ​ຜ່ານມາ, ແຕ່ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ກໍ່ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ວິຊາສະເພາະ ​ແລະ ຄຸນ​ນະພາ​ບການ​ບໍລິການ, ຊຸກຍູ້​ການ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ໂລຈິສຕິກກັບ​ບັນດາ​ວິ​ສາ​ຫະກິດ​ການຜະລິດ, ດຳ​ເນີນ​ທຸລະ​ກິດ ຫຼື ນຳ​ເຂົ້າ ​ແລະ ສົ່ງ​ອອກ.

ມິງດຶກ

ເຫດການ
302 Found

Found

The document has moved here.