ທະນາຄານໂລກ ສືບຕໍ່ຮ່ວມເດີນທາງ, ຊ່ວຍເຫຼືອ ຫວຽດນາມ

00:00 | 03/12/2023

ຍສໝ - ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ, ການ​ຮ່ວມ​ມື​ຂອງ​ທະນາຄານ​ໂລກ ​ໃຫ້​ແກ່​ ຫວຽດນາມ, ພິ​ເສດ ​ແມ່ນ​​ການໃຫ້ຄຳປຶກສາ​ດ້ານ​ນະ​ໂຍບາຍ, ການ​ສະໜອງ​ການ​ເງິນ ​ແລະ ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ຢ່າງ​ມີ​ປະສິດທິ​ຜົນ.

ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3% ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3%
ທະນາຄານໂລກ: ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕ 7,5% ໃນປີ 2022 ທະນາຄານໂລກ: ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕ 7,5% ໃນປີ 2022

ຕອນ​ບ່າຍ​ວັນ​ທີ 2 ທັນວາ, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ COP28, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ມີການ​ຕ້ອນຮັບທ່ານ​ປະທານ​ທະນາຄານ​ໂລກ (WB) Ajay Banga.

ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ ໄດ້​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ ​ແລະ ການ​ຮ່ວມ​ມື​ຂອງ WB ​ທີ່ສະຫງວນໃຫ້​ ຫວຽດນາມ ​ໃນ​ໄລຍະ​ຜ່ານມາ, ພິ​ເສດ ​ແມ່ນ​ການໃຫ້ຄຳປຶກສາດ້ານ​ນະ​ໂຍບາຍ, ການ​ສະໜອງ​ການ​ເງິນ ​ແລະ ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນການພັດທະນາ​ເສດຖະກິດສັງຄົມ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ ຫວຽດນາມ.

ທະນາຄານໂລກ ສືບຕໍ່ຮ່ວມເດີນທາງ, ຊ່ວຍເຫຼືອ ຫວຽດນາມ
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານປະທານ​ທະນາຄານ​ໂລກ (WB) Ajay Banga ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ COP28

ໂດຍສະແດງຄວາມຊົມເຊີຍ​ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ​ຂອງ​ການ​ພັດທະນາ​ເສດຖະກິດ​ຂອງ ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ປະທານ WB ​ໄດ້​ຕີ​ລາຄາ​ສູງ​ການ​ບໍລິຫານ​ຢ່າງ​ມີ​ປະສິດທິ​ຜົນຂອງ​ລັດຖະບານ ເພື່ສາມາດ​ບັນລຸ​ໄດ້​ບັນດາ​ໝາກຜົນ​ດັ່ງກ່າວ ​ແລະ ​ເນັ້ນ​ໜັກ​ວ່າ WB ສືບ​ຕໍ່​ຖື​ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ​ແລະ ຢືນຢັນ​ຈະ​ສືບ​ຕໍ່​ຮ່ວມເດີນທາງ, ຊ່ວຍເຫຼືອ ຫວຽດນາມ.

​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ​ແລະ ປະທານ​ WB ເປັນເອກະພາບຍູ້ໄວຄວາມຄືບໜ້າບັນດາ​ໂຄງການ​ທີ່​ມີ​ຢູ່ແລ້ວ, ພ້ອມທັງຊຸກຍູ້​ບັນດາ​ໂຄງການ​ຍຸດ​ທະ​ສາດ​ຂະໜາດ​ໃຫຍ່​, ມີສົ່ງຜົນກະທົບແຜ່ກະຈາຍ. ໂຄງການຮຸ່ນໃໝ່ຈຳນວນໜຶ່ງ​ໃນ​ຂອບ​ເຂດບ້ວງ​ເງິນ​ກູ້​ຢືມ​ 5-7 ຕື້ USD ຂອງ WB ​ໃຫ້​ແກ່ ​ຫວຽດນາມ ​ໃນ 3 ປີ​ຈະ​ມາ​ເຖິງ ລວມມີ​ໂຄງການ​ຊຸກຍູ້​ການ​ພັດທະນາ​ພະລັງງານທົດແທນ ຫວຽດນາມ (REACH), ໂຄງການ​ປູກ​ຕົ້ນເຂົ້າ 1 ລ້ານ​ເຮັກຕາ​ໃຫ້ສະມັດຕະພາບສູງ, ການປ່ອຍອາຍພິດຕ່ຳ, ​ໂຄງການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ ຮ່າ​ໂນ້ຍ - ​ຮ່ວາ​ລາກ, ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງເພື່ອ​ປັບຕົວໃຫ້ເໝາະສົມກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ​ໂຄງການ​ຫັນ​ເປັນ​ດິຈິ​ຕອນ, ການ​ຫັນ​ເປັນ​ສີຂຽວ.…

ພ້ອມກັນ, ໃນຂະບວນວິວັດທີ່ WB ພວມ​ສ້າງ​ໂຄງ​ປະກອບ​ທົ່ວ​ໂລກ​ຄືນ​ໃໝ່, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ WB ສ້າງ​ຕັ້ງ​ສູນ​ພາກ​ພື້ນ​ທີ່​ມີ​ສຳນັກງານ​ຢູ່ ຫວຽດນາມ, ຢືນຢັນ​ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ສຳນັກງານ​ພາກ​ພື້ນ​ປະຕິບັດ​ບັນດາ​ໂຄງການ​ຢູ່ ຫວຽດນາມ ແລະ​ ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ.

ໂດຍຕີລາຄາສູງແນວຄວາມ​ຄິດ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ປະທານ​ WB ຢືນຢັນ​ຈະ​ຄົ້ນຄວ້າ​ຢ່າງ​ຈິງ​ຈັງກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​​ພາກ​ພື້ນ. ທ່ານ Ajay Banga ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການ​ຫັນເປັນ​ສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການປູກເຂົ້າ 1 ລ້ານເຮັກຕາທີ່ໃຫ້ສະມັດຕະພາບສູງ, ການປ່ອຍອາຍພິດຕ່ຳ, ຖືວ່າເປັນໂຄງການຕົວແບບກ່ຽວກັບກະສິກຳສີຂຽວຂອງ WB ໃນໂລກ, ຊ່ວຍຫຼຸດຜ່ອນອາຍພິດ methane ກໍຄືສາມາດນໍາເອົາຜົນປະໂຫຍດທາງດ້ານການເງິນທີ່ຊັດເຈນມາສູ່ປະຊາຊົນໂດຍຜ່ານກົນໄກກາກບອນ ເຄຣດິດ.

ທ່ານ​ປະທານ WB ກໍ່​ສະ​ເໜີ​ໃຫ້ ຫວຽດນາມ ຄົ້ນຄວ້າ ​ແລະ ​ເຂົ້າ​ຮ່ວມຕະຫຼາດ​ກາກບອນ ເຄຣດິດ ທົ່ວ​ໂລກ ​ແລະ ຢືນຢັນ​ຄວາມ​ພ້ອມ​ທີ່​ຈະ​ຮ່ວມເດີນທາງ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂະ​ບວນການ​ນີ້, ກໍ່​ຄື​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ບັນດາ​ເປົ້າໝາຍ​ດິນ​ຟ້າ​ອາກາດ ​ເວົ້າລວມ.

ມິງດຶກ

ເຫດການ
302 Found

Found

The document has moved here.