ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ວົ​ງ​ແຄບ ຄັ້ງ​ທີ 28

16:10 | 17/03/2022

ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ວົງແຄບ ຄັ້ງທີ 28 ຖືກໄຂຂຶ້ນໃນວັນທີ 16 ມີນາ ຕາມຮູບການທາງໄກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ ນຳໜ້າຄະນະ ພ້ອມດ້ວຍຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມນຳດ້ວຍ.

ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ວົ​ງ​ແຄບ ຄັ້ງ​ທີ 28
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ (ພາບ: moit.gov.vn)

ໃນກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 19 ຂໍ້ລິເລີ່ມບຸລິມະສິດຮ່ວມມືເສດຖະກິດຂອງ ກຳປູເຈຍ ໃນປີປະທານ ອາຊຽນ 2022. ບັນດາຂໍ້ລິເລີ່ມດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍອີງໃສ່ 04 ການກຳນົດທິດຕົ້ນຕໍ ເຊິ່ງລວມມີ: ເພີ່ມທະວີການເຊື່ອມຕໍ່ດີຈີຕອນ, ວິທະຍາສາດ ແລະ ເຕັກໂນໂລຢີ; ຮັດແຄບໄລຍະຫ່າງພັດທະນາເສດຖະກິດກ່ຽວກັບກຳລັງແກ້ງແຍ້ງຂອງ ອາຊຽນ; ສ້າງ ອາຊຽນ ໃຫ້ຮອບດ້ານ, ຍືນຍົງ ແລະ ມີກຳລັງແກ້ງແຍ້ງ; ເຕີບໂຕ ແລະ ພັດທະນາ ອາຊຽນ ເຊື່ອມໂຍງ. ກອງປະຊຸມກໍໄດ້ເປັນເອກະພາບບັນດາບຸລິມະສິດປະຈຳປີ 2022 ໃນຂົງເຂດເສດຖະກິດ ເຊິ່ງລວມມີ 151 ເນື້ອໃນທີ່ແຕກຕ່າງກັນ, ໃນຂົງເຂດການຄ້າສິນຄ້າ, ການຄ້າການບໍລິການ, ການລົງທຶນ, ຊັບສິນທາງປັນຍາ, ການຄ້າເອເລັກໂຕນິກ; ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ…

ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນຢ່າງແໜ້ນແຟ້ນ ເພື່ອປະຕິບັດເປົ້າໝາຍລວມຂອງປະຊາຄົມເສດຖະກິດ ອາຊຽນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍເນັ້ນໜັກເຖິງເປົ້າໝາຍປັບປຸງລະບົບສະໜອງ ແລະ ຫັນເປັນຫຼາຍຮູບຫຼາຍແບບຂອງ ອາຊຽນ ແນໃສ່ຮັບມືກັບສິ່ງທ້າທາຍທີ່ບໍ່ອາດຄາດຄະເນລ່ວງໜ້າໄດ້ໃນອະນາຄົດ, ຮັກສາການພັດທະນາເສດຖະກິດແບບຍືນຍົງ. ບົນພື້ນຖານນັ້ນ, ຫວຽດນາມ ສະເໜີໃຫ້ບັນດາປະເທດ ອາຊຽນ ເປັນເອກະພາບກ່ຽວກັບວິທີສຳຜັດຕົວຈິງໃນການເຈລະຈາຍົກລະດັບ ສັນຍາການຄ້າສິນຄ້າ ອາຊຽນ (ATIGA) ແນໃສ່ນຳມາເຊິ່ງມູນຄ່າເພີ່ມຢ່າງແທ້ຈິງໃຫ້ແກ່ວິສາຫະກິດຂອງບັນດາປະເທດ ອາຊຽນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.