ສະຫະສະ​ມາ​ຄົມເກິນ​ເທີ, ​ສະ​ຖາ​ບັນ FNF ​ແລະ ມະຫາວິທະຍາ​ໄລ ເກິນ​ເທີ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື

20:07 | 14/03/2022

ຍ​ສ​ໝ - ວັນ​ທີ 10 ມີນາ​ນີ້, ຢູ່​ນະຄອນ ​ເກີນ​ເທີ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ເກີນ​ເທີ, ສະ​ຖາ​ບັນ​ມູນ​ນິທິ Friedrich Naumann (FNF) ຫວຽດນາມ ​ແລະ ມະຫາວິທະຍາ​ໄລ ເກີນ​ເທີ,​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ດ້ວຍ​ຫຼາຍ​ເນື້ອ​ໃນ ​ແລະ ການເຄື່ອນໄຫວ​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ 3 ຝ່າຍ.

ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ
ສະຫະສະ​ມາ​ຄົມເກິນ​ເທີ, ​ສະ​ຖາ​ບັນ FNF ​ແລະ ມະຫາວິທະຍາ​ໄລ ເກິນ​ເທີ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື
ພິ​ທີ​ລົງ​ນາມ​ລະ​ຫວ່​າງ​ສອງ​ຝ່າຍ

ຕາມ​ນັ້ນ​ແລ້ວ, ບັນດາ​ຝ່າຍ​ຈະ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ລາຍການ, ​ໂຄງການ​ວຽກງານການ​ທູດ​ປະຊາຊົນ​ສົມທົບ​ກັບ​ການ​ສຶກສາ; ປະຕິບັດໂຄງການ “ສົ່ງເສີມການພັດທະນາຕົວເມືອງແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ”; ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ບັນຫາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ເສດຖະກິດ​ສາກົນ; ດຳ​ເນີນ​ການ​ຄົ້ນ​ຄ້ວາ ​ແລະ ຍົກ​ສູງ​ໝາກຜົນ​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ການ​ສ້າງ​ຄວາມ​ສາມາດ​ໃຫ້​ແກ່​ວິ​ສາ​ຫະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ... MoU ມີ​ໄລຍະ​ເວລາ 3 ປີ (2022 - 2024).

ຕາມ​ທ່ານ​ນາງ ເລ​ທິ​ແທ່ງຢ່າງ, ປະທານ​ສະຫະສະມາຄົມ ເກິ່ນເທີ ​ແລ້ວ, ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ 3 ຝ່າຍ​ຈະ​ປະກອບສ່ວນ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ປັບປຸງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ນະຄອນ ​ເກີນ​ເທີ ​ແລະ ປະຊາຊົນ ​ເຢຍລະ​ມັນ; ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ນະຄອນ ​ເກີນ​ເທີ ​ແລະ ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ ​ເພື່ອ​ຊອກ​ຮູ້ ​ແລະ ປຶກສາ​ຫາລື​ບັນດາ​ກາລະ​ໂອກາດ​ລົງທຶນ ​ແລະ ການ​ຮ່ວມ​ມື; ແນະນຳ ​ແລະ ລະດົມ​ບັນດາ​ອົງການ NGO ​ເຢຍລະ​ມັນ ​ໄປຊອກຮູ້ ​ແລະ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ປະກັນ​ສັງຄົມ​ຢູ່​ນະຄອນ ເກີນ​ເທີ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ໜູນ​ຊ່ວຍ​ການ​ພັດທະນາ​ໃຫ້​ບັນດາ​ປະ​ເທດທີ່​ດ້ອຍທ່າແຮງ​; ຍູ້​ແຮງ​ການ​ພັດ​ທະ​ນາ​ຕົວ​ເມືອງ​ແບບ​ຍືນ​ຍົງ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢູ່​ນະ​ຄອນ ເກີນ​ເທີ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.