ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ

11:30 | 14/03/2022

ຍສໝ - ວັນທີ 9 ມີນາ, ສະຖານທູດຫວຽດນາມ ປະຈໍາ ອີຕາລີ ພວມຕັ້ງໜ້າ ໜູນຊ່ວຍຊອກຫາວິທີແກ້ໄຂກໍລະນີຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ສົ່ງອອກໄປປະເທດນີ້ມີຄວາມສ່ຽງຖືກຫຼອກລວງ.

ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ

ກ່ອນ​ທີ່​ຈະ​ໄດ້​ຮັບ​ເອກະສານຂອງ​ສະຫະສະມາຄົມ​ແກ່ນໝາກ​ມ່ວງ​ຫິມະ​ພານ ຫວຽດນາມ (Vinacas) ທີ່​ແຈ້ງໃຫ້​ຮູ້​ວ່າ ບາງ​ວິ​ສາ​ຫະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການຊຳລະເມື່ອ​ສົ່ງ​ອອກແກ່ນ​ໝາກ​ມ່ວງ​ຫິມະ​ພານ​ໄປ ອີ​ຕາ​ລີ ​ໃນ​ວັນ​ທີ 8 ມີນາ, ຫ້ອງການ​ການ​ຄ້າ ຫວຽດນາມ ປະຈຳ ອີ​ຕາ​ລີ ​ໄດ້​ຮັບ​ຄໍາຮ້ອງຂໍ ຄວາມຊ່ວຍເຫຼືອຈາກວິ​ສາ​ຫະກິດຈຳນວນໜຶ່ງ ​ແລະ ເປັນເຈົ້າການຕິດຕໍ່ກັບ​ເຈົ້າ​ຂອງ​ກຳ​ປັ່ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອີ​ຕາ​ລີ ​ເພື່ອ​ຢັ້ງຢືນ​ຂໍ້​ມູນ ​ແລະ ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຫວຽດນາມ.

ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ
ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ. ພາບ: TTXVN

ພາຍຫຼັງ​ໄດ້​ຮັບ​ຄຳ​ຮຽກຮ້ອງ​ໜູນ​ຊ່ວຍ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ Vinacas, ຫ້ອງການ​ການ​ຄ້າ ຫວຽດນາມ ປະຈຳ ອີ​ຕາ​ລີ ​ໄດ້ແນະນໍາບັນດາ ວຽກຕ້ອງເຮັດ, ພ້ອມທັງຮຽກຮ້ອງ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຕິດຕໍ່ກັບສານເສດ ຖະກິດສາກົນ, ​ສູນກໍາມະການ​ການ​ຄ້າ​ສາກົນ ຢູ່ຫວຽດນາມ ມີຄໍາເຫັນຕໍ່ບັນດາບໍລິສັດກໍາປັ່ນ​ ເພື່ອບໍ່ໃຫ້ເຂົາສົ່ງສິນຄ້າໃຫ້ຜູ້ຮັບສິນຄ້າທີ່ມີເອກະສານຕົ້ນສະບັບ ຢູ່ອີຕາລີ. ວັນ​ທີ 8 ມີນາ, ຜູ້ຕາງໜ້າ​ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ ອີ​ຕາ​ລີ ​ໄດ້​ຕິດ​ຕໍ່ ​ແລະ ​ໄປ ​ບໍລິສັດ​ກໍາປັ່ນ COSCO ​ ຢູ່​ນະຄອນ​ທ່າ​ກຳ​ປັ່ນ Genoa ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ອີ​ຕາ​ລີ ໂດຍ​ກົງ.

ບູນມີ

ເຫດການ
302 Found

Found

The document has moved here.