ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ເພື່ອ​ຫັນ​ຄວາມຄາດ​ຫວັງ​ພັດ​ທະ​ນາປະ​ເທດ​ຊາດ​ໃຫ້ເຂັ້ມ​ແຂງ​ແຮງ​ກ້າ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

20:11 | 03/03/2022

ໂລກພວມເຫັນປະຈັກຕາການລະເບີດຂອງພື້ນຖານເສດຖະກິດດີຈີຕອນ ໂດຍສະແດງອອກໃຫ້ເຫັນຜ່ານປະລິມານຂໍ້ມູນໃຫຍ່ທີ່ສຸດ ທີ່ໝູນວຽນໃນລະບົບອິນເຕີແນັດທົ່ວໂລກ ໃນນັ້ນມີ ຫວຽດນາມ. ພ້ອມກັນນັ້ນ ໂລກລະບາດໂຄວິດ - 19 ກໍ່ສ້າງຄວາມກົດດັນແລະ ກຳລັງໜູນ ຊຸກຍູ້ວິວັດການຫັນເປັນດີຈີຕອນ ຢູ່ ຫວຽດນາມ ຢ່າງແຮງ ທັງກ່ຽວກັບລະດັບຄວາມໄວ, ຂອບເຂດໜາດ, ສ້າງກາລະໂອກາດໃຫ້ແກ່ວິສາຫະກິດ ຊອກຫາທິດກ້າວເດີນໃໝ່ ແລະ ມີການເຄື່ອນໄຫວທີ່ມີປະສິດທິຜົນກ່ວາອີກ... ຄວາມມານະພະຍາຍາມຫັນເປັນດີຈີຕອນຢ່າງແຮງ ຢູ່ ຫວຽດນາມ ພວມປະກອບສ່ວນເຂົ້າໃນການຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ເຂັ້ມແຂງແຮງກ້າ ໃຫ້ປະກົດຜົນເປັນຈິງ.

ປ່​ຽນ​ແປງ​ໃໝ່​ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​​ດອຍ ປ່​ຽນ​ແປງ​ໃໝ່​ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​​ດອຍ
ການ​ຢ້ຽມ​ຢາມ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ບັນ​ລຸ​ໄດ້​ໝາກ​ຜົນ​ຢ່າງ​ຮອບ​ດ້ານ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ການ​ຢ້ຽມ​ຢາມ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ບັນ​ລຸ​ໄດ້​ໝາກ​ຜົນ​ຢ່າງ​ຮອບ​ດ້ານ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ
ພາບປະກອບ:
ພາບປະກອບ:thoibaotaichinhvietnam.vn

ຂອບຂະໜາດຂອວຕະຫຼາດ IoT (Internet Of Things ) ທົ່ວໂລກ ປີ 2020 ແມ່ນ ມີມູນຄ່າ 308,97 ຕື້ USD. ຕົວເລກນີ້ໄດ້ເພີ່ມຂຶ້ນເປັນ 381,30 ຕື້ USD ໃນປີ 2021, ຄາດວ່າຈະເພີ່ມຂຶ້ນເປັນ 1.850 ຕື້ USD ໃນປີ 2028 ແລະ ລະດັບເຕີບໂຕຕາມແຕ່ລະປີແມ່ນ 25,4% ໃນໄລຍະ 2021 – 2028. ຢູ່ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນພາກພື້ນທີ່ມີປະຊາກອນປະມານ 670 ລ້ານຄົນ, ເສດຖະກິດ ອິນເຕີແນັດ ຄາດວ່າຈະບັນລຸ 1000 ຕື້ USD ໃນປີ 2030 ພາຍຫຼັງທີ່ມີຜູ້ນຳໃຊ້ ອິນເຕີແນັດໃໝ່ຕື່ມອີກ 60 ລ້ານຄົນ ນັບແຕ່ໄລຍະທີ່ຫາກໍ່ເກີດໂລກລະບາດໂຄວິດ - 19, ອັນໄດ້ຍົກຍອດຈຳນວນຜູ້ນຳໃຊ້ອິນເຕີແນັດຂຶ້ນເຖິງ 440 ລ້ານຄົນ, ມີຜູ້ເຂົ້າຮ່ວມການຊື້ເຄື່ອງຂອງທາງຊື້ຂາຍອອນລາຍນັບຫຼາຍສິບລ້ານຄົນ... ບັນດາຕົວເລກດັ່ງກ່າວສ່ວນໜຶ່ງໄດ້ສະແດງໃຫ້ເຫັນວ່າ ເສດຖະກິດດີຈີຕອນ ບໍ່ແມ່ນນິຍາມທີ່ເປັນນາມມະທຳຕໍ່ໄປແລ້ວ ແຕ່ນັ້ນແມ່ນຕົວຈິງທີ່ມີຊີວິດຊີວາຢູ່ພາກພື້ນ ແລະ ໃນໂລກ, ໃນນັ້ນມີ ຫວຽດນາມ.

ເພື່ອຮັບເອົາກາລະໂອກາດດັ່ງກ່າວ, ຕາມເນື້ອໃນຈິດໃຈມະຕິສະບັບເລກທີ 52 ທີ່ໄດ້ອອກໃນວັນທີ 27 ກັນຍາ ປີ 2019 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ວ່າດ້ວຍບາງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດ 4.0, ວັນທີ 3 ມີຖຸນາ ປີ 2020, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ມະຕິສະບັບເລກທີ 749 ວ່າດ້ວຍການອະນຸມັດ “ໂຄງການຫັນເປັນດີຈີຕອນແຫ່ງຊາດຈົນຮອດປີ 2025, ກຳນົດທິດຮອດປີ 2030”. ໂຄງການນີ້ໄດ້ສ້າງພື້ນຖານໃນກໍ່ສ້າງບັນດາໂຄງການ, ແຜນການພັດທະນາເສດຖະກິດ - ສັງຄົມ. ອີງໃສ່ສະພາບການລະອຽດ, ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດ ໄດ້ຕັດສິນໃຈສ້າງແຜນຮ່າງ, ໂຄງການ, ຍຸດທະສາດ, ແຜນການສົບທົບເນື້ອໃນກ່ຽວກັບການຫັນເປັນດີຈີຕອນໃນການເຄື່ອນໄຫວຂອງຕົນ. ເນື້ອໃນຂອງການຫັນເປັນດີຈີຕອນແຫ່ງຊາດໄດ້ຮັບການຕິດຕາມກວດກາ, ຕີລາຄາປະຈຳປີ ແລະ 5 ປີເທື່ອໜຶ່ງ.

ນັບແຕ່ປີ 2020, ໂລກລະບາດໂຄວິດ - 19 ໄດ້ກໍ່ຄວາມກົດດັນ ແລະ ກຳລັງໜູນເພື່ອຊຸກຍູ້ວິວັດການຫັນເປັນດີຈີຕອນຢ່າງແຮງ ແລະ ການລະເບີດຢ່າງແຮງຂອງເສດຖະກິດດີຈີຕອນ ຢູ່ ຫວຽດນາມ ທັງລະດັບຄວາມໄວ ແລະ ຂອບເຂດໄດ້ ສ້າງກາລະໂອກາດໃຫ້ແກ່ວິສາຫະກິດເພື່ອຊອກຫາທິດກ້າວເດີນໃໝ່ ແລະ ມີການເຄື່ອນໄຫວຢ່າງມີປະສິດທິຜົນກ່ວາອີກ. ພິເສດ, ປີ 2021, ໂລກລະບາດໂຄວິດ - 19 ໄດ້ຮັບຖືວ່າແມ່ນ “ກຳລັງຜັກດັນຮ້ອຍປີ” ໃຫ້ແກ່ການຫັນເປັນດີຈີຕອນສຳລັບຂະແໜງຖະແຫຼງຂ່າວ ແລະ ການສື່ສານ. ໂລກລະບາດໂຄວິດ - 19 ໄດ້ຊຸກຍູ້ການຫັນເປັນດີຈີຕອນທັງການຄຸ້ມຄອງບໍລິຫານ ແລະ ການຜະລິດດຳເນີນທຸລະກິດ, ການຈະລາຈອນ, ການແຈກຢາຍ ແລະ ບັນດາການເຄື່ອນໄຫວສັງຄົມເປັນປະເພນີອື່ນໆ.

ຕາມການສະຖິຕິ, ປີ 2021, ຫວຽດນາມ ມີວິສາຫະກິດເຕັກໂນໂລຢີດີຈີຕອນ 64.000 ແຫ່ງ, ເພີ່ມຂຶ້ນ 5.600 ແຫ່ງເມື່ອທຽບໃສ່ປີ 2020. ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນຄື ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ (VNPT), ກຸ່ມບໍລິສັດ ໂທລະຄົມມະນາຄົມເຕັກໂນໂລຢີ ຫວຽດນາມ (Viettel), ກຸ່ມບໍລິສັດຫຸ້ນສ່ວນໂທລະຄົມມະນາຄົມ (CMC), ບໍລິສັດລົງທຶນ ແລະ ພັດທະນາເຕັກໂນໂລຢີ (FPT)... ມີຄວາມສາມາດບົ່ມຊ້ອນ, ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການພັດທະນາອຳນາດການປົກຄອງດີຈີຕອນ, ເສດຖະກິດດີຈີຕອນດ້ວຍການສ້າງບັນດາພື້ນຖານດີຈີຕອນແຫ່ງຊາດ. ດ້ວຍເນື້ອໃນຈິດໃຈ “Make in Viet Nam”, ບັນດາວິສາຫະກິດໄດ້ບືນຕົວຂຶ້ນ, ຜະລິດ ແລະ ເປັນເຈົ້າຂອງບັນດາຜະລິດຕະພັນ, ພື້ນຖານເຕັກໂນໂລຢີເຫັນເປັນດີຈີຕອນຢູ່ພາຍໃນປະເທດ. ໄລ່ສະເພາະໃນປີ 2021, ລາຍຮັບທີ່ໄດ້ຈາກຂະແໜງຖະແຫຼງຂ່າວ ແລະ ການສື່ສານ ບັນລຸໄດ້ 3.462.170 ຕື້ ດົ່ງ ເພີ່ມຂຶ້ນ 9% ເມື່ອທຽບໃສ່ປີ 2020 ແລະ ປະຕິບັດ ແຜນການທີ່ໄດ້ວາງອອກສຳເລັດ 100%ໂດຍພື້ນຖານ. ລາຍຮັບດ້ານອຸດສາຫະກຳຖະແຫຼງຂ່າວ ແລະ ການສື່ສານຂອງ ຫວຽດນາມບັນລຸມູນຄ່າໄດ້ປະມານ 33,568 ຕື້ USD.

ແຜນນະໂຍບາຍໃນການສ້າງພື້ນຖານເສດຖະກິດດີຈີຕອນແມ່ນ 1 ໃນ 3 ເສົາຄ້ຳເພື່ອປະຕິບັດໜ້າທີ່ຫັນເປັນດີຈີຕອນແຫ່ງຊາດ ຂອງ ຫວຽດນາມ, ລວມມີການສ້າງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ສິ່ງນີ້ໄດ້ກຳນົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ. ໂຄງການຫັນເປັນດີຈີຕອນແຫ່ງຊາດ, ຍຸດທະສາດພັດທະນາລັດຖະບານເອເລັກໂຕນິກມຸ່ງໄປເຖິງລັດຖະບານດີຈີຕອນ, ຮ່າງຍຸດທະສາດພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນຂອງ ຫວຽດນາມ ລ້ວນແຕ່ໄດ້ກຳນົດປະລິມານດັດຊະນີຮອດປີ 2025 ແມ່ນ 53 ດັດຊະນີ. ໃນປີ 2022 ມີ 18 ຄາດໝາຍລວມມີ: ການນຳໃຊ້ສມາດໂຟນ, ອິນເຕີແນັດຄວາມໄວສູງຢ່າງທົ່ວເຖິງ, ນຳໃຊ້ຂໍ້ມູນດີຈີຕອນຂອງປະຊາຊົນຢ່າງທົ່ວເຖິງ, ນຳໃຊ້ເອກະສານສຸຂະພາບເອເລັກໂຕນິກຂອງປະຊາຊົນຢ່າງທົ່ວເຖິງ, ປະຕິບັດການສິດສອນທາງໄກຢ່າງທົ່ວເຖິງ, ປະຕິບັດການເຫັນເປັນດີຈີຕອນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງຢ່າງທົ່ວເຖິງ...ນີ້ແມ່ນບັນດາພື້ນຖານສຳຄັນເພື່ອພັດທະນາເສດຖະກິດດີຈີຕອນຢູ່ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.