ການບໍລິການນັກທ່ອງທ່ຽວທີ່ມາຍັງນະຄອນເຫວ້ມີຫຼາຍກິດຈະກຳທາງສິນລະປະວັດທະນະທຳໃນຍາມຄ່ຳຄືນ

07:39 | 04/03/2022

ຍ​ສ​ໝ - ເລີ່ມ​ແຕ່​ຕົ້ນ​ໄຕ​ມາ​ທີ II/2022, ນະ​ຄອນ​ເຫວ້, ແຂວງ​ເຖືອ​ທຽນ - ເຫວ້ ຈະ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ໃນ​ຍາມ​ຄ່ຳ​ຄືນ ເພື່ອ​ໃຫ້​ບໍ​ລິ​ການ​ນັກ​ທ່ອງ​ທ່ຽວ, ນັບ​ແຕ່​ເວ​ລາ 18 ໂມງ ເຖິງ 22 ໂມງ ຂອງ​ທຸ​ກວັນ​ໃນ​ອາ​ທິດ.

ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ
ກວາງນິງ ຈະເປີດປະຕູຮັບນັກທ່ອງທ່ຽວສາກົນຄັ້ງທຳອິດ ໃນວັນທີ 7 ມັງກອນ 2022 ກວາງນິງ ຈະເປີດປະຕູຮັບນັກທ່ອງທ່ຽວສາກົນຄັ້ງທຳອິດ ໃນວັນທີ 7 ມັງກອນ 2022

ເລີ່ມ​ແຕ່​ຕົ້ນ​ໄຕ​ມາ​ທີ II/2022, ນະ​ຄອນ​ເຫວ້, ແຂວງ​ເຖືອ​ທຽນ - ເຫວ້ ຈະ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ໃນ​ຍາມ​ຄ່ຳ​ຄືນ ເພື່ອ​ໃຫ້​ບໍ​ລິ​ການ​ນັກ​ທ່ອງ​ທ່ຽວ, ນັບ​ແຕ່​ເວ​ລາ 18 ໂມງ ເຖິງ 22 ໂມງ ຂອງ​ທຸ​ກວັນ​ໃນ​ອາ​ທິດ.

ບັນ​ດາ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ຈັດ​ຕັ້ງ​ຂຶ້ນ​ປະ​ກອບມີ: ການ​ສະ​ແດງ​ແຕ້ມອັກ​ສອນ​ສິນລະ​ປະ, ການ​ລະ​ຫຼີ້ນ​ພື້ນ​ບ້ານ, ການ​ຂັບ​ລຳ​ພື້ນ​ບ້ານເຫວ້, ການສະ​ແດງ​ຝື​ມື​ຫັດ​ຖະ​ກຳ​ມູນ​ເຊື້ອດັ້ງ​ເດີມ, ການ​ສະ​ແດງ​ຊຸດ​ຍາວ​ປະ​ຈຳ​ຊາດດັ້ງ​ເດີມ​ຂອງ​ແມ່​ຍິງ, ປັ້ນ​ດິນ​ນ້ຳ​ມັນ, ກອງ​ໂຄ້ງ, ດົນ​ຕ​ຣີ​ແຄມ​ທາງ, ເປົ່າ​ຂຸ່ຍ​ໄມ້​ໃຜ່, ລະ​ຄອນ​ຫຸ່ນ (stylistic beauty), ວາດ​ພາບ​ໜ້າ​ຕາ​ຄົນ (portrait sketch), ມາ​ຍາ​ກົນ, ລາຍ​ການ​ດົນ​ຕ​ຣີ​ເຕັ້ນ​ລຳ, ສະ​ແດງ​ປະ​ກວດ​ຊຸ​ຍາວ​ປະ​ຈຳ​ຊາດ, ດົນ​ຕ​ຣີ Bolero, ຫຼີ້ນ​ກີ່​ຕ້າ, ໂອ​ແກນ, ດົນຕ​ຣີ​ບູ​ຮານ, ດົນ​ຕ​ຣີ​ທັນ​ສະ​ໄໝ, ເຕັ້ນ​ລຳ​ພື້ນ​ບ້ານ, ເຕັ້ນ​ກິ​ລາ, ເຊີດ​ສິງ​ໂຕ, ເຕັ້ນ​ຮິບ​ຮັອບ, DJ, ຟ້ອນ​ເພງ​ພື້ນ​ເມືອງ,…

ການບໍລິການນັກທ່ອງທ່ຽວທີ່ມາຍັງນະຄອນເຫວ້ມີຫຼາຍກິດຈະກຳທາງສິນລະປະວັດທະນະທຳໃນຍາມຄ່ຳຄືນ
ພາບ​ປະ​ກອບ: baolaodong

ບັນ​ດາ​ກິດ​ຈະ​ກຳ​ທີ່​ຈະ​ສະ​ແດງ​ໃນ​ແຕ່​ລະ​ອາ​ທິດ, ແຕ່​ລະ​ເດືອນ, ໄຕ​ມາດ, ປີ, ໃນ​ວັນ​ບຸນ​ປະ​ເພ​ນີ​ໃຫຍ່, ບຸນ​ປີ​ໃໝ່,… ໃນ​ສະ​ຖານ​ທີ່​ຕ່າງໆ​ທີ່​ນັກ​ທ່ອງ​ທ່ຽວ​ຮູ້​ກັນ​ເປັນ​ຕົ້ນ​ຄື: ຖະ​ໜົນ​ຄົນ​ເດີນ Pham Ngu Lao – Chu Van An – Vo Thi Sau, ສວນ​ສາ​ທາ​ລະ​ນະ 3 ກຸມ​ພາ (ເຂດຫໍ Ken), ສວນ​ສາ​ທາ​ລະ​ນະ Tu Tuong; ຈຸດ​ວາງ​ສະ​ແດງ​ຂອງ​ພິ​ພິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ເຫວ້; ຖະ​ໜົນ​ຄົນ​ເດີນ Nguyen Dinh Chieu; ເດີ່ນ​ອາ​ນຸ​ສາ​ວະ​ລີ Quoc Hoc ເຫວ້, ເດີ່ນ​ເຈ​ດີ​ທາດ Nghinh Luong Dinh, ຂົວ​ເຄິ່ງວົງ - ສວນ​ສາ​ທາ​ລະ​ນະ Phu Xuan, ຕະຫຼາດ​ກາງ​ຄືນ Dong Ba, ເມືອງ​ກາງ​ຄືນ Hoang Thanh Hue, ຂອບ​ເຂດ​ທາງ​ຍາງ​ແຄມ​ແມ່​ນ້ຳ​ຫອມ Huong.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.