ການຟື້ນຟູການທ່ອງທ່ຽວໃນເຂດທົ່ງພຽງແມ່ນ້ຳຂອງ

11:20 | 03/03/2022

ຍສໝ - ກອງ​ປະ​ຊຸມ “ຟື້ນ​ຟູ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່” ຫາກໍ່ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ ເກີນ​ເທີ.

ກອງປະຊຸມສູນກາງຄັ້ງທີ 4 ຊຸດທີ XIII: ສານອັນເຂັ້ມແຂງກ່ຽວກັບວິວັດການຟື້ນຟູ ແລະພັດທະນາເສດຖະກິດ ກອງປະຊຸມສູນກາງຄັ້ງທີ 4 ຊຸດທີ XIII: ສານອັນເຂັ້ມແຂງກ່ຽວກັບວິວັດການຟື້ນຟູ ແລະພັດທະນາເສດຖະກິດ
ກອງປະຊຸມລັດຖະມົນຕີເສດຖະກິດ CLMV ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ກອງປະຊຸມລັດຖະມົນຕີເສດຖະກິດ CLMV ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19

​ເພື່ອ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໂດຍ​ໄວ, ບັນດາ​ທ້ອງ​ຖິ່ນ​ໄດ້​ຕົກລົງ​ຮັບປະກັນ​ຄວາມ​ປອດ​ໄພຢ່າງ​ສູງ​ສຸດ​ໃຫ້​ແຂກ​ທ່ອງ​ທ່ຽວ​ດ້ວຍ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ. ກະກຽມ​ສິ່ງ​ອຳນວຍ​ຄວາມ​ສະດວກ, ຈັດ​ຕັ້ງ​ການ​ຝຶກ​ອົບຮົມການ​ປ້ອງ​ກັນ​, ຕ້ານໂລກ ລະບາດ. ປະຕິບັດສໍາເລັດ ແລະ ຍົກສູງຄຸນນະພາບບັນດາຈຸດຫມາຍປາຍທາງດ້ວຍ ບັນດາຜະລິດຕະພັນໃຫມ່ຫຼັງຈາກເວລາກະກຽມເພື່ອດໍາເນີນງານຄືນໃຫມ່. ເພີ່ມທະວີການເຊື່ອມຕໍ່ tour ທ່ອງທ່ຽວ, ເສັ້ນທາງ ແລະ ການສົ່ງເສີມຢ່າງເຂັ້ມແຂງ ກວ່າອີກ. ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ກໍ່​ແນະນຳ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ດຶງ​ດູດ​ໃຈ, ມີຊີວິດຊີວາ, ​ແທດເໝາະຕາມ​ລະດູ​ການ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ...

ການຟື້ນຟູການທ່ອງທ່ຽວໃນເຂດທົ່ງພຽງແມ່ນ້ຳຂອງ
ພາບປະກອບ: ຫງວຽນຫືວແທ່ງ

ສິ້ນສຸດກອງປະຊຸມ, ການນຳ 13 ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມສໍາພັນ, ຮ່ວມມືຟື້ນຟູຂະແໜງທ່ອງທ່ຽວ ດ້ວຍຫຼາຍເນື້ອໃນຄື: ຂໍ້ມູນຂ່າວສານກ່ຽວກັບແຜນການໄລຍະສັ້ນ, ສະພາບການເຄື່ອນໄຫວປະຈຳ ໄຕມາດ; ຂໍ້​ມູນ​ກ່ຽວ​ກັບ​ທ່າ​ອ່ຽງ ​ແລະ ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຜະລິດ​ຕະພັນ ​ການທ່ອງທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ບັນດາ​ແຂວງ, ນະຄອນ​ໃນເຂດຈະ​ຄັດ​ເລືອກ​ເອົາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ສະ​ເພາະ​ເຂົ້າການ​ຮ່ວມສໍາພັນ...

ບູນມີ

ເຫດການ
302 Found

Found

The document has moved here.