ກອງປະຊຸມສູນກາງຄັ້ງທີ 4 ຊຸດທີ XIII: ສານອັນເຂັ້ມແຂງກ່ຽວກັບວິວັດການຟື້ນຟູ ແລະພັດທະນາເສດຖະກິດ

07:18 | 11/10/2021

ຍສໝ - ບັນດາສານທີ່ຖືກຕ້ອງຈາກກອງປະຊຸມສູນກາງຄັ້ງທີ 4 ໄດ້ສະແດງໃຫ້ເຫັນເຈດຈຳນົງຂອງພັກ, ຈິດໃຈຂອງປະຊາຊົນ, ຄວາມຕັດສິນໃຈເພື່ອເປົ້າໝາຍໃນການສ້າງສາ ແລະພັດທະນາປະເທດຊາດໃນສະພາບການໃໝ່.

ມື້​ເຮັດ​ວຽກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII ມື້​ເຮັດ​ວຽກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII
ຈັດພິທີຈົບການບໍາລຸງສ້າງໃຫ້ແກ່ນາຍທະຫານລາວ ຊຸດທີ 9 ແລະນາຍທະຫານກໍາປູເຈຍ ຊຸດທີ 14 ຈໍານວນ 17 ຄົນ ຈັດພິທີຈົບການບໍາລຸງສ້າງໃຫ້ແກ່ນາຍທະຫານລາວ ຊຸດທີ 9 ແລະນາຍທະຫານກໍາປູເຈຍ ຊຸດທີ 14 ຈໍານວນ 17 ຄົນ

ສະຖານະການເສດຖະກິດ-ສັງຄົມໃນປີ 2021-2022 ແມ່ນໜຶ່ງໃນສອງກຸ່ມບັນຫາໃຫຍ່, ສຳ ຄັນທີ່ພວມໄດ້ຮັບການປຶກສາຫາລືໃນກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII. ບັນດາຄຳນຳໃນຄຳ ປາໄສເປີດກອງປະຊຸມໂດຍ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງໃຫ້ເຫັນສານອັນເຂັ້ມແຂງຂອງພັກ ແລະລັດຫວຽດນາມ ແມ່ນສືບຕໍ່ຕັ້ງເປົ້າໝາຍເພື່ອຄວາມປອດໄພຈາກການລະບາດຂອງພະຍາດໂຄວິດ - 19; ຮັບປະກັນຊີວິດການເປັນຢູ່, ສຸຂະພາບຂອງປະຊາຊົນ; ການຟື້ນຟູ ແລະການພັດທະນາເສດຖະກິດໃນບັນດາເດືອນທີ່ຍັງເຫຼືອຂອງປີ 2021 ແລະແຜນການຮອດປີ 2022. ບັນດາທັດສະນະ ແລະນະໂຍບາຍເຫຼົ່ານີ້ ກໍ່ໄດ້ຮັບການຕີລາຄາສູງຈາກທາງຫາງສຽງ.

ກອງປະຊຸມສູນກາງຄັ້ງທີ 4 ຊຸດທີ XIII: ສານອັນເຂັ້ມແຂງກ່ຽວກັບວິວັດການຟື້ນຟູ ແລະພັດທະນາເສດຖະກິດ
ພາບປະກອບ: dangcongsan.vn

ທ່ານນາງ ໂດຖີ້ຊວຽນ ຢູ່ຕາແສງ ໂກເຍວ (ເມືອງ ບັກຕື່ລຽມ, ຮ່າໂນ້ຍ) ໄດ້ໃຫ້ຮູ້ວ່າ: “ຂ້າພະເຈົ້າມີຄວາມເຂົ້າໃຈຕໍ່ຄຳປາໄສຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ຂ້າພະເຈົ້າ ຕີລາຄາສູງຕໍ່ບັນດາຂໍ້ສັງເກດຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່ຽວກັບສະພາບການເສດຖະກິດສັງຄົມ ຕໍ່ຜົນສະທ້ອນຂອງໂລກລະບາດ ໂຄວິດ - 19.

ໃນຖານະເປັນສະມາຊິກພັກ, ຂ້າພະເຈົ້າເຊື່ອໝັ້ນຕໍ່ແນວທາງ, ນະໂຍບາຍ ແລະແຜນການຂອງພັກ ແລະລັດໃນໄລຍະຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າ ສະພາບເສດຖະກິດ-ສັງຄົມ ຈະມີເປັນປົກກະຕິ, ຟື້ນຟູ ແລະມີການພັດທະນາໂດຍໄວ.

ທ່ານ ໂຕຮວ່າຍນາມ, ຮອງປະທານຜູ້ປະຈໍາການ ທັງເປັນ ເລຂາທິການຂອງສະມາຄົມວິສາຫະກິດຂະໜາດກາງ ແລະນ້ອຍ ຫວຽດນາມ ໄດ້ກ່າວທັດສະນະວ່າ: “ພາຍຫຼັງເກືອບ 2 ປີທີ່ຕ້ານກັບການລະບາດຂອງພະຍາດ, ພວກເຮົາ ໄດ້ມີຄວາມເຂົ້າໃຈດີຂຶ້ນກ່ຽວກັບພະຍາດ. ເພາະສະນັ້ນ, ຂ້າພະເຈົ້າຄິດວ່າ ພາຍຫຼັງ ໄລຍະເວລານີ້ພວກເຮົາສາມາດສ້າງຫຼາຍແຜນຮັບມື ແລະ ບັນດາແຜນເຫຼົ່ານັ້ນຈະບໍ່ເຮັດໃຫ້ຕົກຢູ່ໃນສະພາບການບັງເອີນຄືໄລຍະເວລາຜ່ານມາ".

ໂດຍລວມແລ້ວ, ສະພາບການເສດຖະກິດ-ສັງຄົມຂອງຫວຽດນາມໃນ 9 ເດືອນຜ່ານມາແມ່ນມີໝາກຜົນດີ. ໄລ່ລວມ 9 ເດືອນ, ເຄື່ອນໄຫວການຜະລິດ, ການດໍາເນີນທຸລະກິດຍັງຖືກຮັກສາໄວ້ຢູ່. ບາງຈຸດເດັ່ນແຈ້ງຂອງພື້ນຖານເສດຖະກິດແມ່ນການເຕີບໂຕສິນເຊື່ອ ບັນລຸ 7,17%, ເຊິ່ງເປັນຕົວໜູນຊ່ວຍຢ່າງຕັ້ງໜ້າໃຫ້ການເຕີບໂຕທາງເສດຖະກິດໃນ 9 ເດືອນ ຕົ້ນປີ 2021. ການລະດົມທຶນທັງໝົດໃນຕະຫຼາດຫຼັກຊັບສໍາລັບພື້ນຖານເສດຖະກິດ ເພີ່ມຂຶ້ນ 12%.

ເຖິງແນວໃດກໍ່ຕາມ, ເພື່ອຮັບປະກັນການພັດທະນາຂອງພື້ນຖານເສດຖະກິດໃນສະພາບການໃໝ່, ຍັງມີຄວາມຈໍາເປັນທີ່ຈະຕ້ອງຫັນປ່ຽນເປົ້າໝາຍການເຕີບໂຕທາງດ້ານເສດຖະກິດໃຫ້ເປັນເປົ້າໝາຍສະຖຽນລະພາບທາງດ້ານເສດຖະກິດມະຫາພາກໂດຍໄວ, ຮັບປະກັນດ້ານຊີວິດສັງຄົມ, ວຽກເຮັດງານທໍາໃຫ້ກັບຜູ້ອອກແຮງງານ. ສະນັ້ນບັນດາສານຈາກກອງປະຊຸມ ສູນກາງ ຄັ້ງທີ 4 ແມ່ນມີຄວາມສຳຄັນທີ່ສຸດ.

ທ່ານ ເລຢຸຍບີ່ງ ຜູ້ຊ່ຽວຊານດ້ານເສດຖະກິດ ໃຫ້ຮູ້ວ່າ: "ຂ້າພະເຈົ້າຄິດວ່າບັນດາວິສາຫະກິດຕ້ອງໄດ້ມິການຜະລິດຢ່າງເປັນປົກກະຕິ ແລະ ໄດ້ມີການຈະລາຈອນສິນຄ້າເປັນປົກກະຕິໃນທົ່ວ 63 ແຂວງ, ນະຄອນໃນທົ່ວປະເທດ. ບັນດາສິ່ງເຫຼົ່ານັ້ນກໍ່ໄດ້ມີການໜູນຊ່ວຍຫຼາຍຢ່າງໃຫ້ແກ່ວິສາຫະກິດໃນສະພາບການປັດຈຸບັນ".

ບົນພື້ນຖານການໄຈ້ແຍກ, ການຄາດຄະເນບັນດາຄວາມອາດສາມາດທີ່ອາດຈະເກີດຂຶ້ນ, ໂດຍສະເພາະແມ່ນສະຖານະການການລະບາດຂອງພະຍາດໃນໂລກ ແລະຢູ່ຫວຽດນາມໃນໄລຍະຈະມາເຖິງ, ກອງປະຊຸມສູນກາງຄັ້ງນີ້ໄດ້ກຳນົດຢ່າງຈະແຈ້ງທັດສະນະ, ແຜນນະໂຍບາຍກ່ຽວກັບການປ້ອງກັນ, ຄວບຄຸມ, ຕ້ານໂລກລະບາດ ແລະຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ ໃນສະພາບການໃໝ່ ເພື່ອປະຕິບັດສໍາເລັດຄາດໝາຍການພັດທະນາເສດຖະກິດ-ສັງຄົມໃນປີ 2021.

ກອງປະຊຸມກໍ່ໄດ້ກຳນົດເປົ້າໝາຍສັງລວມ, ບັນດາເປົ້າໝາຍພື້ນຖານ, ສໍາຄັນທີ່ສຸດ; ບັນດາການກໍານົດທິດທາງ, ແນວທາງ, ແຜນນະໂຍບາຍ, ໜ້າທີ່, ວິທີແກ້ໄຂ ແລະແຜນການ, ຂັ້ນຕອນໃນການຈັດຕັ້ງປະຕິບັດຢ່າງລະອຽດ ສຳລັບ ປີ 2022, ຮັບປະກັນຕິດແທດກັບຕົວຈິງ, ມີຄວາມເປັນໄປໄດ້ສູງເພື່ອສຸມໃສ່ໃນການນຳພາ, ຊີ້ນໍາໃນການຈັດຕັ້ງປະຕິບັດຕັ້ງແຕ່ນີ້ຮອດທ້າຍປີ 2021 ແລະ ໃນທັງປີ 2022.

ບັນດາສານທີ່ຖືກຕ້ອງຈາກກອງປະຊຸມສູນກາງຄັ້ງນີ້ໄດ້ສະແດງໃຫ້ເຫັນເຈດຈຳນົງຂອງພັກ, ຈິດໃຈຂອງປະຊາຊົນ, ຄວາມຕັດສິນໃຈເພື່ອເປົ້າໝາຍໃນການສ້າງສາ ແລະພັດທະນາປະເທດຊາດໃນສະພາບການໃໝ່.

ໄຊພອນ

ເຫດການ
302 Found

Found

The document has moved here.