ງານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ເຕັດ​ຫວຽດ​ນາມທີ່​ພົ້ນ​ເດັ່ນ ຢູ່ ອົດ​ສະ​ຕາ​ລີ

11:57 | 26/02/2022

ຍ​ສ​ໝ - ງານ​ວາງສະ​ແດງ​ສິລະ​ປະ​ເຊີດ​ຊູ​ຮີດຄອງ​ປະ​ເພນີ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 15-24 ກຸມພາ​ນີ້, ຢູ່​ນະຄອນຫຼວງ Canberra, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຊາວ​ທ້ອງ​ຖິ່ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

Samsung ຮ່ວມ​ມື​ພັ​ດ​ທະ​ນາ​ໂຮງ​ງານ​ອັດ​ສະ​ລິ​ຍະ ​ຢູ່ ຫວຽດ​ນາມ Samsung ຮ່ວມ​ມື​ພັ​ດ​ທະ​ນາ​ໂຮງ​ງານ​ອັດ​ສະ​ລິ​ຍະ ​ຢູ່ ຫວຽດ​ນາມ
ອົດ​ສະ​ຕາ​ລີ ລົງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ເລີ​່​ມຕົ້ນ​ທຸ​ລ​ະ​ກິ​ດ ອົດ​ສະ​ຕາ​ລີ ລົງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ເລີ​່​ມຕົ້ນ​ທຸ​ລ​ະ​ກິ​ດ
ງານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ເຕັດ​ຫວຽດ​ນາມທີ່​ພົ້ນ​ເດັ່ນ ຢູ່ ອົດ​ສະ​ຕາ​ລີ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ຫງວຽນ​ເຕ​ິດ​ແທ່ງ ຖ່າຍ​ຮູບ​ເປັນ​ທີ​ລະ​ນຶກ​ຢູ່​ງານ​ວາງ​ສະ​ແດງ (ພາບ: TTXVN)

ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ “ສະບາຍດີ​ປີ​ໃໝ່” ​ໂດຍ​ສູນ​ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ຈັດ​ຕັ້ງ, ມີ​ບັນດາ​ຜົນງານສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ ດ້ວຍ​ຫົວ​ຂໍ້ ​ແລະ ເນື້ອ​ໃນ​ທີ່ເປັນມູນເຊື້ອ, ​ໃນ​ນັ້ນ​ມີ​ຮູບທີ່ພິມດ້ວຍ​ໄມ້ ແລະ ຜະ​ລິດ​ຕະ​ພັນ​ວາງ​ສະ​ແດງ ດ້ວຍ​ຫົວ​ຂໍ້ກ່ຽວກັບ​ເສືອ.

ມາ​ຢ້ຽມຊົມ​ງານ​ວາງ​ສະ​ແດງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ຫງວຽນ​ເຕ​ິດ​ແທ່ງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ເມົາ​ມົວ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສູນ​​ຫວຽດ​ນາມ ໃນ​ການ​ສະ​ແດງ​ໃຫ້​ເຫັນ​ຄຸນຄ່າ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຕິດ​ແທ່ງ ຖື​ວ່າ: ​ເພື່ອ “ພັດ​ທະ​ນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຫວຽດນາມຢູ່ ອົດ​ສະ​ຕາ​ລີຢ່າງເລິກ​ເຊິ່ງ ແລະ ກວ້າງໄກກ່ວາ​ອີກ”, ສູນ​ ຫວຽດນາມ ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ຫັນ​ເປັນຫຼາຍ​ຮູບ​ແບບ ​ແລະ ເປີດກວ້າງ​ຂົງ​ເຂດ​ກໍ່​ຄື​ການ​ເຄື່ອນ​ໄຫວ​ຕາມ​ທິດ​ທັນສະ​ໄໝ​ກ່​ວາ​ອີກ, ສົ່ງ​ເສີມ​ຄວາມ​ຕ້ອງ​ການ​ຊອກຮູ້ຂອງ​ປະ​ຊາ​ຊົນ​, ພິ​ເສດ​ແມ່ນຊາວ​ຫນຸ່ມ​ອົດ​ສະ​ຕາ​ລີ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຕິດແທ່ງ ສະ​ແດງ​ຄວາມ​ສະໜັບສະໜູນ ​ແລະ ພ້ອມ​ແລ້ວ​ທີ່​ຈະໜູນ​ຊ່ວຍ​ສູນ ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ວັດທະນະທຳ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ອື່ນໆ, ພິ​ເສດ​ແມ່ນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຖານທູດ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ.

ທ່ານ​ນາງ ແຮງ​ຫງວຽນ, ຮອງ​ປະທານ​ສາຂາ​ສູນ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ​ໃຫ້​ຮູ້​ວ່າ: ງານ​ວາງສະ​ແດງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຊາວ ອົດ​ສະ​ຕາ​ລີ ຢູ່ Canberra ເປັນ​ຈຳນວນ​ຫຼວງ​ຫຼາຍ, ພິ​ເສດ​ແມ່ນ​ບັນດາ​ຜູ້​ທີ່ມີ​ໂອກາດ​ມາ​ຢ້ຽມຢາມ ​ແລະ ມີປະສົບ​ການຕົວຈິງ​ດ້ານ​ວັດທະນະທຳ ຫວຽດນາມ.

ງານ​ວາງສະ​ແດງ​ຄັ້ງ​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ແຜນການ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຫວຽດນາມ ຢູ່ ອົດ​ສະ​ຕາ​ລີຂອງ​ສູນ​ຫວຽດນາມ. ສູນ​ດັ່ງກ່າວ​ຍັງ​ມີ​ແຜນການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໄປ​ຍັງ​ຂົງ​ເຂດ​ອື່ນ ​ເພື່ອ​ເຊື່ອມ​ຕໍ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ອົດ​ສະ​ຕາ​ລີ ທີ່​ປາດ​ຖະໜາ​ຢາກ​ຊອກ​ຮູ້​ກ່ຽວ​ກັບ ຫວຽດນາມ ​ເວົ້າລວມ ​ແລະ ວັດທະນະທຳ ຫວຽດນາມ ​ເວົ້າ​ສະ​ເພາະ. ສູນ​​ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ສະຖານທູດ​ຫວຽດນາມ ​ໃນ​ການ​ຈັດ​ຕັ້ງ​ບັນດາ​ເຫດການ​ວັດທະນະທຳ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຫວຽດນາມ - ອົດ​ສະ​ຕາ​ລີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.