ຮັກສາສີສັນສະເພາະຂອງຊົນເຜົ່າໂລໂລ ຕິດພັນກັບການພັດທະນາການທ່ອງທ່ຽວ

06:30 | 01/03/2022

ຍສໝ - ຫວ່າງແລ້ວນີ້, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ກາວບັງ ໄດ້ສົມທົບກັນຈັດພິທີເປີດບ້ານຊຸມຊົນ ແລະ ຕີລາຄາສັງລວມໂຄງການ “ອະນຸລັກຮັກສາພື້ນເມືອງຂອງຊົນເຜົ່າ​ໂລ​ໂລ, ແຂວງ ກາວບັງ”.

ປີທ່ອງທ່ຽວແຫ່ງຊາດ - ກ໋ວາງນາມ 2022: ໂອກາດທີ່ດີເພື່ອດຶງດູດແຂກທ່ອງທ່ຽວສາກົນ ປີທ່ອງທ່ຽວແຫ່ງຊາດ - ກ໋ວາງນາມ 2022: ໂອກາດທີ່ດີເພື່ອດຶງດູດແຂກທ່ອງທ່ຽວສາກົນ
ແຂວງແຄ໋ງຮ່ວາ ຈັດຕັ້ງເກືອບ 100 ເຫດການ ເພື່ອຮັບໃຊ້ນັກທ່ອງທ່ຽວໃນປີ 2022 ແຂວງແຄ໋ງຮ່ວາ ຈັດຕັ້ງເກືອບ 100 ເຫດການ ເພື່ອຮັບໃຊ້ນັກທ່ອງທ່ຽວໃນປີ 2022

​ບ້ານຂວຍ​ຂອນ, ຕາ​ແສງ ກິມ​ກຸກ ແມ່ນ​ໝູ່​ບ້ານ​ທ່ອງ​ທ່ຽວ​ຊຸມ​ຊົນ ​ທີ່​ສາ​ມາດ​ຮັກ​ສາ​ບັນ​ດາ​ວັດ​ທະ​ນະ​ທຳ​ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ໂລ​ໂລ. ຊຸມ​ປີ​ມໍ່ໆ​ມາ​ນີ້, ໝູ່​ບ້ານ​ທ່ອງ​ທ່ຽວຂວຍ​ຂອນ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ມາ​ຢ້ຽມ​ຢາມ, ຄົ້ນຫາ ແລະ ລົງພຶດຕິກຳຕົວຈິງ.

ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳ ຂອງຊາວເຜົ່າໂລໂລ, ສົມທົບກັບການຊຸກຍູ້ແຫຼ່ງທ່ອງທ່ຽວ ແລະ ພັດທະນາແຫຼ່ງທ່ອງທ່ຽວ, ຈາກແຫຼ່ງທຶນຂອງໂຄງການເປົ້າໝາຍພັດທະນາວັດທະນະທຳ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ລົງທຶນ 5 ຕື້ດົ່ງເພື່ອຍົກສູງປະສິດທິຜົນການອະນຸລັກຮັກສາບັນດາຄຸນຄ່າ ວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຊົນເຜົ່າໂລໂລ.

ຮັກສາສີສັນສະເພາະຂອງຊົນເຜົ່າໂລໂລ ຕິດພັນກັບການພັດທະນາການທ່ອງທ່ຽວ
ຮັກສາສີສັນສະເພາະຂອງຊົນເຜົ່າໂລໂລ ຕິດພັນກັບການພັດທະນາການທ່ອງທ່ຽວ. (ພາບ: baonhandan)

ບັນດາ​ລາຍການ ​ທີ່​ໄດ້​ຮັບ​ການຜັນຂະຫຍາຍ ​ປະກອບມີ ​ການ​ສ້າງ​ບ້ານ​ຊຸມ​ຊົນ ​ຢູ່​ໝູ່​ບ້ານຂວຍ​ຂອນ; ຮັກສາ​ບັນດາ​ແບບເຮືອນດັ້ງເດີມ​ຂອງ​ຊາວ​ເຜົ່າ​ໂລ​ໂລ. ພ້ອມ​ກັນ​ນັ້ນ, ກໍ່​ດຳເນີນການເກັບສະສົມ ​ແລະ ອະນຸລັກ​ຮັກສາ​ບັນດາ​ບົດ​ເພງ​ພື້ນ​ເມືອງ, ຟ້ອນ​ລຳ​ຕ່າງໆ​ຂອງຊາວເຜົ່າໂລໂລ, ສົມທົບ​ກັບ​ການຈັດ​ຕັ້ງ​ຖ່າຍທອດ, ແນະນຳ​ໃຫ້​ຊາວ​ບ້ານ. ບົນ​ພື້ນຖານ​ນັ້ນ, ຄະນະ​ສິລະ​ປະ​ມະຫາຊົນ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ​ ປະພັນລາຍການ​ສິລະ​ປະ​, ​ໃນ​ນັ້ນ​ມີ​ການ​ສະ​ແດງ​ລະຄອນ​ຕຸກອງທອງ​ຂອງ​ຊາວ​ເຜົ່າ​ໂລ​ໂລ.

ໂດຍຕີ​ລາຄາ​ບັນດາ​ປະສິດທິ​ຜົນ ​ທີ່​ບັນລຸ​ໄດ້​ຜ່ານ​ການ​ປະຕິບັດ​ໂຄງການ, ທ່ານ​ຫົວໜ້າ​ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແບ່ງປັນ​ວ່າ ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໂລ​ໂລ ​ໄດ້​ຮັບ​ການ​ເກັບສະສົມ, ຟື້ນ​ຟູ ​ແລະ ອະນຸລັກ​ຮັກສາ, ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ໃນ​ການ​ປົກ​ປັກ​ຮັກສາບັນດາ​ຄຸນຄ່າ​ວັດທະນະທຳ ​ແລະ ການ​ທ່ອງ​ທ່ຽວ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ຂວຍ​ຂອນສັນຍາ​ວ່າ​ຈະ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.