ແຂວງແຄ໋ງຮ່ວາ ຈັດຕັ້ງເກືອບ 100 ເຫດການ ເພື່ອຮັບໃຊ້ນັກທ່ອງທ່ຽວໃນປີ 2022

08:03 | 24/02/2022

ຍສໝ - ແຜນການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ປີ 2022 ຢູ່​ແຂວງ​ແຄ໋ງຮ່ວາ ມີ​ເກືອບ 100 ກິດຈະກຳ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ...

ທ່ອງທ່ຽວ ຮ່າໂນ້ຍ ກະກຽມຕ້ອນຮັບກາລະໂອກາດໃໝ່ ທ່ອງທ່ຽວ ຮ່າໂນ້ຍ ກະກຽມຕ້ອນຮັບກາລະໂອກາດໃໝ່
ແຂວງ ແຄ໋ງຮ່ວາ ຕ້ອນຮັບນັກທ່ອງທ່ຽວລັດເຊຍ 8.000 ຄົນດ້ວຍ “ໜັງສືຜ່ານແດນວັກຊີນ” ແຂວງ ແຄ໋ງຮ່ວາ ຕ້ອນຮັບນັກທ່ອງທ່ຽວລັດເຊຍ 8.000 ຄົນດ້ວຍ “ໜັງສືຜ່ານແດນວັກຊີນ”

ໃນ​ລະຫວ່າງ​ວັນ​ທີ 30 ​ເມສາ ​ຫາ​ວັນ​ທີ 1 ພຶດສະພາ​ນີ້ ຈະ​ມີ​ການ​ເຄື່ອນ​ໄຫວ​ຂອງ 18 ງານ​ມະ​ໂຫລານ ໂດຍແມ່ນ​ງານ​ບຸນ​ທີ່​ຕິດພັນເຖິງ​ ບຸນ​ທາດ Ponagar ​ແລະ ​ບຸນ​ອຳ​ຈົວ ເຊິ່ງ​ແມ່ນ​ສອງ​ບຸນ​ປະຈຳ​ປີ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ແຂວງ.

ແຂວງແຄ໋ງຮ່ວາ ຈັດຕັ້ງເກືອບ 100 ເຫດການ ເພື່ອຮັບໃຊ້ນັກທ່ອງທ່ຽວໃນປີ 2022
ແຂວງແຄ໋ງຮ່ວາ ຈັດຕັ້ງເກືອບ 100 ເຫດການ ເພື່ອຮັບໃຊ້ນັກທ່ອງທ່ຽວໃນປີ 2022. (ພາບ: thanhnien)

​ໃນ​ຕົ້ນ​ເດືອນ​ມິຖຸນາ (​ໄລຍະຂອງ​ລະດູ​ການ​ທ່ອງ​ທ່ຽວ) ຈະ​ມີ​ປະມານ 30 ກິດຈະກຳ ​ແລະ ເຫດການ​ຕ່າງໆ ​ຖືກ​ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້​ວ່າ “ຍາ​ຈ່າງ - ສະບາຍດີ​ລະດູ​ຮ້ອນ 2022”. ​ບັນ​ດາ​ການ​ເຄື່ອນ​ໄຫວທີ່ພົ້ນເດັ່ນມີຄື: ງານ​ມະ​ໂຫລານ​ສິ​ລະ​ປະ​ແຂວງ​ແຄ໋ງ​ຮ່​ວາ 2022, ງານ​ບຸນ​ທ່ອງ​ທ່ຽວ “ຍາ​ຈ່າງ - ທະ​ເລຮຽກເອີ້ນ 2022”, ການ​ແຂ່ງ​ຂັນ​ບານ​ເຕະຫາດຊາຍທະເລ​ແຫ່ງ​ຊາດ, ການ​ແຂ່ງ​ຂັນ​ກະຕໍ້ຫວາຍຫາດຊາຍທະເລ​ແຫ່ງ​ຊາດ​, ການ​ປະ​ກວດ​ນາງ​ສາວທ່ອງ​ທ່ຽວ​ທະ​ເລ​ຫວຽດ​ນາມ 2022 (ຮອບ​ສຸດ​ທ້າຍ)...

ແຜນການ​ຂອງ​ແຂວງ​ແຄ໋ງຮ່ວາ ​ຍັງ​ມີ 26 ກິດຈະກຳ ​ແລະ ເຫດການ​ທີ່​ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳ​ໃນ​ແຕ່​ລະ​ວັນ, ​ແຕ່ລະ​ອາທິດ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ ​ເຊັ່ນ: ການ​ສະ​ແດງ​ເຄື່ອງ​ດົນຕີ​ຊົນ​ເຜົ່າ, ຂັບ​ຮ້ອງຕ່ວງ ​ແລະ ​ເພງ​ພື້ນ​ເມືອງ ບ໋າ​ຍຈອຍ, ການ​ສະ​ແດງ​ສິລະ​ປະ​ຕາມ​ຖະໜົນ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.