ອາຊຽນ ແລະ ລາຊາອານາຈັກອັງກິດ ຊຸກຍູ້ການຮ່ວມມືການຄ້າ

16:22 | 25/02/2022

ຍ​ສ​ໝ - ໃນ​ວາ​ລະ​ການ​ພົບ​ປະ​ກັນ​ຢູ່​ທີ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ​ທິ​ການ​ອາ​ຊຽນ​ໃນ​ນະ​ຄອນ​ຈາ​ກາ​ຕ່າ ວັນ​ທີ 23 ກຸມ​ພາ, ສອງ​ຝ່າຍ​ໄດ້​ສົນ​ທະ​ນາ​ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆ​ທີ່​ຮ່ວມ​ກັນ​ໃຫ້​ຄວາມ​ສົນ​ໃຈ​ເປັນ​ຕົ້ນ​ສະ​ຖາ​ນະ​ການ​ການ​ຟື້ນ​ຟູ​ຮອບ​ດ້ານ​ຂອງ​ອາ​ຊຽນ (ACRF), ຄວາມ​ຍືນ​ຍົງ ແລະ ການ​ປ່ຽນ​ແປງ​ສະ​ພາບ​ອາ​ກາດ, ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ປ່ຽນ​ແປງ​ໃໝ່​ທາງນະ​ວັດ​ຕະ​ກຳ​ດິ​ຈິ​ຕອ​ລ ແລະ ບົດ​ບາດ​ເປັນ​ສູນ​ກາງ​ຂອງ​ອາ​ຊຽນ​ໃນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ.

ວົງເງິນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ເພີ່ມຂຶ້ນ 17% ວົງເງິນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ເພີ່ມຂຶ້ນ 17%
ຫວຽດນາມ ຈັດຕັ້ງ ພິທີຊັກທຸງ ອາຊຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ ຫວຽດນາມ ຈັດຕັ້ງ ພິທີຊັກທຸງ ອາຊຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ
ອາຊຽນ ແລະ ລາຊາອານາຈັກອັງກິດ ຊຸກຍູ້ການຮ່ວມມືການຄ້າ
ອາຊຽນ ແລະ ລາຊາອານາຈັກອັງກິດ ຊຸກຍູ້ການຮ່ວມມືການຄ້າ: ພາບ​: baoquocte.vn

ທ່ານ​ Lim ເລ​ຂາ​ທິ​ການ​ໃຫຍ່ອາ​ຊຽນ ຕີ​ລາ​ຄາ​ສູງຕໍ່ຄວາມ​ມາ​ນະ​ພະ​ຍາ​ຍາມຕ່າງໆ ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຂອງລາ​ຊາ​ອາ​ນາ​ຈັກ​ອັງ​ກິດ ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ສ້າງປະ​ຊາ​ຄົມອາ​ຊຽນໃຫ້ເກີດຄວາມ​ເປັນ​ຈິງ. ​ທ່ານເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຍົກ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ລາ​ຊາ​ອາ​ນາ​ຈັກອັງກິດ ​ແລະ ບູ​ລະ​ນະປັບປຸງ​ການເຊື່ອມ​ໂຍງ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ຝ່າຍ. ອາ​ຊຽນ ຫວັງ​ວ່າລາ​ຊາ​ອາ​ນາ​ຈັກ​ອັງ​ກິດ​ຈະຍາດ​ແຍ່ງ​ຫັນເອົາ​ຄວາມ​ສະ​ດວກທາງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ໂດຍ​ສົນ​ທິ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດພາກ​ພື້ນ​ຮອບ​ດ້ານ (RCEP) ສະ​ແດງ​ອອກ​ດ້ວຍ​ເປີດ​ກວ້າງ​ການ​ລົງ​ທຶນຂອງ​ປະ​ເທດ​ນີ້​ເຂົ້າ​ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ.

ຜູ້​ນຳ​ອາ​ຊຽນ ລະ​ດົມຊຸກຍູ້​ການ​ເຊື່ອມ​ໂຍງ​ໃຫ້​ແໜ້ນແຟ້ນ​ຂຶ້ນ​ລະ​ຫວ່າງ​ອັງ​ກິດ ແລະ ​ບຸລິມະສິດຕ່າງໆ​ຂອງອາ​ຊຽນ ດ້ວຍ​ການ​ສຳຫຼວດ​ຊອກ​ຫາ​ຄວາມສາ​ມາດໃຫ້​ມີ​ຊຸດ​ໂຄງ​ການ​ຮ່ວມ​ມື​ໃນບັນ​ດາ​ຂົງ​ເຂດ​ຄວາມ​ຍືນ​ຍົງ, ພື້ນຖານ​ໂຄງ​ລ່າງ ແລະ ການ​ຫັນປ່ຽນນະ​ວັດ​ຕະ​ກຳ​ດີ​ຈິ​ຕອ​ລ ຊຶ່ງ​ແມ່ນ​ຂົງ​ເຂດຕ່າງໆ​ທີ່​ສຳຄັນ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ຟື້ນ​ຟູ ພາຍ​ຫຼັງ​ໂລກ​ລະບາດ ກໍ​ຄື​ການ​ຫັນ​ປ່ຽນ​ໂຄງ​ສ້າງໃນ​ໄລຍະ​ຍາວ.

​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ ອາ​ຊຽນ ແລະ ລາ​ຊາ​ອາ​ນາ​ຈັກອັງ​ກິດ ​ບັນ​ລຸ​ໄດ້ກວ່າ 31,8 ຕື້ ໂດ​ລາ USD ໃນ​ປີ 2020.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.