ວົງເງິນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ເພີ່ມຂຶ້ນ 17%

11:31 | 09/01/2022

ຍສໝ - ພາຍຫຼັງ 1 ປີ, ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອັງກິດ (UKVFTA) ​ໄດ້​ມີ​ຜົນ​ສັກສິດ​ຊົ່ວຄາວ (​ແຕ່​ວັນ​ທີ 1 ມັງກອນ 2021) ​ແລະ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 7 ເດືອນ (ແຕ່​ວັນ​ທີ 1 ພຶດສະພາ 2021), ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ ອັງກິດ ​ໃນ​ປີ 2021 ​ໄດ້​ຮັບ​ໝາກຜົນ​ດີ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2020...

ຫວຽດນາມ - ອັງກິດ ເຫັນດີຮອງໜັງສືຜ່ານແດນວັກຊິນຂອງກັນ ຫວຽດນາມ - ອັງກິດ ເຫັນດີຮອງໜັງສືຜ່ານແດນວັກຊິນຂອງກັນ
ໝູນໃຊ້ບັນດາ FTA ເພື່ອຊຸກຍູ້ການຮ່ວມມື ລະຫວ່າງຫວຽດນາມ ແລະ ສິງກະໂປ ໝູນໃຊ້ບັນດາ FTA ເພື່ອຊຸກຍູ້ການຮ່ວມມື ລະຫວ່າງຫວຽດນາມ ແລະ ສິງກະໂປ

ຕາມ​ຂໍ້​ມູນ​ຂອງ​ດ່ານ​ພາສີ​ຫວຽດນາມ​ແລ້ວ, ​ໃນ 11 ​ເດືອນ​ຕົ້ນ​ປີ 2021, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ອັງກິດ ບັນລຸ​ກວ່າ 6 ຕື້ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 17% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020, ​ໃນ​ນັ້ນ ຫວຽດນາມ ມີ​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ 4.46 ຕື້ ໂດລາສະຫະລັດ.

ຍອດວົງເງິນສົ່ງອອກຂອງຫວຽດນາມ ໄປອັງກິດ ບັນລຸ 5,24 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ການສົ່ງອອກຂອງຫວຽດນາມ ໄປອັງກິດ ສ່ວນຫຼາຍແມ່ນເຕີບໂຕດີ. ນຳໜ້າການເຕີບໂຕ ແມ່ນສິນຄ້າດັ່ງຕໍ່ໄປນີ້: ເຫຼັກ ແລະ ເຫຼັກກ້າ (1.183%); ຢາງພາລາ (82,3%); ຜະລິດຕະພັນກະເສດ (70,8%); ຜະລິດຕະພັນຫວາຍ, ໄມ້ໄຜ່, ຜື ແລະ ພົມ (60,3%); ພິກໄທ (48%); ພາຫະນະຂົນສົ່ງ ແລະ ອາໄຫຼ່ (35,3%); ເຄື່ອງປັ້ນດິນເຜົາ (35.2%); ເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະ ອາໄຫຼ່ອື່ນໆ (21%).

ວົງເງິນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ເພີ່ມຂຶ້ນ 17%
ວົງເງິນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ເພີ່ມຂຶ້ນ 17%. (ພາບ: dangcongsan)

ໃນ​ສະພາບ​ການ​ແຜ່​ລະບາດ ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຫຼຸດ​ລົງ ​ແລະ ວິ​ກິດ​ການ container ​ທີ່​ແກ່ຍາວ​ມາ​ແຕ່​ຕົ້ນ​ປີ 2021, ໝາກຜົນ​ການ​ສົ່ງ​ອອກ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ໄປ​ອັງກິດ ​ໃນ​ປີ 2021 ສາມາດ​ເວົ້າ​ໄດ້​ວ່າ “​ຄວາມສຳເລັດທີ່ມະຫັດສະຈັນ”. ​ໃນ​ນັ້ນ, ສັນຍາ UKVFTA ​ໄດ້​ມີ​ບົດບາດເປັນໄມ້ງັດທີ່ໝັ້ນແກ່ນ, ຍ້ອນ​ການ​ຫຼຸດ​ພາສີ​ນຳ​ເຂົ້າ​ລົງ​ເຫຼືອ 0% ພາຍຫຼັງ​ວັນ​ທີ 1 ມັງກອນ 2021. ຜະລິດຕະພັນຫຼາຍຊະນິດມີຄວາມໄດ້ປຽບ ໃນການແກ່ງແຍ່ງທີ່ລື່ນກາຍຢ່າງເຫັນໄດ້ຊັດ ໃນຕະຫຼາດອັງກິດເມື່ອທຽບກັບຜະລິດຕະພັນທີ່ຄ້າຍຄືກັນຂອງຈີນ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ບາງປະເທດອື່ນໆ.

ການສົ່ງອອກຂອງອັງກິດໃນ 11 ເດືອນຕົ້ນປີ 2021 ໄປຫວຽດນາມ ບັນລຸໄດ້ 778.178.006 ໂດລາສະຫະລັດ, ເພີ່ມຂຶ້ນ 27.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິນຄ້ານໍາເຂົ້າຈາກອັງກິດ ມີອັດຕາການເຕີບໂຕຫຼາຍທີ່ສຸດເຊັ່ນ: ໂລຫະທົ່ວໄປອື່ນໆ (637%); ໂທລະສັບ ແລະ ອາໄຫຼ່ (184%); ວັດຖຸດິບຕັດຫຍິບ, ເກີບໜັງ (38.1%); ການຢາ (34,2%); ລົດຍົນປະເພດຕ່າງໆ (23.1%).

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.