ຮ່ວາງດຶກ ແລະ ຮວິ່ງຍື ຄ້ວາໄດ້ລາງວັນບານເຕະຄຳ ຫວຽດນາມ 2021

16:33 | 19/02/2022

ຍ​ສໝ - ຫວ່າງແລ້ວນີ້, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ໜັງ​ສື​ພິມ ໄຊ​ງ່ອນ​ປົດ​ປ່ອຍ ໄດ້​ຈັດ​ຕັ້ງງານ​ລາຕີມອ​ບ​ລາງວັນ​ບານ​ເຕະ​ຄຳ ຫວຽດ​ນາມ ປີ 2021.

ນາງ ຫງວຽນທຸກຖຸ່ຍຕຽນ-ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບນາມມະຍົດນາງງາມສັນຕິພາບສາກົນ 2021 (Miss Grand International 2021) ນາງ ຫງວຽນທຸກຖຸ່ຍຕຽນ-ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບນາມມະຍົດນາງງາມສັນຕິພາບສາກົນ 2021 (Miss Grand International 2021)
ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021 ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021
ຮ່ວາງດຶກ ແລະ ຮວິ່ງຍື ຄ້ວາໄດ້ລາງວັນບານເຕະຄຳ ຫວຽດນາມ 2021
ນັກ​ເຕະ​ຫງວຽນ​ຮ່​ວາງ​ດຶກ​ໄດ້​ຮັບ​ລາງວັນ​ບານ​ເຕະ​ຄຳ​ເພດ​ຊາຍ (ພາບ: qdnd.vn)

ລາງວັນ​ບານ​ເຕະ​ຄຳເພດ​ຊາຍ ໄດ້​ຮັບ​ຖື​ວ່າ​ແມ່ນ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ທີ່​ສຸດ ຍ້ອນ​ນັກ​ເຕະ ຫງວຽນ​ຮ່​ວາງ​ດຶກ (ສະ​ໂມ​ສອນ Viettel) ແລະ ນັກ​ເຕະ​ ຫງວຽນ​ກວາງ​ຫ໋າຍ (ສະ​ໂມ​ສອນ ຮ່າ​ໂນ້ຍ) ລ້ວນ​ແຕ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ. ໝາກ​ຜົນ, ນັກ​ເຕະ​ ຫງວຽນ​ຮ່​ວາງ​ດຶກ, ນັກ​ເຕະ​ທີ່​ມີ​ຄວາມ​ກ້າວ​ໜ້າ​ໃນ​ປີ​ຜ່ານ​ມາ​ ຄ້​ວາ​ໄດ້​ລາງວັນ​ບານ​ເຕະ​ຄຳ. ຮ່​ວາງ​ດຶກ​ ມີການຫຼິ້ນ​ບານ​ຢ່າງ​ປະ​ທັບ​ໃຈ​ໃນ​ທິມ​ຊາດ ຫວຽດ​ນາມ ຢູ່​ຮອບ​ຄັດ​ເລືອກ World Cup ແລະ AFF Cup 2021.

ສຳ​ລັບ​ລາງວັນ​ບານ​ເຕະ​ຄຳເພດ​ຍິງ ໄດ້​ສະ​ຫງວນ​ໃຫ້​ແກ່​ນັກ​ເຕະ​ຍິງ ຮວິ່ງ​ຍື ກັບ​ຕັນ​ຂອງ​ທິມ​ຊາດ​ຫວຽດ​ນາມ ແລະ ຂອງ​ສະ​ໂມ​ສອນ​ນະ​ຄອນ ໂຮ່​ຈີ​ມິນ. ໃນ​ປີ​ຜ່ານ​ມາ, ຮວິ່ງ​ຍື ຄ້​ວາ​ໄດ້​ລາງວັນ​ຊີງ​ຊະ​ນະ​ເລີດ​ແຫ່ງ​ຊາດພ້ອມ​ກັບ​ທິມ​ບານ​ເຕະ​ຍິງ​ນະ​ຄອນ​ໂຮ່​ຈີ​ມິນ. ຕົ້ນ​ປີ 2022, ກັບ​ຕັນ​ ຮວິ່ງ​ຍື ແລະ ບັນ​ດາ​ນັກ​ເຕະ​ຍິງ​ຂອງ​ທິມຊາດ​ຫວຽດ​ນາມ ກໍ່​ຍາດ​ໄດ້​ປີ້​ເຂົ້າ​ຮ່ວມ World Cup 2023.

ນອກ​ຈາກ​ບັນ​ດາ​ລາຍ​ການ​ດັ່ງ​ກ່າວ, ປີນີ້ ຄະ​ນະ​ຈັດ​ຕັ້ງ​ກໍ່​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຄູ​ຝຶກ ມາຍ​ດຶກ​ຈຸງ (ທິມ​ບານ​ເຕ​ະ​ຍິງ), Park Hang-seo (ທິມ​ບານ​ເຕ​ະຊາຍ) ແລະ ຟ້າມ​ມິງ​ຢາງ (ທິມ​ບານ​ເຕ​ະ futsal) ໂດຍ​ແມ່ນ​ຄູ​ຝຶກ​ທີ່​ນຳ​ຜົນ​ສຳ​ເລັດຫຼາຍ​ຢ່າງ​ມາ​ໃຫ້​ຫວຽດ​ນາ​ມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.