ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021

06:48 | 07/09/2021

ພິທີປິດອາມີເກມ 2021 ຄັ້ງທີ 7 ໄດ້ຖືກຈັດຂຶ້ນໃນຕອນບ່າຍໃນວັນທີ 4 ກັນຍາ ຢູ່ ມົດສະກູ ປະເທດລັດເຊຍ.

ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ
ພາບປະທັບໃຈທີ່ພິທີເປີດ Army Games ຢູ່ຫວຽດນາມ ພາບປະທັບໃຈທີ່ພິທີເປີດ Army Games ຢູ່ຫວຽດນາມ
ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021
ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021. ພາບ: dantri.com.vn

ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021. ເລື່ອງເປັນຄັ້ງທີ 4 ເຂົ້າຮ່ວມງານມະຫາກຳກິລາໃນຄັ້ງນີ້ ແມ່ນການສະແດງໃຫ້ເຫັນຄວາມເປັນເຈົ້າການຂອງກອງທັບປະຊາຊົນ ຫວຽດນາມ ໃນການເຄື່ອນໄຫວພົວພັນດ້ານການປ້ອງກັນຊາດກັບຕ່າງປະເທດ. ຍິ່ງກ່ວານັ້ນ ນີ້ກໍ່ແມ່ນການເຄື່ອນໄຫວຢ່າງແທດຈິງ ເພື່ອສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ ທັນສະໄໝ ປະກອບສ່ວນປະຕິບັດຍຸດທະສາດຫັນກອງທັບຂອງພັກ ແລະ ລັດເປັນທັນສະໄໝ.

ທ່ານພົນຈັດຕະວາ Aleksandr Peryazev ຮອງຫົວໜ້າກົມອົບຮົມບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ, ກໍາມະການອາມີເກມ 2021 ຕີລາຄາສູງເລື່ອງຫວຽດນາມ ໄດ້ກະກຽມ ແລະຈັດຕັ້ງການແຂ່ງຂັນລາຍການ "ການແຂ່ງຂັນກິລາປະເພດຍິງປືນ" (Sniper) ແລະ "ການແຂ່ງຂັນກິລາກູ້ໄພສຸກເສີນ". ທ່ານພົນຈັດຕະວາ Aleksandr Peryazev ເວົ້າວ່າ “... ນັ້ນແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ ແລະລັດເຊຍ ເມື່ອທຸງຊາດຂອງສອງປະເທດ ແລະທຸງອາມີເກມ ໄດ້ປິວສະບັດຢູ່ຫວຽດນາມ. ໃຜໆກໍ່ມ່ວນຊື່ນຕໍ່ຄວາມມານະພະຍາຍາມຂອງຫວຽດນາມ”. ກ່ຽວກັບບັນດາທີມຂອງຄະນະກອງທັບປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມການແຂ່ງຂັນຢູ່ອາມີເກມ 2021, ທ່ານຖືວ່າ ບັນດາທີມເຂົ້າຮ່ວມການແຂ່ງຂັນບັນລຸໄດ້ຜົນງານດີເດັ່ນ, ນາຍທະຫານກອງທັບປະຊາຊົນຫວຽດນາມ ໄດ້ຮັບການຝຶກຊ້ອມເປັນຢ່າງດີ, ເຄົາລົບລະບຽບວິໄນ ແລະຂໍ້ກຳນົດຂອງການແຂ່ງຂັນ.

ຕາມທ່ານພົນຈັດຕະວາ ຟ້າມວັນທ໊າຍ ຫົວໜ້າຄະນະກອງທັບປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມອາມີເກມ 2021, ບັນດາທີມຂອງຫວຽດນາມໄດ້ມີຄວາມສາມັກຄີ, ຕັດສິນໃຈສູງ, ແກ້ໄຂທຸກຄວາມຫຍຸ້ງຍາກເພື່ອແຂ່ງຂັນດ້ວຍຄວາມສາມາດສູງສຸດ. ພິເສດ, ຫົວໜ້າຄະນະໄດ້ຊີ້ນໍາກຸ່ມວິຊາສະເພາະສົມທົບກັນຢ່າງແໜ້ນແຟ້ນກັບບັນດາຫົວໜ້າທີມຜັນຂະຫຍາຍບັນດາລາຍການ, ມາດຕະການຮັບປະກັນຄວາມໝັ້ນຄົງ, ປອດໄພໃນທຸກດ້ານຢ່າງເດັດຂາດ, ໃນນັ້ນມີວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາທີມໃນໄລຍະເຂົ້າຮ່ວມການແຂ່ງຂັນຢູ່ສະຫະພັນລັດເຊຍ ເວົ້າສະເພາະ ແລະຕ່າງປະເທດເວົ້າລວມ.

ໃນການແຂ່ງຂັນ, ທີມກອງທັບ ຫວຽດນາມ ສາມາດຄວ້າໄດ້ 1 ຫຼຽນຄຳ 2 ຫຼຽນເງິນ 4 ຫຼຽນທອງ ພ້ອມກັບບັນດາລາງວັນດີເດັ່ນ ພິເສດຢູ່ແຕ່ລະລາຍການແຂ່ງຂັນ.

ໄຊພອນ

ເຫດການ
302 Found

Found

The document has moved here.