ພື້ນ​ຖານ​ອະລິ​ຍະ​ທຳ​ຂອງຊາດ ຫວຽດ​ນາມ ໄດ້ຮັບ​ການ​ກໍ່​ສ້າງ​ຂຶ້ນ​ດ້ວຍ 54 ຊົນ​ເຜົ່າອ້າຍ​ນ້ອງ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ

15:41 | 13/02/2022

ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພັດທະນາພື້ນຖານໂຄງລ່າງຢູ່ເຂດຫ່າງໄກສອກຫຼີກ, ປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມ ແລະ ເອົາໃຈໃສ່ເຖິງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງປະຊາຊົນບັນດາເຜົ່າອ້າຍນ້ອງ, ຖືວັດທະນະທຳບັນດາເຜົ່າແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກວັດທະນະທຳ ຫວຽດນາມ ໄດ້.

ແຜ່​ຂະ​ຫຍາຍ​ຈິດ​ໃຈ​ທຳ​ການ​ກຸ​ສົນ​ຂອງ ທ່ານ​ໝໍ​ທະ​ຫານ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້ ແຜ່​ຂະ​ຫຍາຍ​ຈິດ​ໃຈ​ທຳ​ການ​ກຸ​ສົນ​ຂອງ ທ່ານ​ໝໍ​ທະ​ຫານ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້
ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ປີ 2022 (ພາບ: VOV)
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ປີ 2022 (ພາບ: VOV)

ຕອນເຊົ້າວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ປີ 2022. ກ່າວຄຳເຫັນໃນວັນບຸນ, ທ່ານປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ພື້ນຖານອະລິຍະທຳອັນສະຫງ່າງາມຂອງຊາດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນຈາກ 54 ຊົນເຜົ່າອ້າຍນ້ອງ. ນັ້ນແມ່ນພື້ນຖານວັດທະນະທຳທີ່ຫຼາກຫຼາຍສີສັນ, ອຸດົມສົມບູນ, ມີຄວາມເປັນເອກະພາບສູງກ່ຽວກັບພາສາ, ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ. ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພັດທະນາພື້ນຖານໂຄງລ່າງຢູ່ເຂດຫ່າງໄກສອກຫຼີກ, ປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມ ແລະ ເອົາໃຈໃສ່ເຖິງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງປະຊາຊົນບັນດາເຜົ່າອ້າຍນ້ອງ, ຖືວັດທະນະທຳບັນດາເຜົ່າແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກວັດທະນະທຳ ຫວຽດນາມ ໄດ້. ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ຈັດຂຶ້ນທຸກໆປີຢູ່ ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກວ່າ “ຊາຍຄາລວມ” ນີ້ ແມ່ນບ່ອນເຕົ້າໂຮມ, ແຜ່ກະຈາຍມູນເຊື້ອວັດທະນະທຳບັນດາເຜົ່າ ຫວຽດນາມ:

“ຂ້າພະເຈົ້າດີໃຈຫຼາຍທີ່ຮັບຮູ້ວ່າ ຈຸດຄວາມງານທີ່ເປັນເອກະລັກສະເພາະຂອງ 54 ຊົນເຜົ່າ ບໍ່ພຽງແຕ່ໄດ້ສະແດງຢູ່ທີ່ນີ້, ຫາກແມ່ນວິຖີຊີວິດປະຈຳວັນຂອງແຕ່ລະຊົນເຜົ່າຂອງ ຫວຽດນາມ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ຄວາມງານວັດທະນະທຳໄດ້ແຜ່ກະຈາຍໃນຊີວິດ ຫາກບໍ່ແມ່ນນອນຢູ່ໃນຫໍພິພິທະພັນເທົ່ານັ້ນ. ບັນດາຈຸດຄວາມງານທີ່ເຂັ້ມຂົ້ນໄປດ້ວຍສີສັນນັ້ນ ໄດ້ ແລະ ກຳລັງປະສົມກົມກ່ຽວເຂົ້າກັນ ເປັນຄວາມງາມອັນຍິ່ງໃຫຍ່ຂອງວັດທະນະທຳ ຫວຽດນາມ”.

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ລັ່ນຄ້ອງ ບົ່ງບອກງານບຸນສີສັນລະດູບານໃໝ່ ແລະ ມອບຂອງຂວັນໃຫ້ 22 ຄົນ ເຊິ່ງເປັນຜູ້ຕາງໜ້າບັນດາເຜົ່າສ່ວນໜ້ອຍ ທີ່ມີໜ້າຢູ່ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.