ໂຈະການນຳເຂົ້າ ແລະ ສົ່ງອອກຜ້າປິດປາກ ແລະ ຖົງມືການແພດເປັນການຊົ່ວຄາວ ນັບແຕ່ວັນທີ 15 ມີນານີ້

16:30 | 11/02/2022

ຍສໝ - ບັນດາງວດສິນຄ້າ​​ຜ້າປິດປາກ, ຖົງ​ມື​ແພດການ​ແພດ ​ແລະ​ ຊຸດ​ປ້ອງ​ກັນ​ພະຍາດ​ລະບາດ​ ທີ່​ໄດ້​ຮັບ​ການ​ເຮັດລະບຽບການ​ພາ​ສີ​​ນຳເຂົ້າຊົ່ວຄາວ ​ແຕ່​ວັນ​ທີ 1 ມັງກອນ 2022 ຫາ​ກ່ອນ​ວັນ​ທີ 15 ມີນາ 2022 ຈະ​ສືບ​ຕໍ່ໄດ້​ປະຕິບັດ​ຕາມ​ຂໍ້ກຳນົດ.

ຊຸກຍູ້ການຜະລິດ ແລະ ການນຳເຂົ້າວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19 ຊຸກຍູ້ການຜະລິດ ແລະ ການນຳເຂົ້າວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19
ລັດເຊຍ ເພີ່ມການນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງຈາກຫວຽດນາມ ລັດເຊຍ ເພີ່ມການນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງຈາກຫວຽດນາມ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຖະແຫຼງການສະບັບເລກທີ 03/2022/TT-BCT ກຳນົດການໂຈະການດຳເນີນທຸລະກິດການນຳເຂົ້າ, ສົ່ງອອກຊົ່ວຄາວ ສຳຫຼັບຜ້າປິດປາກ​, ຖົງມືທາງການແພດ ແລະ ຊຸດ​ປ້ອງ​ກັນ ແລະ ຄວບຄຸມການລະບາດ, ເລີ່ມແຕ່ວັນທີ 15 ມີນາ 2022 ຮອດທ້າຍວັນທີ 31 ທັນວາ 2022.

ໂຈະການນຳເຂົ້າ ແລະ ສົ່ງອອກຜ້າປິດປາກ ແລະ ຖົງມືການແພດເປັນການຊົ່ວຄາວ ນັບແຕ່ວັນທີ 15 ມີນານີ້
ໂຈະການນຳເຂົ້າ ແລະ ສົ່ງອອກຜ້າປິດປາກ ແລະ ຖົງມືການແພດເປັນການຊົ່ວຄາວ ນັບແຕ່ວັນທີ 15 ມີນານີ້. (ພາບ: TTXVN)

ບັນດາລະຫັດສິນຄ້າຂອງ​ຜ້າປິດປາກທາງການແພດ ຖືກໂຈະຊົ່ວຄາວການນໍາເຂົ້າ ແລະ ການສົ່ງຄືນໃໝ່ ປະກອບມີລະຫັດສິນຄ້າ 6307.90.40; ລະຫັດສິນຄ້າ 6307.90.90.

ບັນດາລະ​ຫັດ​ຜະ​ລິດ​ຕະ​ພັນ​​ຖົງ​ມື​ການ​ແພດ​ ຖືກໂຈະຊົ່ວຄາວການນໍາເຂົ້າ ແລະ ການສົ່ງອອກຄືນ ປະກອບມີລະຫັດສິນຄ້າ 3926.20.90; ລະຫັດລາຍການ 4015.11.00; ລະຫັດສິນຄ້າ 4015.19.00.

​ເປັນ​ທີ່​ສັງ​ເກດ, ຊຸດ​ປ້ອງ​ກັນ​ການ​ລະບາດ​ ລວມທັງຊຸດ​ເຄື່ອງນຸ່ງ, ແວ່ນ​ຕາ, ​ຜ້າປິດປາກທາງການ​ແພດ, ໝວກ​ປ້ອງ​ກັນ, ​ຖົງ​ມື ​ແລະ ເກີບ​ທີ່​ມີ​ລະຫັດ​ສິນຄ້າ 6210.10.90 ກໍ່​ຖືກ​ຢຸດຕິ​ການ​ນຳ​ເຂົ້າ-​ສົ່ງ​ອອກ​ຊົ່ວຄາວ.

ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ສຳຫຼັບບັນດາງວດສິນຄ້າ​​ຜ້າປິດປາກ, ຖົງມືທາງການແພດ ແລະ ເຄື່ອງປ້ອງກັນການລະບາດຂອງພະຍາດ ທີ່​ໄດ້​ທີ່ໄດ້ເຮັດລະບຽບການພາ​ສີນຳເຂົ້າ​​ຊົ່ວຄາວ ​ແຕ່​ວັນ​ທີ 1 ມັງກອນ 2022 ຫາ​ກ່ອນ​ວັນ​ທີ 15 ມີນາ 2022 ຈະ​ສືບ​ຕໍ່​ປະຕິບັດການສົ່ງອອກຄືນໃໝ່​ຕາມ​​ຂໍ້​ກຳນົດ​ຂອງ​ດຳລັດ 69/2018/ND-CP ຂອງ​ລັດຖະບານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.