ຍີ່ປຸ່ນ ເພີ່ມການນຳເຂົ້າກາເຟ ຈາກຕະຫຼາດຫວຽດນາມ

17:45 | 15/03/2022

ຍສໝ - ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ກາ​ເຟ​ໃຫຍ່​ອັນ​ດັບ 2 ​ໄປ ຍີ່ປຸ່ນ ​ແລະ ພວມ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ບໍລິ​ໂພ​ກ.

3 ຮ້ານກາເຟ ເພື່ອຊົມວິວຕາເວັນຕົກທີ່ສວຍງາມຂອງນະຄອນດ່າລາດ 3 ຮ້ານກາເຟ ເພື່ອຊົມວິວຕາເວັນຕົກທີ່ສວຍງາມຂອງນະຄອນດ່າລາດ
ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ

ຕາມ​ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ແລ້ວ, ວັດທະນະທຳ​ການ​ນຳ​ໃຊ້​ກາ​ເຟ​ຈາກ ​ເອີ​ລົບ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ມີ​ອິດ​ທິພົນ​ ໃນ​ການ​ຊົມ​ໃຊ້​ເຄື່ອງ​ດື່ມ​ຮ້ອນ​ຢູ່ ຍີ່ປຸ່ນ, ​ເຮັດ​ໃຫ້ຄວາມ​ຕ້ອງການ​ກາ​ເຟ​ຂອງ​ຊາວ​ໜຸ່ມ​ເພີ່ມຂຶ້ນ. ສິ່ງດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ໄວໜຸ່ມບໍລິໂພກກາເຟແບບລະລາຍ ຢູ່ຮ້ານກາເຟພິເສດ ແລະ ຮ້ານກາເຟຍີ່ຫໍ້ດັງເທົ່ານັ້ນ, ແຕ່ຍັງສົ່ງເສີມໃຫ້ເຂົາເຈົ້າເຮັດກາເຟຢູ່ເຮືອນເອງ, ເຮັດໃຫ້ຄວາມຕ້ອງການກາເຟປະເພດຕ່າງໆເພີ່ມຂຶ້ນ.

ຍີ່ປຸ່ນ ເພີ່ມການນຳເຂົ້າກາເຟ ຈາກຕະຫຼາດຫວຽດນາມ
ກາເຟ ຈາກຕະຫຼາດຫວຽດນາມ. (ພາບ: vietnamplus)

ການ​ນຳ​ເຂົ້າ​ກາ​ເຟ​ຂອງ​ຍີ່​ປຸ່ນ​ ຢູ່ໃນລະດັບ​ຕ່ຳ​​ໃນ​ 2 ປີ​ລຽນຕິດ ​ປີ 2020 ແລະ 2021 ຍ້ອນ​ຜົນ​ກະ​ທົບ​ທາງ​ລົບຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຢ່າງໃດກໍ່ຕາມ, ຄວາມນິຍົມຂອງກາເຟ ແມ່ນພວມເພີ່ມຂຶ້ນ ແລະ ແຜ່ຂະຫຍາຍໄປທົ່ວໂລກ, ເຮັດໃຫ້ຄວາມຕ້ອງການໃນປະເທດຍີ່ປຸ່ນ ເພີ່ມຂຶ້ນໃນຊຸມປີຂ້າງຫນ້າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.