ຊຸກຍູ້ການຜະລິດ ແລະ ການນຳເຂົ້າວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19

07:50 | 08/12/2021

ຍສໝ - ໃນວັນ​ທີ 5 ທັນວາ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ​ໄດ້​ເປັນ​ປະທານ​ກອງປະຊຸມ​ກັບ​ບັນດາ​ກະຊວງ, ຂະແໜງການ, ຫົວໜ່ວຍ ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຄົ້ນຄວ້າ ​ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ຜະລິດ​ວັກຊີນ ​ແລະ ຢາ​ປິ່ນປົວ​ພະຍາດ COVID-19 ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ນຳ​ເຂົ້າວັກຊີນ, ຢາ​ປິ່ນປົວ​ພະຍາດ COVID-19.

ອາເຈນຕິນາ ມອບຢາວັກຊີນຕ້ານໂຄວິດ-19 ເປັນມູນຄ່າກວ່າ 2 ລ້ານໂດລາສະຫະລັດ ໃຫ້ຫວຽດນາມ ອາເຈນຕິນາ ມອບຢາວັກຊີນຕ້ານໂຄວິດ-19 ເປັນມູນຄ່າກວ່າ 2 ລ້ານໂດລາສະຫະລັດ ໃຫ້ຫວຽດນາມ
ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ​ເນັ້ນ​ໜັກ​ວ່າ: ໃນທົ່ວ​ໂລກເວົ້າລວມ, ​ນັບທັງ​ບັນດາ​ປະ​ເທດ ​ຄື: ຍີ່​ປຸ່ນ, ສ.​ເກົາຫຼີ, ສິງກະ​ໂປ... ລ້ວນ​ແຕ່​ມີ​ມາດ​ຕະການ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ແລະ ຢາ​ປິ່ນປົວ​ພະຍາດ​ທີ່​ກ້າວໜ້າ, ​ແຕ່​ຍັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເຊື້ອ​ໄວ​ຣັສ​ສາຍພັນໃໝ່ Omicron ແລະ ຫວຽດນາມ ບໍ່ຢູ່ນອກເໜືອນັ້ນ.

ຕາມບົດ​ລາຍ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກ ​ແລະ ການປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ ໄດ້ໃຫ້ຂໍ້ສັງເກດວ່າ: ສະພາບ​ຕົວ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຍຸດ​ທະ​ສາດວັກຊີນ​ຂອງ​ຫວຽດນາມ ​ເໝາະ​ສົມ​ກັບ​ສະພາບ​ການ, ທັນ​ການ, ​ໄດ້​ຮັບ​ໝາກຜົນ​ດີ. ​ເຖິງ​ວ່າ​ຫວຽດນາມ ​ຈະ​ຊ້າ​ກວ່າ​ຫຼາຍ​ປະ​ເທດ​ໃນ​ການ​ສັກ​ຢາ​ປ້ອງ​ກັນ, ແຕ່ດ້ວຍ​ອັດຕາ​ການ​ສັກ​ຢາ​ວັກຊີນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ມາ​ຮອດ​ປະຈຸ​ບັນ, ອັດຕາ​ສ່ວນ​ຂອງ​ຜູ້​ອາຍຸ 18 ປີ​ຂຶ້ນໄປທີ່​ໄດ້​ຮັບ​ການສັກຢາ​ໂດສ​ທີ 1 ​ໄດ້​ບັນລຸ 94% ​ແລະ ​ການ​ສັກ​ຢາ​ໂດສ​​ທີ 2 ບັນລຸ 69%. ນີ້ແມ່ນອັດຕາທີ່ສູງພໍສົມຄວນ ເມື່ອປຽບທຽບກັບທົ່ວໂລກ.

ຊຸກຍູ້ການຜະລິດ ແລະ ການນຳເຂົ້າວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19
ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ​ໄດ້​ເປັນ​ປະທານ​ກອງປະຊຸມ​ ຊຸກຍູ້ການຜະລິດ ແລະ ການນຳເຂົ້າວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19. (ພາບ: TTXVN)

ອີງຕາມບົດລາຍງານຂອງກະຊວງສາທາລະນະສຸກ, ຈໍານວນຢາວັກຊີນທັງຫມົດທີ່ໄດ້ຮັບ ແລະ ຄາດວ່າຈະໄດ້ຮັບໃນທ້າຍປີ 2021 ຈາກແຫຼ່ງການຊື້, ການຊ່ວຍເຫຼືອ ແລະ ການອຸປະຖຳແມ່ນປະມານ 200 ລ້ານກວ່າໂດສ. ມາ​ຮອດ​ວັນ​ທີ 3 ທັນວາ​ນີ້, ຫວຽດນາມ​ໄດ້​ຮັບ​ຢາ​ວັກຊີນ​ກວ່າ 150 ລ້ານ​ໂດ​ສ, ​ໃນ​ນັ້ນ​ມີ​ເກືອບ 71,5 ລ້ານ​ໂດ​ສ​ ໄດ້​ຮັບ​ຊື້​ຈາກ​ງົບປະມານ​ແຫ່ງ​ລັດ ​ແລະ 79 ລ້ານ​ໂດ​ສ ​ຈາກ​ການ​ຊ່ວຍ​ເຫຼືອ ​ແລະ ​ອຸປະຖຳ.

ກະຊວງ​ສາທາລະນະ​ສຸກ​ຕ້ອງ​ໜູນ​ຊ່ວຍ ​ບັນດາຜູ້​ຜະລິດ​ຢາ​ປິ່ນປົວ​ພະຍາດ​ໂຄ​ວິດ-19 ​ຢູ່​ພາຍ​ໃນປະເທດ​ເພື່ອຈັດຕັ້ງ​ປະຕິບັດຕາມ​ຫຼັກການ​ຢ່າງ​ຖືກຕ້ອງ, ຮັບປະກັນມີວິທະຍາສາດ, ສົມ​ເຫດ​ສົມ​ຜົນ ​ແລະ ມີ​ປະສິດທິ​ຜົນ, ບົນ​ຈິດ​ໃຈ​ຮ່ວມ​ມືທີ່ສະດວກສະບາຍ, ​ໂປ່​ງ​ໃສ, ອຳນວຍ​ຄວາມ​ສະດວກ​ສູງ​ສຸດ ​ໃຫ້​ແກ່​ການ​ຜະລິດ, ​ເພື່ອ​ສຸຂະພາບ​ຂອງ​ປະຊາຊົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງຈິງ ເນັ້ນ​ໜັກ​ວ່າ: ການ​ຊື້-ຂາຍ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ຕ້ອງ​ເປີດເຜີຍ, ໂປ່ງ​ໃສ ແລະ ຖືກ​ຕາມ​ກົນ​ໄກ​ຕະຫຼາດ; ການຄວບຄຸມລາຄາ; ຮັບປະກັນຄວາມສະເໝີພາບ ແລະ ຄວາມບໍລິສຸດ; ​ແກ້​ໄຂ​ຢ່າງ​ເດັ່ດດ່ຽວ ຖ້າ​ຫາກ​ມີປະກົດການ​ຫຍໍ້ທໍ້ໃນ​ເລື່ອງ​ນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.