ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1

08:51 | 11/02/2022

ຍສໝ - ວັນ​ທີ 8 ມັງກອນເດືອນຈຽງ​ຂອງ​ທຸກໆ​ປີ, ຖະໜົນ​ເລ​ກວາງ​ຊຸງ (​ເມືອງ 6) ​ໄດ້​ຫັນ​ເປັນ​ຕະຫຼາດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ພິ​ເສດ​ແມ່ນ​ການ​ຂາຍ​ອ້ອຍ​ເຫຼືອງ, ສົດ, ​ແລະ​​ທຸກ​ຂະໜາດ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ໃນ​ພິທີ “ຂວັນ” ຟ້າແຖນ.

ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ຄົບ​ຮອບ​ 30 ປີ ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ຄົບ​ຮອບ​ 30 ປີ

ແມ່ເຖົ້າ ນໍາຢຸງ (ອາຍຸ 60 ປີ), ເຈົ້າຂອງ​ສວນ​ອ້ອຍ​ຢູ່​ຖະໜົນ ​ເລ​ກວາງ​ຊຸງ ​ໄດ້​ອະທິບາຍ​ວ່າ ຮີດຄອງ​ປະ​ເພນີ “ຂວັນ” ຟ້າແຖນ ​ແມ່ນ​ຮີດຄອງ​ປະ​ເພນີມີຕົ້ນກໍາເນີດມາຈາກ​ຊາວ​ຈີນ​ທີ່​ເຄື່ອນ​ຍ້າຍ​ມາ​ຢູ່​ພາກ​ໃຕ້​ຫວຽດນາມ. ພິທີ “ຂວັນ” ຟ້າແຖນ ແມ່ນໄດ້ເລືອກເອົາວັນທີ 9 ບຸນເຕັດຂອງທຸກໆປີ.

ນັບ​ແຕ່​ນັ້ນ​ມາ, ​​ໃນ​ຕອນ​ກາງຄືນ​ວັນ​ທີ 7 ​ແລະ ​ເຊົ້າ​ວັນ​ທີ 8 ບຸນເຕັດ, ຖະໜົນອ້ອຍ ​ເລ​ກວາງ​ຊຸງ (​ຂຶ້ນກັບຕາແສງ 2, ​ເມືອງ 6) ຈະ​ກາຍ​ເປັນ​ຈຸດໝາຍ​ທີ່​ຄຸ້ນ​ເຄີຍ​ຂອງ​ປະຊາຊົນ​ສ່ວນ​ຫຼາຍ​ຢູ່​ເຂດ​ເຈີ້ເລີນ.

ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1
ຕະຫຼາດອ້ອຍ ​ເລ​ກວາງ​ຊຸງ ແມ່ນເຫຼືອງແຈ້ງໄປດ້ວຍອ້ອຍເຫຼືອງສົດໆ. ພາບ: congan.com.vn
ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1
ອ້ອຍເຫຼືອງ ໄດ້​ຂາຍ​ໃນ​ວັນ “ຂວັນ” ຟ້າແຖນ ໂດຍ​ຊາວ​ກະ​ສິ​ກອນ​ຈາກ​ເມືອງ ກໍ່ກົງ ແຂວງ ຕຽນຢາງ ສົ່ງ​ມາ​ຍັງນະ​ຄອນ ໂຮ່​ຈີ​ມິນ. ພາບ: congan.com.vn
ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1
ຕະຫຼາດ​ອ້ອຍ​ ​ເລ​ກວາງ​ຊຸງ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ເປັນ​ເວລາ 50 ກວ່າ​ປີ​ແລ້ວ. ພາບ: congan.com.vn
ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1
ລາຄາ​ອ້ອຍ​ ເພື່ອທໍາພິທີ “ຂວັນ” ຟ້າແຖນ ປີ​ນີ້​ແມ່ນ​ແຕ່ 50.000–70.000 ດົ່ງ/ຄູ່. ພາບ: congan.com.vn
ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1

ປະຊາຊົນ​ຢູ່​ເຂດ​ເຈີ້ເລີນ ​ເລືອກ​ເຟັ້ນ​ອ້ອຍ “ຂວັນ” ຟ້າແຖນ ​ໃນ​ຕອນ​ເຊົ້າ​ວັນ​ທີ 8 ກຸມພາ (ກົງ​ວັນ​ທີ 8 ​ບຸນເຕັດ). ພາບ: congan.com.vn

ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1
ແຕ່​ລະ​ຄອບ​ຄົວ​ຈະ​ວາງ​ສະ​ແດງ​ອ້ອຍ​ຄູ່​ 1 ເພື່ອ​ທໍາ​ພິ​ທີ. ພາບ: congan.com.vn
ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1
ສະເລ່ຍເຈົ້າຂອງສວນຈະນໍາເຂົ້າອ້ອຍແຕ່ 3.000-4.000 ຄູ່. ພາບ: congan.com.vn
ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1
ພໍ່ຄ້າຍິ້ມຢູ່ທາງຫນ້າຂອງກ້ອງຖ່າຍຮູບຂອງນັກຂ່າວ. ພາບ: congan.com.vn
ຕະຫຼາດ​ອ້ອຍເຫຼືອງ “ຂວັນ” ​ຟ້າແຖນ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ ​ໄຊ​ງ່ອນ, ເປີດ​​ປີ​ລະ​ເທື່ອ 1
ນຳອ້ອຍ​ເຫຼືອງ​ມາ​ເຮືອນ​ກໍ່​ແມ່ນ​ຄວາມ​ປາດ​ຖະໜານໍາເອົາ​ຄວາມໂຊກລາບ, ໂຊກດີໃນ​ຕົ້ນ​ປີມາໃຫ້ຄອບຄົວ. ພາບ: congan.com.vn

ບູນມີ

ເຫດການ
302 Found

Found

The document has moved here.