ສິນຄ້າກະສິກຳການກະເສດສົ່ງອອກໄປຈີນຕິດຄ້າງຢູ່ທ່າກຳປັ່ນ, SPS ຫວຽດນາມຮ້ອງຟ້ອງຢ່າງຮີບດ່ວນ

14:20 | 10/02/2022

ຍ​ສ​ໝ - ສິນ​ຄ້າ​ກະ​ສິ​ກຳ​ການ​ກະ​ເສດ​ຈຳ​ນວນຫຼາຍ​ທີ່​ສົ່ງ​ອອກ​ໄປ​ຈີນ​ຕິດ​ຄ້າງ​ຢູ່​ທ່າ​ກ່ຳ​ປັ່ນ, ຫ້ອງ​ການ SPS ຫວຽດ​ນາມ​ໄດ້​ຮ້ອງ​ຟ້ອງ​ຢ່າງ​ຮີບ​ດ່ວນ​ເຖິງ​ສະ​ຖານ​ທູດ​ຫວຽດ​ນາມ​ທີ່​ປະ​ເທດ​ຈີນ ເພື່ອ​ສະ​ເໜີ​ກັບ​ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ​ປະ​ສານ​ສົມ​ທົບ​ໃນ​ການແກ້​ໄຂ​ສະ​ສາງ​ອອກ.

ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ
ຫວຽດນາມ: ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020 ຫວຽດນາມ: ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020

ສິນ​ຄ້າ​ກະ​ສິ​ກຳ​ການ​ກະ​ເສດ​ຈຳ​ນວນຫຼາຍ​ທີ່​ສົ່ງ​ອອກ​ໄປ​ຈີນ​ຕິດ​ຄ້າງ​ຢູ່​ທ່າ​ກ່ຳ​ປັ່ນ, ຫ້ອງ​ການ SPS ຫວຽດ​ນາມ​ໄດ້​ຮ້ອງ​ຟ້ອງ​ຢ່າງ​ຮີບ​ດ່ວນ​ເຖິງ​ສະ​ຖານ​ທູດ​ຫວຽດ​ນາມ​ທີ່​ປະ​ເທດ​ຈີນ ເພື່ອ​ສະ​ເໜີ​ກັບ​ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ​ປະ​ສານ​ສົມ​ທົບ​ໃນ​ການແກ້​ໄຂ​ສະ​ສາງ​ອອກ.

ວັນ​ທີ 9 ກຸມ​ພາ, ຫ້ອງ​ການສອບ​ຖາມ ແລະ ແຈ້ງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການລະ​ບາດ​ວິ​ທະ​ຍາ ແລະ ກັກ​ກັນ​ພືດ-ສັດຫວຽດ​ນາມ (ຫ້ອງ​ການ SPS ຫວຽດ​ນາມ) ໃຫ້​ຊາບ​ວ່າ: ​ໄດ້​ອອກໜັງສື​ສະ​ເໜີ​ຮ້ອງ​ຟ້​ອງ​ຢ່າງ​ຮີບ​ດ່ວນ ແລະ ສົ່ງ​ເຖິງ​ສະ​ຖານ​ທູດ​ຫວຽດ​ນາມ​ທີ່​ປະ​ເທດ​ຈີນ​ໃນ​ວັນ​ທີ 8 ກຸມ​ພາ.

ສິນຄ້າກະສິກຳການກະເສດສົ່ງອອກໄປຈີນຕິດຄ້າງຢູ່ທ່າກຳປັ່ນ, SPS ຫວຽດນາມຮ້ອງຟ້ອງຢ່າງຮີບດ່ວນ
ພາບ​ປະ​ກອບ

ທ່ານ ໂງ​ຊວນ​ນາມ ຮອງ​ຫົວ​ໜ້າ​ຫ້ອງ​ການ SPS ຫວຽດ​ນາມ ກ່າວ​ວ່າ: ໜັງ​ສື​ສະ​ເໜີ​ຮ້ອງ​ຟ້ອງ​ນີ້​ແມ່ນ​ສືບ​ເນື່ອງ​ມາ​ຈາກ​ການສ່ອງ​ແສງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຜູ້​ປະ​ກອບ​ການ​ທີ່​ກຳ​ລັງ​ນຳ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ​ການ​ກະ​ເສດ​ໄປ​ຍັງ​ຈີນ ທີ່​ຍັງ​ພົບ​ກັບ​ບາງ​ຂໍ້​ຂ້ອງ​ຄາ​ໃຈ.

ລະ​ອຽດ​ນັ້ນ ທ່ານ ນາມ ໃຫ້​ຊາບ​ວ່າ: ຕາມ​ຄຳ​ແນະ​ນຳ​ໃນແຈ້ງ​ການ ເລກ​ທີ 353 ວັນ​ທີ 27 ກັນ​ຍາ 2021 ຂອງ​ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ, ໃນ​ບາງວິ​ສາ​ຫະ​ກິດ​ທີ່​ໄດ້​ຍື່ນ​ສຳ​ນວນ​ຈົດ​ທະ​ບຽນ​ກັບ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມ​ກ່ອນ​ວັນ​ທີ 1 ພະ​ຈິກ 2021. ວິ​ສາ​ຫະ​ກິດ​ດັ່ງ​ກ່າວ​ໄດ້​ມີ​ບັນ​ຊີ​ສິນ​ຄ້າ​ທີ່​ໄດ້​ຜ່ານ​ໃນ​ທ່າ​ກຳ​ປັ່ນສົ່ງ​ອອກ​ຂອງ​ຫວຽດ​ນາມ, ໄດ້​ມີ​ໜັງ​ສື​ແຈ້ງ​ພາ​ສີ​ກ່ອນ​ວັນ​ທີ 1 ມັງ​ກອນ 2022 ແຕ່​ຍັງ​ບໍ່​ໄດ້​ຮັບ​ລະ​ຫັດ​ທີ່​ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ​ອອກ​ໃຫ້.

ກໍ​ຄື​ດັ່ງ​ຕາມ​ຂໍ້​ມູນ​ຂອງ​ຫ້ອງ​ການ SPS ຫວຽດ​ນາມນັ້ນ, ຜູ້​ປະ​ກອບ​ການ 6 ວິ​ສາ​ຫະ​ກິດ ໄດ້​ຍື່ນ​ສຳ​ນວນ​ຈົດ​ທະ​ບຽນ​ກັບ​ອົງ​ການ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມ​ຕາມ​ຄຳ​ແນະ​ນຳ​ຂອງ​ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ ແຕ່​ຍັງ​ບໍ່​ໄດ້​ຮັບ​ລະ​ຫັດ​ຈາດ​ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ​ອອກ​ໃຫ້.

ຍ້ອນ​ແນວນັ້ນ, ຫ້ອງ​ການ SPS ຫວຽດ​ນາມ ຈຶ່ງ​ສະ​ເໜີ​ຫາ​ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ ໃຫ້​ອະ​ນຸ​ຍາດ​ຜູ້​ປະ​ກອບ​ການ​ວິ​ສາ​ຫະ​ກິດ​ດັ່ງ​ກ່າວ​ໄດ້​ນຳ​ສົ່ງ​ອອກ​ຈຳ​ນວນ​ສິນ​ຄ້າ​ທີ່​ໄດ້​ກ່າວ​ຂ້າງ​ເທິງ, ກໍ​ຄື​ການ​ອອກ​ລະ​ຫັດ​ເລກ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ຜູ້​ປະ​ກອບ​ການ​ສາ​ມາດ​ດຳ​ເນີນ​ການ​ຈົດ​ທະ​ບຽນ​ຖືກ​ຕ້ອງ​ຕາມ​ຂັ້ນ​ຕອນ​ລະ​ບຽບ​ການ​ທີ່​ແນະ​ນຳ.

ໃນ​ໜັງ​ສື​ສະ​ເໜີ​ຮ້ອງ​ຟ້ອງນັ້ນ, ຫ້ອງ​ການ SPS ຫວຽດ​ນາມ ສະ​ເໜີ​ຫ່​ສະ​ຖານ​ທູດ​ຫວຽດ​ນາມ​ທີ່​ປະ​ເທດ​ຈີນ ປະ​ສານ​ສົມ​ທົບ​ສະ​ເໜີ​ກົມ​ໃຫຍ່​ພາ​ສີ​ປະ​ເທ​ດ​ຈີນກວດ​ກາ​ສຳ​ນວນ​ຂອງ​ລະ​ຫັດ 7 ປະ​ເພດ​ຜະ​ລິດ​ຕະ​ພັນ​ທີ່ບໍ່​ໄດ້​ນອນ​ໃນ​ສິດ​ອຳ​ນາດ​ຄຸ້ມ​ຄອງ​ຂອງ​ກົມ​ຄວາມ​ປອດ​ໄພທາງ​ອາ​ຫານ (ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​); ສະ​ເໜີ​ອອກ​ລະ​ຫັດ​ຜ່ານ​ຄືນ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ລະ​ຫັດ​ຜ່ານ​ໃຫ້​ແກ່​ອົງ​ການ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມໂດຍ​ແມ່ນ​ກົມອະ​ນາ​ໄມ​ສັດ (ກະ​ຊວງ​ກະ​ສິ​ກຳ-ພັດ​ທະ​ນາ​ຊົນ​ນະ​ບົດ).

ທ່ານ ໂຊ​ຊວນ​ນາມ ເນັ້ນ​ໜັກ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ສະ​ຖານ​ທູດ​ຫວຽດ​ນາມ​ທີ່​ປະ​ເທດ​ຈີນ ໄດ້​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ຫ້ອງ​ການ SPS ຫວຽດ​ນາມ​ກ່ຽວ​ກັບ​ການ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ອາ​ຫານ​ກະ​ສິ​ກຳ​ການ​ກະ​ເສດ​ໄປ​ຍັງ​ຈີນ ໃຫ້​ຮັບ​ປະ​ກັນ​ຂໍ້​ກຳ​ນົດ​ໃນ​ຄຳ​ສັ່ງ 248, ຄຳສັ່ງ 249 ຂອງ​ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ.

ອັບ​ເດດ​ຜົນ​ໄດ້​ຮັບ​ເຖິງວັນ​ທີ 8 ກຸມ​ພາ, ຈີນ​ໄດ້​ພິ​ຈາ​ລະ​ນາ​ແລ້ວ 1.528 ລະ​ຫັດ​ຜະ​ລິດ​ຕະ​ພັນ​ອາ​ຫານ​ກະ​ສິ​ກຳ​ການ​ກະ​ເສດ​ຂອງ​ຫວຽດ​ນາມ​ທີ່​ໄດ້​ສົ່ງ​ອອອກ​ເຂົ້າໄປ​ຍັງ​ປະ​ເທດ​ຈີນ.

ກ່ອນ​ໜ້ານັ້ນ, ໃນ​ທ້າຍ​ເດືອນມັງ​ກອນ ຫ້ອງ​ການ SPS ຫວຽດ​ນາມ ຮັບ​ການ​ຮ້ອງ​ຂໍ​ຂອງ​ບາງວິ​ສາ​ຫະ​ກິດ​ສົ່ງ​ອອກ​ກາ​ເຟ, ເມັດ​ມະ​ມ່ວງ​ຫິມ​ມະ​ພານ, ເຂົ້າ​ສານ ກ່ຽວ​ກັບ​ການ​ທີ່​ຜູ້ກອບ​ການ​ໄດ້​ຈົດ​ທະ​ບຽນ​ກັບ​ອົງ​ການ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມ​ກ່ອນ​ວັນ​ທີ 1 ພະ​ຈິກ 2021, ໄດ້​ມີ​ບັນ​ຊີ​ສິນ​ຄ້າ, ໄດ້​ດຳ​ເນີນ​ຂັ້ນ​ຕອນ​ເປີດ​ແຈ້ງ​ພາ​ສີ​ຕ່າງໆ, ໄດ້​ຈົດ​ທະ​ບຽນ​ອອກ​ເຮືອ​ກຳ​ປັ່ນ… ແຕ່ກົມ​ໃຫຍ່​ພາ​ສີ​ປະ​ເທດ​ຈີນ​ຍັງ​ຄົງ​ບໍ່​ທັນ​​ພິ​ຈາ​ລະ​ນາບັນ​ຊີ​ລາຍ​ຊື່ວິ​ສາ​ຫະ​ກິດ ແລະ ອອກ​ລະ​ຫັດ​ຜະ​ລິດ​ຕະ​ພັນ.

ໃນ​ທັນ​ທີນັ້ນ, ຫ້ອງ​ການ SPS ຫວຽດ​ນາມ ໄດ້​ສະ​ເໜີ​ບັນ​ດາ​ສະ​ຫະ​ພັນ​ລວມ​ລວບ​ຄຳ​ເຫັນ​ສ່ອງ​ແສງ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ ເພື່ອ​ແກ້​ໄຂ​ສະ​ສາງ​ຂໍ້​ຂ້ອງ​ຄາໃຈ​ໃຫ້​ທັນ​ເວ​ລາໃນ​ເວ​ລາ​ຈົດ​ທະ​ບຽນສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ອາ​ຫານກະ​ສິ​ກຳ​ການ​ກະ​ເສດ​ເຂົ້າ​ໄປ​ຍັງ​ຕະຫຼາດ​ປະ​ເທດ​ຈີນ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.