ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ

18:38 | 27/01/2022

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 234 ປີ​ແຫ່ງວັນ​ຊາດ​ປະ​ເທດ​ອົດ​ສະ​ຕາ​ລີ (26 ມັງ​ກອນ 1788 – 26 ມັງ​ກອນ 2022). ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ໄປ​ຍັງ​ ທ່ານ​ປະ​ທານ​ສະ​ພາ​ສູງ​ອົດ​ສະ​ຕາ​ລີ Slade Brockman ແລະ ທ່ານ​ປະ​ທານ​ສະ​ພາ​ຕ່ຳອົດ​ສະ​ຕາ​ລີ Andrew Wallace.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau: ການ​ປະ​ກອບ​ສ່ວນທີ່ບໍ່ອາດ​ຄິດໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ ​ເຊື້ອ​ຊາດ​ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau: ການ​ປະ​ກອບ​ສ່ວນທີ່ບໍ່ອາດ​ຄິດໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ ​ເຊື້ອ​ຊາດ​ຫວຽດ​ນາມ
ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ (ພາບ: vov.vn)

ໂດຍ​ຕາງ​ໜ້າ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ໃນ​ນາມ​ສ່ວນ​ຕົວ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໄດ້​ສົ່ງ​ຄຳ​ອວຍ​ພອນ​ທີ່ສຸດອົກ​ສຸດ​ໃຈ​ໄປ​ຍັງ ​ທ່ານ​ປະ​ທານ​ສະ​ພາ​ສູງ​ອົດ​ສະ​ຕາ​ລີ Slade Brockman ແລະ ທ່ານ​ປະ​ທານ​ສະ​ພາ​ຕ່ຳອົດ​ສະ​ຕາ​ລີ Andrew Wallace, ອວຍ​ພອນ​ໃຫ້​ປະ​ເທດ​ອົດ​ສະ​ຕາ​ລີ ຈະ​ເລີນ​ຮຸ່ງ​ເຮືອງ, ມີ​ຄວ​າມ​ຜາ​ສຸກ, ພ້ອມກັນນັ້ນ, ທ່ານກໍ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ ໃນ​ໄລ​ຍະ​ຜ່ານ​ມາ ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ໄດ້​ຮັບ​ການ​ຮັກ​ສາ, ປັບ​ປຸງ ແລະ ພັດ​ທະ​ນາ​ໃຫ້​ດີ​ງາມ​ກ່​ວາ​ອີກ.

ໃນ​ຈົດ​ໝາຍ​ສົ່ງ​ໄປ​ຍັງ​ທ່ານ​ທ່ານ​ປະ​ທານ​ສະ​ພາ​ສູງ​ອົດ​ສະ​ຕາ​ລີ Slade Brockman, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສ​ະ​ພາ​ສູງ ອົດ​ສະ​ຕາ​ລີ ສືບ​ຕໍ່​ພັດ​ທະ​ນາ​ບົນ​ພື້ນ​ຖານ​ຂໍ້​ຕົກ​ລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ລັດ​ຖະ​ສະ​ພາ ອົດ​ສະ​ຕາ​ລີ ​ໃນ​ປີ 2013. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຢັ້ງ​ຢືນ​ວ່າ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ປະ​ທານ ແລະ ສະ​ພາ​ສູງ ອົດ​ສະ​ຕາ​ລີ ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ຂົງ​ເຂດ​ນິ​ຕິ​ກຳ ແລະ ບັນ​ດາ​ບັນ​ຫາ​ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ສອງ​ປະ​ເທດໃຫ້​ສົມ​ກັບ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອົດ​ສະ​ຕ​າ​ລີ, ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ໃນ​ຈົດ​ໝາຍ​ສົ່ງ​ໄປ​ຍັງ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ Andrew Wallace, ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ແບ່ງ​ປັນ​ການຕີ​ລາ​ຄ​າ​ສູງ​ໝາກ​ຜົນ​ການ​ເຈ​ລະ​ຈາ​ທາງ​ໄກ ກັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ Tony Smith ໃນ​ວັນ​ທີ 7 ມິ​ຖຸນາ ປີ 2021, ຢັ້ງ​ຢືນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັ​ບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ Andrew Wallace ຢ່າງ​ແໜ້ນ​ແຟ້ນ ກໍ່​ຄື​ສະ​ພາ​ຕ່ຳ ອົດ​ສະ​ຕາ​ລີ ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມືທີ່​ໄດ້​ຮັບ​ການ​ລົງ​ນາມ ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດນາມ ແລະ ລັດ​ຖະ​ສະ​ພາ​ອົດ​ສະ​ຕາ​ລີ ໃນ​ປີ 2013. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫວັງ​ວ່າ​ຈະ​ສົມ​ທົບ​ກັນ​ກັບ​ສະ​ພາ​ຕ່ຳ​ອົດ​ສະ​ຕາ​ລີ ຕິດ​ຕາມ​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າ​ງ​ສອງ​ປະ​ເທດ ພັດ​ທະ​ນາ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ເພື່ອ​ຜົນ​ປະ​ໂຫຍດຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.