ລະ​ດູ​ບານ​ໃໝ່​​ບ້ານ​ເກີດ​ເມືອງນອນ 2022 ແຫ່ງຄວາມອົບ​ອຸ່ນ ແລະ ສາຍ​ຈິດ​ມິດ​ໃຈ ຢູ່ ໂປ​ໂລຍ

07:59 | 27/01/2022

ຍ​ສ​ໝ - ເວ​ລາ​ຜ່ານ​ມາ, ຢູ່​ນະ​ຄອນຫຼວງ Warsaw, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໂປ​ໂລຍ ​ໄດ້​ຈັດ​ຕັ້ງ​ລາຍ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2022, ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປີ​ຂານ.

ບຸນເຕັດປະຈໍາຊາດ 2022: ເຜີຍແຜ່ວັດທະນະທຳ ຫວຽດນາມ ຢູ່ ອີຕາລີ ແລະ Cyprus ບຸນເຕັດປະຈໍາຊາດ 2022: ເຜີຍແຜ່ວັດທະນະທຳ ຫວຽດນາມ ຢູ່ ອີຕາລີ ແລະ Cyprus
ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ
ລະ​ດູ​ບານ​ໃໝ່​​ບ້ານ​ເກີດ​ເມືອງນອນ 2022 ແຫ່ງຄວາມອົບ​ອຸ່ນ ແລະ ສາຍ​ຈິດ​ມິດ​ໃຈ ຢູ່ ໂປ​ໂລຍ
ບັນ​ດາ​ແຂກ​ຖືກ​ເຊີນ (ພ​າບ: baoquocte.vn)

ເຂົ້າ​ຮ່ວມ​ລາຍ​ການ​ມີ​ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ, ບັນ​ດາ​ສະ​ມາ​ຄົມ, ໝູ່​ຄະ​ນະ, ບາງ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ໂປ​ໂລຍ ແລະ ຜູ້​ຕາງ​ໜ້າ​ເພື່ອນ​ມິດ​ໂປ​ໂລຍ​ທີ່​ມາ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ສະ​ມາ​ຄົມ​ສະ​ມາ​ຊິກມິດ​ຕະ​ພາບ ​ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ໂປ​ໂລຍ - ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮຸ່ງ ໄດ້​ຫວນ​ຄືນ​ບັນ​ດາ​ຜົນ​ງານ​ການ​ພົວ​ພັນ​ພາຍ​ໃນ, ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ໃນ​ປີ 2021, ອີກ​ຄັ້ງ​ໜຶ່ງ ໄດ້​ສົ່ງ​ຄຳ​ຂອບ​ໃຈ​ໄປ​ຍັງ ລັດ​ຖະ​ບານ ໂປ​ໂລຍ ທີ່​ໄດ້​ໜູນ​ຊ່ວ​ຍ​ວັກ​ຊິນ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຢ່າງ​ທັນ​ການ, ປະ​ກອບ​ສ່ວນ​ຊ່ວຍ​ໃຫ້ ຫວຽດ​ນາມ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຟື້ນ​ຟູ​ເສດ​ຖະ​ກິດ​ໂດຍ​ໄວ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ແດງ​ຄວາມພູມໃຈ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ປີ​ຜ່ານ​ມາ, ທ່ານ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ກາ​ນ​ຮ່ວມ​ມື​ຈະ​ເພີ່ມ​ທະ​ວີ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ປັດ​ຈຸ​ບັນ, ໂປ​ໂລຍ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ ຢູ່​ເອີ​ລົບ​ ພາກກາງ​ຕ​າ​ເວັນ​ອອກ​​.

​ໂດຍແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ, ຄວາມເສຍ​ຫາຍ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮຸ່ງ ໄດ້​ຕີ​ລາ​ຄາ​ສູງ ປະ​ຊາ​ຄົມ ໄດ້​ມີ​ຄວາມ​ສາ​ມັກ​ຄີ, ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ, ພ້ອມ​ທັງ​ໜູນ​ຊ່ວຍ​ທ່ານ​ໝໍ​ໂປ​ໂລຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສະ​ໜັບ​ສະ​ໜູນ​ວັດ​ຖຸ​ອຸ​ປະ​ກອນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ປະ​ກອບ​ເຫື່ອ​ແຮງ ພ້ອມ​ກັ​ບ​ປະ​ຊາ​ຄົມ​ໃນ​ທົ່ວ​ປະ​ເທດ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊື່ອ​ໝັ້ນ​ວ່າ: ໃນ​ປີ 2022, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ ຈະ​ສືບ​ຕໍ່​ພັດ​ທະ​ນາ, ມີ​ຄວາມ​ສາ​ມັກ​ຄີ ແລະ ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ປະ​ເທດ​ປະ​ຈຳ​ຖິ່ນ, ກາຍ​ເປັນ​ຂົວ​ຕໍ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ແທດ​ຈິງ.

ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ອວຍ​ພອນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ແລະ ເພື່ອນ​ມິດ ໂປ​ໂລຍ ​ທີ່​ສະ​ໜິດ​ສະ​ໜົມ ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ ແລະ ມີຄວາມສະ​ຫງົບ​ສຸກ.

ໂດຍ​ຕາງ​ໜ້າ​ໃຫ້​ແກ່​ປະ​ຊາ​ຄົມ, ທ່ານ ເຈິ່ນ​ຈ້ອງ​ຮຸ່ງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ ແລະ ຜູ້​ແທນ​ບາງ​ທ່ານ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ນຳ​ພັກ, ລັດ ແລະ ສະ​ຖານ​ທູດ ທີ່ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ລະ​ດົມ​ກຳ​ລັງ​ໃຈ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ສະ​ຖານ​ທູດ ທີ່​ໄດ້​ຈັດ​ຕັ້ງ​ລາຍ​ການ​ລະ​ດູ​ບານ​ໃໝ່ 2022 ຢ່າງ​ອົບ​ອຸ່ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໝາຍນີ້.

ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮຸ່ງ ໄດ້​ມອບ​ໃບ​ຍ້ອງ​ຍໍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ໃບ​ຍ້ອງ​ຍໍ​ຂອງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ໃບ​ຍ້ອງ​ຍໍ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ບຳ​ລຸງ​ສ້າງ ແລະ ໃບ​ຍ້ອງ​ຍໍ​ຂອງ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃຫ້​ແກ່​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ດີ​ເດັ່ນ ທີ່ໄດ້​ອະ​ທິດ​ສ່ວນ​ຢ່າງ​ສຸດ​ໃຈ ເພື່ອ​ວຽກ​ງານ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ ຜ່ານ​ບັນ​ດາ​ສະ​ໄໝ, ພ້ອມ​ທັງ​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ການ​ສົງ​ຄາມ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ສະ​ໜັບ​ສະ​ໜູນ ພໍ່​ແມ່​ປະ​ຊາ​ຊົນ​ທີ່​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.