ບຸນເຕັດປະຈໍາຊາດ 2022: ເຜີຍແຜ່ວັດທະນະທຳ ຫວຽດນາມ ຢູ່ ອີຕາລີ ແລະ Cyprus

18:07 | 25/01/2022

ຍສໝ - ວັນທີ 23 ມັງກອນ, ສະຖານທູດຫວຽດນາມ ປະຈໍາ ອີຕາລີ ໄດ້ຈັດຕັ້ງບຸນເຕັດບ້ານເກີດເມືອງນອນ 2022 ຢ່າງສົມກຽດ, ດ້ວຍການເຂົ້າຮ່ວມຂອງຊາວຫວຽດນາມ, ເພື່ອນມິດ ແລະ ຄູ່ຮ່ວມມື ຢູ່ ອີຕາລີ ແລະ Cyprus ເປັນຈໍານວນຫຼວງຫຼາຍ.

ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ຈະ​ດຳ​ເນີນ​ໃນ ​ເດືອນ​ມີ​ນາ ​ຢູ່​ແຂວງ ກ໋​ວາງ​ນາມ ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ຈະ​ດຳ​ເນີນ​ໃນ ​ເດືອນ​ມີ​ນາ ​ຢູ່​ແຂວງ ກ໋​ວາງ​ນາມ
ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ  ຢູ່ ກຳປູເຈຍ ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ ຢູ່ ກຳປູເຈຍ
ບຸນເຕັດປະຈໍາຊາດ 2022: ເຜີຍແຜ່ວັດທະນະທຳ ຫວຽດນາມ ຢູ່ ອີຕາລີ ແລະ Cyprus
ທ່ານນາງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ຫງວຽນ​ທິບິກ​ເຫ້ວ. ພາບ: TTXVN

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ Rome ​ແລ້ວ, ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານນາງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ຫງວຽນ​ທິບິກ​ເຫ້ວ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນປະເສີດໄປເຖິງ​ບັນດາ​ພໍ່ແມ່ປະຊາຊົນ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອີ​ຕາ​ລີ ​ແລະ Cyprus ​ໃນ​ໂອກາດບຸນເຕັດປະຈໍາຊາດ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິບິກ​ເຫວ້ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພໍ່ແມ່ປະຊາຊົນ, ​ ​ເພື່ອນ​ມິດ​ກ່ຽວກັບ​ຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ, ຄວາມ​ສາມັກຄີ​ທີ່ສະຫງວນໃຫ້ແກ່​​ຫວຽດນາມ ພາຍຫຼັງ​ໄພ​ນ້ຳ​ຖ້ວມ ​ແລະ ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິບິກ​ເຫວ້ ໄດ້ສະ​ແດງ​ຄວາມ​ດີ​ໃຈ​ທີ່​ໄດ້​ເຫັນ​ວັດທະນະທຳ​ຫວຽດນາມ ​ແຜ່​ລາມ​ອອກ​ໄປ​ຢ່າງ​ກ້ວາງ​ຂວາງ​ບໍ່​ພຽງ​ແຕ່​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ຫາກຍັງແຜ່​ລາມໄປຍັງບັນດາເພື່ອນ​ໜຸ່ມ ອີ​ຕາ​ລີ ​ອີກດ້ວຍ, ​ເຖິງ​ແມ່ນ​ໃນ​ສະພາບ​ໂລກ​ລະບາດ​ທີ່ມີການຜັນແປຢ່າງ​ສັບສົນ​ໃນ​ຊຸມ​ປີ​ຜ່ານ​ມາກໍ່ຕາມ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິບິກ​ເຫວ້ ​ໃຫ້​ຮູ້​ວ່າ: ວັນ​ທີ 8 ກັນຍາ​​ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ວັນ​ເຊີດ​ຊູ​ພາສາ​ຫວຽດນາມ ​ໃນ​ທົ່ວ​ໂລກ ​ແລະ ຢູ່ ອີ​ຕາ​ລີ ມີ​ຍາດຕິ​ພີ່ນ້ອງ​ຊາວ ຫວຽດນາມ, ​ລູກລ້ຽງຂອງຄົນ​ຫວຽດນາມ ​ແລະ ບັນດາເພື່ອນ​ໜຸ່ມ ອີ​ຕາ​ລີ ​​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ໄດ້ເຂົ້າ​ຮ່ວມ​ບັນດາ​ຫ້ອງ​ຮຽນ​ພາສາ​ຫວຽດນາມ ທາງອອນລາຍ ທີ່ຈັດຕັ້ງໂດຍຄະນະກໍາມະການກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫຼືເຂົ້າຮຽນພາສາຫວຽດນາມ ຢູ່ພາກວິຊາພາສາຫວຽດນາມ ຂອງໂຮງຮຽນ Ca'Foscari.

ໄຊພອນ

ເຫດການ
302 Found

Found

The document has moved here.