ແຂວງ ຢາ​ລາຍ ເປີດ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວເລຶ່ອງ “​ເຕົ້າ​ໂຮມຈຸດ​ດັ້ງ​ເດີມ”

07:38 | 24/01/2022

ຍ​ສ​ໝ - ໂດຍ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ຂານ 2022 ແລະ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄອບ​ຮອບ 92 ປີ (3 ກຸມ​ພາ​ ປີ 1930 – 3 ກຸມ​ພາ ປີ 2022), ຫວ່າງແລ້ວນີ້, ຫໍ​ພິ​ພິ​ທະ​ພັນ ແຂວງ ຢາ​ລາຍ ໄດ້​ເປີດງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ເລື່ອງ “​ເຕົ້າ​ໂຮມຈຸດ​ດັ້ງ​ເດີມ”.

ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ພິທີສົມມະນາຄຸນ​ຂອງຊາວ​ເຜົ່າ​ບາ​ນາ, ​ເມືອງ​ກາ​ບາງ, ​ແຂວງ​ຢາ​ລາຍ ພິທີສົມມະນາຄຸນ​ຂອງຊາວ​ເຜົ່າ​ບາ​ນາ, ​ເມືອງ​ກາ​ບາງ, ​ແຂວງ​ຢາ​ລາຍ
ແຂວງ ຢາ​ລາຍ ເປີດ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວເລຶ່ອງ “​ເຕົ້າ​ໂຮມຈຸດ​ດັ້ງ​ເດີມ”
ບັນ​ດາ​ຜູ້​ແທນ ແລະ ປະ​ຊາ​ຊົນ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ເລື່ອງ “​ເຕົ້າ​ໂຮມຈຸດ​ດັ້ງ​ເດີມ” (ພາບ: TTXVN)

ງານ​ວາງ​ສະ​ແດງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ສະ​ສົມ​ທີ່​ດີ​ເດັ່ນ​ຂອງ​ແຂວງ ຢາ​ລາຍ ແລະ ແຂວງ​ດັ​ກ​ລັກ ດ້ວຍ​ວັດ​ຖຸພັນ 225 ຢ່າງ​ລວມ​ມີ: ເຄື່ອງ​ຫີນ, ເຄື່ອງ​ໂລ​ຫະ, ເຄື່ອງ​ປັ້ນ​ດິນ​ເຜົາ, ເຄື່ອງ​ໄມ້, ເຄື່ອງເຈ້ຍ, ເຄື່ອງຈັກ​ສານ ທີ່​ມີມາ​ແຕ່​ດົນ​ນານ ນັບ​ແຕ່​ປີ 1970. ນີ້​ແມ່ນ​ບັນ​ດາ​ວັດ​ຖຸ​ອັນ​ລ້ຳ​ຄ່າ, ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ມີ​ຄຸນ​ຄ່າ​ດ້ານ​ແນວ​ຄິດ, ມະ​ນຸດ​ສະ​ທຳ, ຄວາມ​ງາມ​ທີ່​ດີ​ເດັ່ນຂອງ​ວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ​ແຂວງ​ຢາ​ລາຍ. ຜ່ານ​ນັ້ນ, ກໍປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ ແລະ ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດວັດ​ທະ​ນະ​ທຳ​ຂອງວົ​ງ​ຄ​ະ​ນະ​ຍາດ​ຊົນ​ເຜົ່າ​ແຂວງ ຢາ​ລາຍ​ເວົ້າ​ສະ​ເພາະ ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ. ງານ​ວາງ​ສະ​ແດງ​ຫົວ​ເລື່ອງ “ເຕົ້​າ​ໂຮມ​ຈຸດ​ດັ້ງ​ເດີມ” ໄດ້​ເປີດ​ປະ​ຕູ​ຮັບ​ໃຊ້​ມະ​ຫາ​ຊົນ​ແຕ່​ວັນ​ທີ 18 ກຸມ​ພາ ປີ 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.