ພິທີສົມມະນາຄຸນ​ຂອງຊາວ​ເຜົ່າ​ບາ​ນາ, ​ເມືອງ​ກາ​ບາງ, ​ແຂວງ​ຢາ​ລາຍ

06:38 | 01/02/2022

ຍສໝ - ໃນຂອບເຂດຊຸມຊົນ, ພິທີສົມມະນາຄຸນເທບພະເຈົ້າ​ຂອງຊາວ​ເຜົ່າ​ບາ​ນາ ມີຂອບ ຂະໜາດໃຫຍ່ກວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງທຸກຄອບຄົວ, ທຸກຄົນ.

ແຂວງ ກວ​າງ​ນາມ​ ຈະ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ 2 ຄ​ະ​ນະ ແຂວງ ກວ​າງ​ນາມ​ ຈະ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ 2 ຄ​ະ​ນະ
ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

​ໃນ​ທ້າຍ​ປີ, ເມື່ອມາ​ບ້ານ​ນາ​ຢູ່​​ຂອງຊາວ​ເຜົ່າ​ບາ​ນາ ຢູ່ໄຕງວຽນ ​ທີ່​ເຕັມໄປດ້ວຍ​ແສງ​ແດດ ​ແລະ​ສາຍລົມ ຈະ​ໄດ້​ເຫັນ​ປະຊາຊົນ​ເຕົ້າ​ໂຮມອ້ອມໄຫ​ເຫຼົ້າ​​ຢູ່​ເຮືອນ​ຣົ່ງ. ນັ້ນ​ແມ່ນພິທີສົມມະນາຄຸນເທບພະເຈົ້າຂອງ​ຊາວເຜົ່າ​ບາ​ນາ​ຢູ່​ທີ່​ນີ້.

ພິທີສົມມະນາຄຸນ​ຂອງຊາວ​ເຜົ່າ​ບາ​ນາ, ​ເມືອງ​ກາ​ບາງ, ​ແຂວງ​ຢາ​ລາຍ
ພາບປະກອບ:dangcongsanvn.com

ຕາມ​ຮີດຄອງ​ປະ​ເພນີ​ແລ້ວ, ພິທີສົມມະນາຄຸນເທບພະເຈົ້າຂອງ​ຊາວເຜົ່າບາ​ນາ​ແມ່ນ​ຈັດ​ຂຶ້ນ​ເປັນ 2 ຮູບແບບ ຫຼືມີລັກສະນະຊຸມຊົນດ້ວຍການເຂົ້າຮ່ວມຂອງທັງ ໝູ່ບ້ານ ຫຼືໃນຂອບເຂດແຄບ.

ພິທີກຳນີ້ແມ່ນຂ້ອນຂ້າງງ່າຍດາຍ, ພຽງແຕ່ບູຊາເສັ່ນໄຫວ້ສົມມະນາຄຸນດ້ວຍ ເຄື່ອງບູຊາແມ່ນຖວາຍເຫຼົ້າ ແລະໝາກໄມ້ຈຳນວນໜຶ່ງ, ຖ້າມີໄກ່ ຫຼື ຊີ້ນໝູກໍ່ເປັນການດີດີ, ແຕ່ກໍບໍ່ບັງຄັບ.

ໃນຂອບເຂດຊຸມຊົນ, ພິທີສົມມະນາຄຸນເທບພະເຈົ້າ​ຂອງຊາວ​ເຜົ່າ​ບາ​ນາ ມີຂອບ ຂະໜາດໃຫຍ່ກວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງທຸກຄອບຄົວ, ທຸກຄົນ. ເພື່ອ​ກະກຽມ​ໃຫ້​ແກ່​ວັນ​ບຸນ, ກ່ອນໜ້ານັ້ນປະມານ 1 ​ເດືອນ​, ທຸກ​ຄົນ​ໃນ​ບ້ານ​ໄດ້​ປະຊຸມເພື່ອປຶກສາ​ຫາລືກັນ ແລະມອບ​ໜ້າ​ທີ່.

ກ່ຽວ​ກັບ​ວັນ​ຈັດ​ພິທີ, ເຈົ້າກົກເຈົ້າເຫຼົ່າ​ຂອງ​ບ້ານ​ຈະ​ປຶກສາ​ຫາລື​ກັບ​ບັນດາ​ຄອບຄົວ​ແລະ​ຜູ້​ມີ​ອິດທິພົນຊື່​ສຽງເພື່ອເຫັນດີ​ວັນ​ເວລາ​ຈັດຕັ້ງ​ພິທີ.

​ໃນ​ວິວັດການປະຊຸມປຶກສາຫາລື, ເຄື່ອງ​ບູຊາເທບ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ພໍ່ແມ່ປະຊາຊົນ. ຕາມ​ຮີດຄອງ​ປະ​ເພນີ​ທຸກໆ​ປີ​ຈະ​ແມ່ນ​ໄກ່, ໝູ ຫຼື ແບ້. ພ້ອມ​ກັນ​ນັ້ນ, ບັນດາ​ເຄື່ອງ​ບູຊາ​ກໍ່​ຈະ​ໄດ້​ຮັບ​ການ​ປະກອບຕາມ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ຄອບຄົວ.

​ເມື່ອ​ສະພາເຈົ້າກົກເຈົ້າເຫຼົ່າຂອງ​ໝູ່​ບ້ານ ​ແລະບັນດາຄອບຄົວ​ໄດ້​ຕົກລົງເຫັນດີ​ວັນ​ບຸນ, ທຸກ​ຄົນ​ກໍ່​ແບ່ງ​ໜ້າວຽກ​, ກະກຽມ​ເຫຼົ້າ​, ຊີ້ນ​... ​ເພື່ອຮອດວັນເວລາທີ່ໄດ້ ຕົກລົງ ​ມາ​ເຕົ້າ​ໂຮມ​ກັນ​ເຮັດ​ບຸນ​ຢູ່​ເຮືອນຣົງເພື່ອຈັດຕັ້ງພິທີ.

ພິທີສົມມະນາຄຸນ​ຂອງຊາວ​ເຜົ່າ​ບາ​ນາ​ຈັດຂຶ້ນ​ໃນ​ເດືອນ​ທັນວາ​ຂອງ​ທຸກໆ​ປີ, ​ເມື່ອ​ທຸກ​ຢ່າງ​ຢູ່​ໄຮ່​ນາ​ໄດ້​ສຳ​ເລັດ​ແລ້ວ, ​ເຂົ້າ​ ແລະ​ສາລີ​ໄດ້​​ເກັບ​ຮັກສາ​ໄວ້​ໃນ​ສາງ​ຢ່າງ​ລະມັດລະວັງ.

ພິທີສົມມະນາຄຸນ​ຂອງຊາວ​ເຜົ່າ​ບາ​ນາ​ດຳ​ເນີນ​ໃນ​ຕອນ​ເຊົ້າ, ພິທີ​ດຳ​ເນີນ​ໄປ​ປະມານ 1 ຊົ່ວ​ໂມງ ດ້ວຍ​ພິທີ​ບູຊາ​ເທບພະເຈົ້າ, ພາວະນາຂໍ​ໃຫ້ໝູ່ບ້ານ​ມີ​ຄວາມ​ສະຫງົບງຽບ, ຄວາມ​ຜາ​ສຸກ ​ແລະອີ່ມໜຳສຳລານ.

ບູນມີ

ເຫດການ
302 Found

Found

The document has moved here.