ເລີ່ມ​ຕົ້ນ​ໂຄງ​ການ “ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ”

07:00 | 18/01/2022

ຍ​ສ​ໝ - ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ (ສູນ​ຕິດ​ຕໍ່​ພົວ​ພັນ ແມ່ນ​ກົມ​ສົ່ງ​ເສີມ​ການ​ຄ້າ) ໃນ​ວັນ​ທີ 12 ມັງ​ກອນ ໄດ້​ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ລາຍ​ການ “ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ” ອອກ​ອາ​ກາດ​ໃນຊ່ອງໂທລະພາບ VTV1.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ
ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ ແລະ ​ມີ​ຄຸນ​ນະ​ພາບ ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ ແລະ ​ມີ​ຄຸນ​ນະ​ພາບ
ເລີ່ມ​ຕົ້ນ​ໂຄງ​ການ “ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ”
ທ່ານ ຫວູບ໊າ​ຝຸ, ຫົວ​​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ ຂຶ້ນ​ກັບກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ພາບ: vov.vn)

ລາຍ​ການ “ເຄື່ອງ​ໝາຍ​ການ​ຄ້າ ແຫ່ງ​ຊາດ ຫວຽດ​ນາມ” ໄດ້​ອອກ​ອາ​ກາດ​ໃນ​ຊ່ອງ​ໂທ​ລະ​ພາບ VTV1 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ສົມ​ທົບ​ກັບ​ສະ​ຖາ​ນີ​ໂທ​ລະ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ. ລາຍ​ການ​ລວມ​ມີ 260 ລາຍ​ການ ເຊິ່ງ VTV 1 ອອກ​ອາ​ກາດ​ແຕ່​ວັນຈັນ ຮອດ​ວັນເສົາ (ຍົກ​ເວັ້ນ​ວັນສຸກ) ໃນ​​ເວ​ລາ 17 ໂມງ 20 ນາ​ທີ, ໃນ​ໄລ​ຍະ​ຕະຫຼອດ 12 ເດືອນ​ດ້ວຍ​ເວ​ລາ 5 ພາກ ໃນ​ທຸກ​ອາ​ທິດ.

ລາຍ​ການ “ເຄື່ອງ​ໝາຍ​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມ” ຈະ​ນຳ​ມາ​ເຊິ່ງ​ເລື່ອງ​ລາວ​ຕ່າງໆ ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ບັນ​ລຸ ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ໃນ​ວິ​ວັດ​ການ​ສ້າງ​ສາ, ພັດ​ທະ​ນາເພື່ອ​ສົມ​ກັບ​ເປັນ​ຜະ​ລິດ​ຕະ​ພັນ​ແຖວ​ໜ້າ, ນຳ​ໜ້າ​ໃນ​ຂະ​ແໜງ, ຂົງ​ເຂດ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ບົນ​ຕະຫຼາດ, ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ຜູ້​ບໍ​ລິ​ໂພກ​ຫວຽດ​ນາມ ຮັບ​ຮູ້ ບັນ​ດາ​ຜ​ະ​ລິດ​ຕະພັນ ຫວຽດ​ນາມ ທີ່​ມີ​ຄຸນ​ນະ​ພາບ ແລະ ອິດ​ທິ​ພົນ​ຊື່​ສຽງ, ເພີ່ມ​ທະ​ວີ​ຄວາມ​ເຊື່ອ​ໝັ້ນຕໍ່​ຜະ​ລິດ​ຕະ​ພັນ​ແຫ່ງ​ລັດ.

ທ່ານ ຫວູບ໊າ​ຝຸ, ຫົວ​​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ (ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ) - ເລ​ຂາ​ທິການ​ລາຍ​ການ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ: ລາຍ​ການ​ໄດ້​ຕັ້ງ​ຄວາມ​ຫວັງ​ຈະ​ກາຍ​ເປັນ​ຊ່ອງ​ທາງ​ສື່ມວນ​ຊົນ​ຢ່າງ​ເປັນ​ທາງ​ການ, ແຜ່​ກະ​ຈາຍ​ຄູນ​ຄ່າ​ອັນ​ດີ​ງາມ​ເຊິ່ງ​ລາຍ​ການ ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ນຳ​ມາ​ໃຫ້ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ໃນ​ວິ​ວັດ​ການ​ສ້າງ​ສາ​ການ​ໂຄ​ສະ​ນາ​ພາບ​ພົດ ປະ​ເທດ ຫວຽດ​ນາມ, ປຸກລຸກ ຄວາມ​ເຊື່ອ​ໝັ້ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ. ພ້ອມ​ທັງ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ​ຂອງ ວິ​ສ​າ​ຫະ​ກິດ​ທີ່​ມີ​ຜະ​ລິດ​ຕະ​ພັນ​ບັນ​ລຸ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ໃນ​ການ​ຮ່ວມ​ເດີນ​ທາງ ກັບ​ລາຍ​ການ​ແຜ່​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.