ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ ແລະ ​ມີ​ຄຸນ​ນະ​ພາບ

06:38 | 04/01/2022

ຈຸດສຸມຂອງໂຄງການ OCOP ແມ່ນພັດທະນາ ຜະລິດຕະພັນກະສິກຳ, ປອດກະສິກຳ, ການບໍລິການທີ່ມີທ່າແຮງຂອງແຕ່ລະທ້ອງຖິ່ນຕາມລະບົບມູນຄ່າ, ໂດຍເສດຖະກິດພາກເອກະຊົນ (ວິສາຫະກິດ, ຄອບຄົວຜະລິດ) ແລະ ເສດຖະກິດລວມໝູ່ປະຕິບັດ.

ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ ນະ​ຄອນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ການ​ທ່ອງ​ທ່ຽວ​ແບບ​ອັດ​ສະ​ລິ​ຍະ
ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ
ພາບປະກອບ: KTĐT
ພາບປະກອບ: KTĐT

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ, ຫົວໜ້າຄະນະຊີ້ນຳສູນກາງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ອາຍຸການ 2021 – 2025 ຫາກໍ່ມີຄຳເຫັນຊີ້ນຳບັນດາກະຊວງ, ຂະແໜງການ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານຕາມບົດບາດໜ້າທີ່ ໄດ້ມອບໝາຍ ມີຄວາມຮັບຜິດຊອບຍູ້ແຮງວຽກງານການສື່ສານ, ແນະນຳ, ໂຄສະນາເຜີຍແຜ່ ແລະ ຊຸກຍູ້ການຄ້າ ໃຫ້ແກ່ບັນດາຜະລິດຕະພັນ OCOP ລະດັບຊາດ ຕໍ່ການຕະຫຼາດ ພາຍໃນປະເທດ ແລະ ສາກົນ, ໃຫ້ບຸລິມະສິດນຳໃຊ້ບັນດາຜະລິດຕະພັນ OCOP ລະດັບຊາດ ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າ ລະດັບຊາດ, ງານຕະຫຼາດນັດ, ເວທີປາໄສສາກົນ, ນຳໃຊ້ເປັນຂອງຂວັນ ໃຫ້ບັນດາການເຄື່ອນໄຫວການພົວພັນຕ່າງປະເທດ ແລະ ບັນດາເຫດການລະດັບຊາດ, ລະດັບຂະແໜງການ. ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແນະນຳ, ຊີ້ນຳບັນດາທ້ອງຖິ່ນ ສືບຕໍ່ຍູ້ແຮງການຜັນຂະຫຍາຍໂຄງການ OCOP ຮັບປະກັນປະສິດທິຜົນ, ແທ້ຈິງ. ສ້າງມາດຕະຖານຢ່າງລະອຽດ ເພື່ອພິຈາລະນາ, ຄັດເລືອກບັນດາສະຫະກອນ, ວິສາຫະກິດທີ່ມີຜະລິດຕະພັນບັນລຸ OCOP ລະດັບຊາດ ປີ 2020 ທີ່ດີເດັ່ນ. ຈຸດສຸມຂອງໂຄງການ OCOP ແມ່ນພັດທະນາ ຜະລິດຕະພັນກະສິກຳ, ປອດກະສິກຳ, ການບໍລິການທີ່ມີທ່າແຮງຂອງແຕ່ລະທ້ອງຖິ່ນຕາມລະບົບມູນຄ່າ, ໂດຍເສດຖະກິດພາກເອກະຊົນ (ວິສາຫະກິດ, ຄອບຄົວຜະລິດ) ແລະ ເສດຖະກິດລວມໝູ່ປະຕິບັດ.

vovworld.vn

ເຫດການ
302 Found

Found

The document has moved here.