ທ່ອງທ່ຽວ ຮ່າຢາງ ເວົ້າ “ບໍ່” ກັບຂີ້ເຫຍື້ອ

07:41 | 09/06/2022

ຍສໝ-ຕອນເຊົ້າວັນທີ 5 ມິຖຸນາ, ທີ່​ຕີນ​ເສົາ​ທຸງ​ຊາດ ​ຫຼູງ​ກູ໋, ຄະ​ນະ​ກຳ​ມະ​ການ​ປົກຄອງ ດົງ​ວັນ ສົມທົບ​ກັບ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ແຂວງ ຮ່າ​ຢາງ ໄດ້​ຈັດ​ຕັ້ງ​ພິ​ທີ​ປຸກລະດົມເພື່ອສະ​ເຫຼີມ​ສະຫຼອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ ດ້ວຍ​ຄຳ​ຂວັນ “ທ່ອງ​ທ່ຽວ ຮ່າ​ຢາງ ເວົ້າ “ບໍ່” ກັບຂີ້ເຫຍື້ອ”.

ສື່ມວນຊົນສາກົນ​ເວົ້າ​ເຖິງ​ຂົວ​ແກ້ວ ມົກເຈົາ ສື່ມວນຊົນສາກົນ​ເວົ້າ​ເຖິງ​ຂົວ​ແກ້ວ ມົກເຈົາ
ທ່ອງທ່ຽວ ຮ່າໂນ້ຍ ກະກຽມຕ້ອນຮັບກາລະໂອກາດໃໝ່ ທ່ອງທ່ຽວ ຮ່າໂນ້ຍ ກະກຽມຕ້ອນຮັບກາລະໂອກາດໃໝ່
ທ່ອງທ່ຽວ ຮ່າຢາງ ເວົ້າ “ບໍ່” ກັບຂີ້ເຫຍື້ອ
ພາບປະກອບ (ພາບ: ຄ໋ຽວມິງ)

ພາຍຫຼັງພິທີປຸກລະດົມ, ບັນດາຜູ້ແທນໄດ້ເຂົ້າຮ່ວມບັນດາກິດຈະກໍາເກັບມ້ຽນຂີ້ເຫຍື້ອຢູ່ບາງບ່ອນເຊັ່ນ ຈຸດເໜືອສຸດ, ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວຊຸມຊົນບ້ານໂລໆຈ໊າຍ, ເສັ້ນທາງແຕ່ຄະ​ນະ​ກຳ​ມະ​ການ​ປົກຄອງ ຕາແສງ ​ຫຼູງ​ກູ໋ ຫາ ເສົາທຸງ.

ກິດ​ຈະ​ກຳນີ້ເພື່ອແນໃສ່​ຍົກ​ສູງສະຕິຕື່ນຕົວ​ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະຊາຊົນ, ວິສາຫະກິດ, ຜູ້ອອກແຮງງານ​ໃນ​ຂະແໜງການ​ທ່ອງ​ທ່ຽວ, ຮ່ວມ​ມື​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ຈຳ​ກັດ​ການ​ນຳ​ໃຊ້​ຖົງ​ຢາງ, ທໍ່ດູດ​ພາດ​ສະ​ຕິກ, ຈອກ​ພາດສະຕິກທີ່ໃຊ້ເທື່ອດຽວ, ຮັບປະກັນ​ມາດຖານ​ສີຂຽວ, ສະອາດ​ຢູ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວທັງໝົດ, ຫົວໜ່ວຍເຮັດ​ທຸລະ​ກິດ​ທ່ອງ​ທ່ຽວ​ຂອງ ຮ່າ​ຢາງ.

ຫອມມາລາ

ເຫດການ
302 Found

Found

The document has moved here.