ຊຸດສະສົມທີ່ເປັນເອກະລັກຂອງປີ 2022 "ລຸງເສືອ" ເພື່ອ ສະເຫຼີມສະຫຼອງບຸນປີໃໝ່ປະຈໍາຊາດປີຂານ

19:07 | 13/01/2022

ຍສໝ - ​ໃນ​ຊຸມ​ມື້​ນີ້, ຢູ່​ໝູ່​ບ້ານເກົ່າແກ່ ເດື່ອງ​ເລີມ (​ເຊີນ​ໄຕ, ຮ່າ​ໂນ້ຍ), ນັກ​ສິລະ​ປິນ ຫງວຽນ​ເຕີນ​ຟາດ ພວມ​ຮີບຮັ່ງສ້າງສໍາເລັດ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ປີຂານ. ເສືອ 2.022 ໂຕ ທີ່​ມີ​ວັດ​ສະ​ດຸ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເຊັ່ນ​ໄມ້ ແລະ​ຫີນ​ກາບ​ແມ່ນ​ຄ່ອຍໆ​ຖືກ​ສ້າງ​ຂຶ້ນ.

ຄວາມຕ້ອງການໄປທ່ຽວພາຍໃນປະເທດເພີ່ມຂຶ້ນສູງໃນປີ 2022 ຄວາມຕ້ອງການໄປທ່ຽວພາຍໃນປະເທດເພີ່ມຂຶ້ນສູງໃນປີ 2022
ກວາງບິ່ງ ຫຼຸດລາຄາໄປທັດສະນະທ່ອງທ່ຽວ 50% ໃນປີ 2022 ກວາງບິ່ງ ຫຼຸດລາຄາໄປທັດສະນະທ່ອງທ່ຽວ 50% ໃນປີ 2022
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ເສືອ​ເປັນ​ສັດ​ໃຫຍ່​ທີ່​ມີ​ຄວາມ​ເຂັ້ມ​ແຂງ ​ແລະ​ມີ​ຄວາມ​ກ້າຫານ. ໃນ​ແນວ​ຄວາມ​ຄິດ​ຂອງ​ຫວຽດ​ນາມ​, ສັດ​ນີ້​ມັກ​ຈະ​ຖືກ​ເອີ້ນ​ວ່າ "ເຈົ້າແຫ່ງສັດ​ທັງປວງ"​. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ພະລັງອຳນາດແມ່ນຄືແນວນັ້ນ, ຄວາມກ້າຫານແມ່ນຄືແນວນັ້ນ, ​ແຕ່​ເສືອ​ທີ່​ເຮັດ​ດ້ວຍ​ໄມ້ ​ແລະ ​ຫີນ​ປູນ​ຜ່ານສີ​ມື​ຂອງນັກສິລະປິນ ຫງວຽນ​ເຕີນ​ຟາດ ​ໄດ້​ນຳ​ມາ​ເຊິ່ງ​ລັກສະນະທີ່​ສະໜິດສະໜົມ. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ໂດຍສືບທອດຜົນສຳ​ເລັດ​ຂອງຊຸດສະສົມໂຕຄວາຍ 1.010 ໂຕ ​ເພື່ອ​ຕ້ອນຮັບ​ລະດູບານ​ໃໝ່​ປີສະລູ 2021, ນັກ​ສິລະ​ປິນ ຫງວຽນ​ເຕີນ​ຟາດ ​ໄດ້​ເຮັດ​ເສືອ 2.022 ໂຕ ດ້ວຍ​ທຸກ​ຂະໜາດ, ສີສັນ, ຮູບ​ຮ່າງ..., ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ປະຈໍາຊາດປີຂານ. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022

ມາ​ຮອດ​ປະ​ຈຸ​ບັນ, ນັກ​ສິ​ລະ​ປິນ ຫງວຽນ​ເຕີນ​ຟາດ ໄດ້​ສ້າງ “​ເສືອ” 700 ກວ່າ​ໂຕ, ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ວັນ​ທີ 30 ເມສາ 2022. ພາບ: nhandan.vn

ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ໃນສັດປະຈຳປີ 12 ໂຕ, ເສືອ​ແມ່ນ​ສັດ​ທີ່ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ສິດ​ອຳ​ນາດ, ຄວາມ​ຍືນ​ຍົງ ແລະ​ຄວາມ​ກ້າ​ຫານ. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ຜະລິດຕະພັນແມ່ນຮູບປັ້ນສັດລັກສະນະຂອງປີນີ້ແມ່ນໄດ້ເຮັດດ້ວຍມືຢ່າງສົມບູນ. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
​ແຕ່ລະ​ຜະລິດ​ຕະພັນ​ຂອງ​ນັກ​ສິລະ​ປິນ ຫງວຽນ​ເຕີນ​ຟາດ, ​ເພື່ອ​ໃຫ້​ກາຍ​ເປັນ​ຜະລິດຕະພັນ “​ເປັນ​ເອກະລັກ​ສະ​ເພາະ” ຕ້ອງ​ຜ່ານ 12 ຂັ້ນຕອນ. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ຮູບພາບຂອງເສືອທີ່ມີອໍານາດແມ່ນເພີ່ມດ້ວຍປີກຕາມຄວາມປາດຖະຫນາຂອງນັກສິລິປິນ ກ່ຽວກັບຄວາມຈະເລີນຮຸ່ງເຮືອງຂອງປະເທດໃນປີຂານ. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ຮູບພາບເສືອ, ທີ່ສະຫງ່າງາມ ແລະມີອໍານາດ, ແຕ່ຜ່ານສີມືຂອງນັກສິລະປິນ ກາຍເປັນເສືອທີ່ເປັນມິດສະໜິດສະໜົມ ແລະໃກ້ຊິດ. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ໃນ​ບັນ​ດາ​ຜົນງານ​ຜະ​ລິດ​ຕະພັນເສືອ, ຊຸດ​ໂຕະຕັ່ງ "ຫ້າ​ເສືອ" ໄດ້ຮຽກ​ຮ້ອງເຫື່ອແຮງຢ່າງສຸດອົກສຸດໃຈຂອງ​ນັກ​ສິ​ລະ​ປິນ ຫງວຽນ​ເຕີນ​ຟາດ. ພາບ: nhandan.vn
ຊຸດສະສົມທີ່ເປັນເອກະລັກຂອງປີ 2022
ໄມ້ ​ແລະ ຫີນກາບ ​ແມ່ນ​ວັດ​ຖຸ​ພື້ນ​ເມືອງ​ພື້ນ​ເມືອງ​ຂອງ​ໝູ່​ບ້ານ ເຊີນ​ໄຕ. ພາບ: nhandan.vn

ບູນມີ

ເຫດການ
302 Found

Found

The document has moved here.